ລັດຖະບານສະໜັບສະໜູນການຟື້ນຟູສະຫງວນຫ້ວຍຍາງ-ດົງໝາກຄາຍໃຫ້ເປັນສວນພຶກສາສາດ

ການລົງນາມໃນສັນຍາການສະໜັບສະໜູນທືນໄດ້ຈັດຂຶ້ນໃນອາທິດຜ່ານມາຢູ່ນະຄອນຫຼວງວຽງຈັນລະຫວ່າງກອງທຶນປົກປັກຮັກສາສິ່ງແວດລ້ອມ, ກະຊວງກະສິກໍາ ແລະ ປ່າໄມ້ (ກົມປ່າໄມ້), ກະຊວງຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ (ກົມແຜນການ ແລະ ການຮ່ວມມື).
Keooudone Souvannakhoummane
Keooudone Souvannakhoummane

ລັດຖະບານໄດ້ສະໜັບສະໜູນທຶນ 2,4 ຕື້ກິບ ສຳຫຼັບການຟື້ນຟູປ່າສະຫງວນຫຼ້ວຍຍາງ-ດົງໝາຍຄາຍໃນເປັນສວນພຶກສາສາດ ເພື່ອເປັນການສົ່ງເສີມ ແລະ ການສຶກສາທາງດ້ານການອະນຸລັກປ່າໄມ້ ແລະ ລະບົບນິເວດ. ການລົງນາມໃນສັນຍາການສະຫນັບສະຫນູນໄດ້ຈັດຂຶ້ນໃນອາທິດຜ່ານມາຢູ່ນະຄອນຫຼວງວຽງຈັນລະຫວ່າງກອງທຶນປົກປັກຮັກສາສິ່ງແວດລ້ອມ, ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ (ກົມແຜນການ ແລະ ການຮ່ວມມື). ຈາກຫງົບປະມານທີ່ໄດ້ຮັບອະນຸມັດຈຳນວນ 1.6 ຕື້ກິບແມ່ນຈະໃຊ້ສຳຫຼັບການປູກຕົ້ນໄມ້ເພື່ອສ້າງເປັນສວນພຶກສາສາດ ເຊິ່ງມີພັນໄມ້ຂອງລາວ ແລະ ຕ່າງປະເທດ. ຈະມີການຈັດຕັ້ງປະຕິບັດໂດຍກົມປ່າໄມ້ໃນໄລຍະໂຄງການ 3 ປີ ແຕ່ປະຈຸບັນເຖິງ 2022. ຈາກນັ້ນຄະນະວິທະຍາສາດປ່າໄມ້ ຂອງມະຫາວິທະຍາໄລແຫ່ງຊາດຈະເປັນຜູ້ຮັບຊ່ວງຕໍ່ໃນການສຶກສາຈັດລະບົບຂອງການອະນຸລັກ ແລະ ລະບົບນິເວດໃນຈຳນວນຫງົບປະມານ 839 ລ້ານກິບໃນໄລຍະ 2 ປີ. ຄະນະຈະພັດທະນາສວນໃຫ້ກາຍເປັນສວນສາທິດໃນການສຶກສາປ່າທຳມະຊາດ ແລະ ປູກຈິດສຳນຶກໃຫ້ກັບນັກສຶກສາໃນມະຫາວິທະຍາໄລແຫ່ງຊາດໃນການອະນຸລັກປ່າໄມ້. ປ່າສະຫງວນດ່ັງກ່າວແມ່ນຖືກຈັດເປັນປ່າສະຫງວນໃນທີ່ຜ່ານມາແຕ່ຍັງຂາດຫງົບປະມານໃນການອະນຸລັກຮັກສາ ຈຶ່ງເຮັດໃຫ້ເກິດປະກົດຫຍໍ້ທໍ່ຕ່າງໆ.

ໃນປະຈຸບັນລາວເຮົາສວນພຶກສາສາດໃນແຂວງຫຼວງພະບາງ, ທີ່ທ່ານຄວນຢ້ຽມຢາມ: ສວນພຶກສາສາຊາດຜາຕັດແກ້: https://www.pha-tad-ke.com/

ຍັງມີປ່າສະຫງວນແຫ່ງຊາດຫຼາຍແຫ່ງໃນ ສປປ ລາວ, ຫາກທ່ານສົນໃຈເພື່ອໄປທ່ອງທ່ຽວ. ໃນນີ້ມີປ່າສະຫງວນ 5 ອັນດັບທີ່ມີຄວາມສວຍງາມ ແລະ ມີຄວາມຫຼາກຫຼາຍທາງຊີວະນາໆພັນ.
http://laostravel.indochinacharm.com/5-top-national-parks-laos-see-beautiful-flora-fauna/

ແຫ່ງຂໍ້ມູນຈາກ: Vientiane Time and Lao FAB

 

ການປະກອບສ່ວນ