ສະເຫຼີມສະຫຼອງວັນອາຫານໂລກປະຈຳປີ 2020

“ ອານາຄົດຂອງພວກເຮົາ ຂຶ້ນກັບການກະທຳຂອງເຮົາ ຈົ່ງພ້ອມກັນເພີ່ມພູນຜົນຜະລິດ, ຮັບປະກັນໂພສະນາການໃຫ້ມີຄວາມຍືນຍົງ ແລະ ທົ່ວເຖິງ”
phakhaolao.la
phakhaolao.la

English version Vientiane Time

ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດຮ່ວມກັບອົງການອາຫານ ແລະ ການກະເສດ, ແລະ ອົງການພັດທະນາແຫ່ງສະຫະປະຊາຊາດ ໄດ້ຈັດງານສະເຫຼີມສະຫຼອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກພາຍໃຕ້ຫົວຂໍ້ “ ອານາຄົດຂອງພວກເຮົາ ຂຶ້ນກັບການກະທຳຂອງເຮົາ ຈົ່ງພ້ອມກັນເພີ່ມພູນຜົນຜະລິດ, ຮັບປະກັນໂພສະນາການໃຫ້ມີຄວາມຍືນຍົງ ແລະ ທົ່ວເຖິງ” ( Grow, Nourish, Sustain together Our Actions are our Future) ໄດ້ຈັດຂຶ້ນລະຫວ່າງວັນທີ 29 - 31 ຕຸລາ ຜ່ານມາ ທີ່ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI).

 ຈຸດປະສົງການຈັດງານຄັ້ງນີ້ ເພື່ອແນໃສ່ປູກຈິດສຳນຶກ ແລະ ຄວາມຮັບຮູ້ໃຫ້ແກ່ບັນດາພະນັກງານ, ນັກຮຽນ, ນັກສຶກສາຕະຫຼອດເຖິງພໍ່ແມ່ປະຊາຊົນ ໄດ້ເຂົ້າໃຈເຖິງບັນຫາຄວາມທຸກຍາກ,ໄພອຶດຫິວ ແລະ ສິ່ງທ້າທາຍຕ່າງໆຈາກການປ່ຽນແປງຂອງສະພາບດິນຟ້າອາກາດ, ການເສື່ອມໂຊມຂອງສະພາບແວດລ້ອມ, ໄພຂົ່ມຂູ່ທາງທຳມະຊາດ ເພື່ອນຳໄປປັບປຸງແລະ ຮ່ວມກັນແກ້ໄຂບັນຫາໄປດ້ວຍກັນຢ່າງຕັ້ງໜ້າ ພ້ອມທັງເປັນການແຈ້ງເຕືອນ ແລະ ປຸກກຳລັງແຮງທົ່ວສັງຄົມລາວເພື່ອເຝົ້າລະວັງ, ປ້ອງກັນຜົນບັນຫາຕ່າງໆທີ່ອາດເກີດຂຶ້ນ.ໂດຍພາຍໃນງານຍັງໄດ້ຈັດກອງປະຊຸມການສຳ ໂດຍມີການບັນຍາຍຈາກວິທະຍາກອນໃນຫຼາຍຫົວຂໍ້ເຊັ່ນ: ການພັດທະນາກະສິກຳສະອາດ ເພື່ອຄ້ຳປະກັນສະບຽງອາຫານ ແລະ ໂພສະນາການຢູ່ ສປປ ລາວ ( Clean agriculture development foor food security and nutrition in Lao PDRF), ສົ່ງເສີມບົດບາດຍິງຊາຍ ແລະການກະສິກຳໃນ ສປປ ລາວ (Gender Empowerment and Agricultural Production in Lao PDR),  ກົນໄກເພີ່ມພູນຜົນຜະລິດເສດຖະກິດຄອບຄົວເພື່ອຄວາມຍືນຍົງທາງງົບປະມານ ແລະ ຮັບປະກັນຄຸນນະພາບເມັດພັນ, ການຂະຫຍາຍເຕັກນິກການຈັດຄຸ້ມຄອງທີ່ດິນແບບຍືນຍົງໂດຍຊາວກະສິກອນຂະໜາດນ້ອຍ (Scaling up Sustainable Land Management practices by smallholder farmers), ວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ ສະກັດກັ້ນບໍ່ໃຫ້ເກີດຄວາມທຸກຍາກຢູ່ຊົນນະບົດເພີ່ມຂຶ້ນໃນເງື່ອນໄຂການລະບາດພະຍາດ ( International  day for poverty reduction: Tacking the pandemic induced impoverishment in Lao rural areas ), ການຄ້ຳປະກັນສະບຽງອາຫານ ແລະ ປັບປຸງຊີວິດຊາວກະສິກອນເຂດພູດອຍໂດຍນຳໃຊ້ຊີວະນາໆພັນ ( Biodiversity for food security and improving livelihood in upland  ), ປັດໄຈທີ່ເຮັດໃຫ້ເດັກນ້ອຍຊົນເຜົ່າ ຂາດໂພສະນາການໃນເຂດພູດອຍຂອງລາວ( Factors associated With child malnutrition ethnic minority communities in Laos PDR), ການພັດທະນາສະຫະກອນກະສິກຳໃນຊົນນະບົດ ແລະ ນະໂຍບາຍສະໜັບສະໜຸນ (Agricultural Cooperative Development and policy support in Rural area Laos )

ນອກຈາກການສຳມະນາແລ້ວຍັງມີການວາງສະແດງ ແລະ ຈຳໜ່າຍສິນຄ້າຜະລິດຕະພັນລາວຫຼາກຫຼາຍປະເພດບໍ່ວ່າຈະເປັນອາຫານ, ເຄື່ອງດື່ມ, ເຄື່ອງປະດັບ, ເຄື່ອງຫັດຖະກຳ, ສິ້ນ, ລວມເຖິງສິນຄ້າກະສິກຳຕ່າງໆເພື່ອເປັນການສົ່ງເສີມຜະລິດຕະພັນຂອງຄົນລາວໃຫ້ເປັນທີ່ຮູ້ຈັກຂອງສັງຄົມຫຼາຍຂຶ້ນທັງພາຍໃນ ແລະ ຕ່າງປະເທດ.

www.phakhaolao.la

 

 

 

 

 

 

 

www.phakhaolao.laphakhaolaowww.phakhaolao.la
ການປະກອບສ່ວນ