ງານປ່າໄມ້ ອາຊີ-ປາຊີຟິກປະຈຳປີ 2019

ງານປ່າໄມ້ ອາຊີ-ປາຊີຟິກປະຈຳປີ 2019 ຫຼື (APFW 2019) ແລະ ເປັນກອງປະຊຸມຄັ້ງທີ 28 ຂອງຄະນະກຳມະການປ່າໄມ້ ອາຊີ-ປາຊີຟິກ (APFC) ທີ່ຈະຈັດຂຶ້ນຮ່ວມກັນ ແລະ ເປັນເຈົ້າພາບໂດຍ Korea Forest Service (KFS) ແລະ ອົງການອາຫານແລະ ການກະສິກຳແຫ່ງສະຫະປະຊາຊາດ ( FAO). ງານຈະຈັດຂຶ້ນໃນສູນການປະຊຸມ Songdo ConvensiA, ອິນຊອນ, ສາທາລະນະລັດເກົາຫຼີ, ໃນວັນທີ 17-21 ເດືອນມີຖຸນາ ປີ 2019
Asia-Pacific Forestry Week 2019

ງານປ່າໄມ້ ອາຊີ-ປາຊິຟິກ 2019

APFW 2019 ຈະເປັນຫນຶ່ງໃນການເຕົ້າໂຮມປ່າໄມ້ໃຫຍ່ທີ່ສຸດ ແລະ ສໍາຄັນທີ່ສຸດ ໃນເຂດອາຊີ-ປາຊີຟິກໃນປີ 2019. APFW 2019 ຈະເປັນງານທີ 4 ຂອງງານ ປ່າໄມ້ ອາຊີ-ປາຊີຟິກ ຫຼັງຈາກງານທີ່ຈັດຂຶ້ນຢູ່ ນະຄອນຫຼວງຮ່າໂນ້ຍ ປະເທດຫວຽດນາມ ໃນເດືອນເມສາ ປີ 2008, ປັກກິ່ງ, ປະເທດຈີນ ໃນເດືອນພະຈິກ ປີ 2011 ແລະ ແຂວງປຳປັງກາ, ປະເທດ ຟີລິບປິນໃນເດືອນກຸມພາ 2016. APFW 2019 ຈະປະກອບດ້ວຍຫຼາກຫຼາຍກອງປະຊຸມ, ສຳມະນາ ແລະ ກິດຈະກຳຄູ່ຮ່ວມງານອ່ືນໆ ທີ່ຈັດຂຶ້ນຕາມ 5 ງານຕາມກັນມາ. ໃນງານຈະສະໜອງສະຖານທີ່ສໍາລັບຜູ້ປະຕິບັດງານດ້ານປ່າໄມ້ທີ່ຈໍານວນຫຼວງຫຼາຍໃນທົ່ວພາກພື້ນ ເພື່ອປຶກສາຫາລື ແລະ ແລກປ່ຽນກ່ຽວກັບຄວາມຄິດຄວາມເຫັນກ່ຽວກັບບັນຫາທ້າທາຍທີ່ສຸດໃນຂະແໜງການປ່າໄມ້. APFW 2019 ຈະໄດ້ຮັບການສະຫນັບສະຫນູນຈາກພັນທະມິດ ແລະ ຜູ້ປະສານງານທີຫຼາກຫຼາຍ ລວມທັງລັດຖະບານ, ອົງການຊ່ວຍເຫຼືອສາກົນ, ນັກຄົ້ນຄວ້າ, ສະຖາບັນການສຶກສາ ແລະ ພາກເອກະຊົນ.

ຄະນະກຳມະການປ່າໄມ້ ອາຊີ-ປາຊີຟິກ

ຄະນະກໍາມະການປ່າໄມ້ອາຊີປາຊີຟິກ (APFC) ແມ່ນຫນຶ່ງໃນ 6 ຄະນະປ່າໄມ້ທີ່ຕັ້ງຂຶ້ນໂດຍ ອົງການອາຫານແລະ ການກະສິກຳແຫ່ງສະຫະປະຊາຊາດ (FAO) ເພື່ອສະຫນອງນະໂຍບາຍ ແລະ ຍຸດທະສາດດ້ານເຕັກນິກສໍາລັບບັນດາປະເທດຕ່າງໆເພື່ອປຶກສາຫາລືກ່ຽວກັບບັນຫາປ່າໄມ້ໃນລະດັບພາກພື້ນ. FAO ຍັງສົ່ງເສີມການມີສ່ວນຮ່ວມຢ່າງກວ້າງຂວາງຂອງພະນັກງານລັດຖະບານຈາກຂະແຫນງການປ່າໄມ້ ແລະ ຂະແຫນງການອື່ນໆໃຫ້ເປັນຜູ້ຕາງຫນ້າອົງການຈັດຕັ້ງສາກົນ, ພາກພື້ນ ແລະ ອົງກອນລະດັບພາກພື້ນທີ່ຈັດການກັບບັນຫາທີ່ກ່ຽວຂ້ອງກັບປ່າໄມ້ໃນຂົງເຂດ, ລວມທັງອົງການຊ່ວຍເຫຼືອສາກົນ, ສະຖາບັນການສຶກສາ ແລະ ພາກເອກະຊົນ.

 

ຂໍ້ມູນເພີ່ມເຕີມ: ງານປ່າໄມ້ ອາຊີ-ປາຊີຟິກ 2019

ການປະກອບສ່ວນ