ບົວຝອຍ / Water-snowflake

ການນຳໃຊ້
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Nymphoides indica (L.) Kuntze / Menyanthaceae
ຊື່ພ້ອງ
Limnanthemum indicum (L.) Griseb.
Menyanthes indica L.
ຊື່ອື່ນ
ໄທ: ບົວບາ, ຕັບເຕົ່າ, ຜັກເຕົ່າ, ອີບາ, ບາ, ບົວບາດອກຂາວ, ຜັກເຕົາໃຫຍ່, ຜັກນອງມ້າ ແລະ ອີແປະພູ.
ຊື່ສາມັນ: Water Snowflake, Fringed Waterlily, False Indian Waterlily, Water Gentian ແລະ 金银莲花.
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ເປັນພືດລົ້ມລຸກ, ມີອາຍຸຫຼາຍປີ. ເຫງົ້າລອຍນ້ຳຄ້າຍກ້ານໃບ, ລຳຕົ້ນມີຂໍ້ປ້ອງຊັດເຈນ. ໃບຮູບກົມ, ຮູບໄຂ່ກວ້າງ ຫຼື ຮູບຫົວໃຈ, ຍາວ 3-18 ຊມ, ຂອບໃບລຽບ ຫຼື ເປັນຄື້ນ, ໂຄນໃບຮູບຫົວໃຈ, ມີເສັ້ນກາງໃບດ້ານເທິງບໍ່ຊັດເຈນ, ດ້ານລຸ່ມສາມາດເຫັນຊັດເຈນ, ມີຕ່ອມໜາແໜ້ນ, ແຜ່ນໃບໜາຄ້າຍຄືໜັງ, ສີຂຽວສົດ. ກ້ານໃບຮູບກົມ, ຍາວ 1-2 ຊມ, ຜິວລຽບ, ສີຂຽວເຂັ້ມ. ຊໍ່ດອກແບບກະຈຸກ ຫຼື ດອກຍ່ອຍ, ອອກເປັນຈຸກບໍລິເວນຂໍ້ຂອງລຳຕົ້ນ, ຮູບໂຖ, ສີຂາວ. ກາບດອກມີ 5-8 ກີບ, ຂອບຂະໜານ ຫຼື ຮູບຫອກ, ປາຍມົນ, ມີຂົນປົກຄຸມຢ່າງໜາແໜ້ນ, ສີຂຽວ. ກີບດອກມີ 5-8 ກີບ, ຮູບຫອກ, ກວ້າງ 0.2-0.5 ຊມ, ຍາວ 0.7-1.2 ຊມ, ຂອບແຕກເປັນຝ່ອຍຂຸຍຢ່າງໜາແໜ້ນ, ປາຍແຫຼມ, ພາຍໃນກີບມີຂົນຝ່ອຍສີຂາວກະຈາຍຢ່າງໜາແໜ້ນ. ເກສອນເພດຜູ້ມີ 5 ອັນ, ຈັບບໍລິເວນກີບດອກ ຫຼື ຕິດພາຍໃນຫຼອດກີບດອກ, ກ້ານຊູຖົງລະອອງຮູບແຖບ, ຍາວປະມານ 1.5 ມມ. ເຕົ້າໄຂ່ຈັບຢູ່ໃນຫຼອດ, ບໍລິເວນໂຄນ, ຮວງຮັບແຍກອອກເປັນ 2 ແສກ, ເຕົ້າໄຂ່ມີຕ່ອມນ້ຳ 5 ຕ່ອມ, ກ້ານດອກຮູບກົມ, ຍາວ 3-5 ຊມ, ສີຂຽວ. ໝາກຮູບຮີ, ຍາວ 3-5 ຊມ. ແກ່ນຮູບກົມ, ມີແຜຈຸລັງຫຸ້ມແກ່ນທີ່ລຽບ.

ບັນຍາຍການນຳໃຊ້

ພືດເປັນຢາ: 

  • ໃບ: ຊ່ວຍຫຼຸດໄຂ້.

ພືດປະດັບ: ນິຍົມປູກເປັນພືດປະດັບຕາມກະຖາງດອກໄມ້ນ້ຳ ຫຼື ຕູ້ລ້ຽງປາ. 

ການປະກອບສ່ວນ