ໜູພຸກໃຫຍ່ / Greater Bandicoot Rat

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Bandicota indica (Bechstein, 1800) / Muridae
ຊື່ພ້ອງ
Bandicota indica nemorivaga Morgono & Ilahude
Bandicota mordax Thomas
Bandicota siamensis Kloss
ຊື່ອື່ນ
ໄທ: ໜູພຸກໃຫຍ່
ອັງກິດ: Greater bandicoot rat.
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

       ໜູພຸກໃຫຍ່ເປັນໜູທີ່ມີຂະໜາດໃຫຍ່ທີ່ສຸດ, ໂຕເຕັມໄວໜັກ 200-800 ກຼາມ ແຕ່ສ່ວນຫຼາຍມັກພົບວ່າໜັກປະມານ 600 ກຼາມ, ລຳໂຕຍາວ 23-26 ຊມ, ໜ້າສັ້ນຂົນຕາມລຳໂຕດ້ານຫຼັງເປັນສີດຳ, ບໍລິເວນຫຼັງທາງທ້າຍທອຍມີແຜງຂົນສີດຳ ແລະ ຈະຕັ້ງຊີ້ຂຶ້ນສາມາດເຫັນໄດ້ຊັດເມື່ອຕົກໃຈ. ຕີນຫຼັງມີສິດຳ ແລະ ຍາວຫຼາຍກວ່າ 50 ມມ. ເພດແມ່ມີເຕົ້ມນົມທີ່ອົກ 3 ຄູ່ ແລະ ສ່ວນທ້ອງມີ 3 ຄູ່. 

        ຖິ່ນອາໄສ: ມັກຂຸດດິນອາໄສຢູ່ຕາມປ່າຫຍ້າ ຫຼື ຈອມປວກ, ຄັນນາ ຫຼື ແຄມຄອງນ້ຳ.

        ອາຫານ: ກິນເຂົ້າ, ສາລີ ແລະ ຜະລິດຕະພັນການກະເສດຂອງຊາວກະຊິກຳ, ນອກນີ້ແລ້ວມັນຍັງກິີິນສັດໜ້ອຍທີ່ອາໄສຢູ່ຕາມທົ່ງນາເປັນ ອາຫານ ເຊັ່ນ: ກະປູ, ຫອຍ

ບັນຍາຍການນຳໃຊ້

ອາຫານ:

  • ຊີ້ນ: ໃຊ້ເປັນອາຫານທີເປັນແຫຼ່ງໂປຣຕີນທີ່ສຳຄັນທີ່ນິຍົມກິນ ໂດຍສະເພາະແມ່ນປະເທດຫວຽດນາມ

ສິນຄ້າ: 

  • ໜູພຸກໃຫຍ່: ໄດ້ຮັບຄວາມນິຍົມໃນການນຳມາລ້ຽງຂາຍເປັນສິນຄ້າ ແລະ ເປັນເສດຖະກິດຄອບຄົວເປັນຈຳນວນຫຼາຍ ເນື່ອງຈາກພວກມັນມີຂະໜາດລຳຕົວທີ່ໃຫຍ່ ແລະ ລ້ຽງງ່າຍ. 

ຂໍ້ຄວນລະວັງ: 

  • ການປຸ່ງແຕ່ງອາຫານ: ເນື່ອງຈາກໜູເປັນສັດລ້ຽງລູກດ້ວຍນ້ຳນົມທີ່ເປັນພາຫະນຳພະຍາດຕັ້ງແຕ່ 60 ພະຍາດ, ເພາະສະນັ້ນເພື່ອຫຼີກລຽງການຕິດເຊື້ອພະຍາດຄວນປຸ່ງແຕ່ງໃຫ້ສຸກ
ການສຶບພັນ ແລະ ວົງຈອນຊີວິດ

       ການປະສົມພັນ: ເພດແມ່ສາມາດປະສົມພັນໄດ້ຕັ້ງແຕ່ 4 ເດືອນ ຫຼື 130 ວັນຂຶ້ນໄປ ແຕ່ໂຕຜູ້ປະສົມພັນໄດ້ຕັ້ງແຕ່ອາຍຸ 6 ເດືອນ ຫຼື 180 ຂຶ້ນໄປ, ເພດແມ່ຈະໃຊ້ເວລາໃນການຖືພາ 1 ເດືອນ ຫຼື ໃນຊ່ວງ 25-28 ວັນ.

  • ໜູເກີດໃຫມ່ຈະມີລຳໂຕສີແດງ, ຕາປິດສະນິດ, ໃບຫູພັບປິດມາທາງໜ້າ ຜິວໜັງບໍລິເວນທ້ອງບາງຈົນສາມາດເບິ່ງເຫັນອະໄວຍະວະພາຍໃນໄດ້, ບໍລິເວນດ້ານຫຼັງ ແລະ ທ້ອງຍັງບໍ່ທັນມີຂົນ, ບໍລິເວນດັງມີໜວດ, ນິ້ວຕີນທັງສອງດ້ານມີແຜຈຸລັງບາງໆຍຶດລະຫວ່າງນິ້ວຕີນໄວ້.
  • ລູກໜູໂຕຜູ້ຈະມີນ້ຳໜັກສະເລ່ຍ 2,1-10,8 ກູາມ ແລະ ລູກໜູໂຕແມ່ມີນ້ຳໜັກສະເລ່ຍ 1,9-9,5 ກຼາມ
  • ອາຍຸໄດ້ 3-4 ວັນໃບຫູຈະຕັ້ງຂຶ້ນ, ນິ້ວຕີນເລີ່ມແຍກອອກຈາກກັນ, ບໍລິເວນດ້ານຫຼັງຂອງລຳໂຕມີຂົນໃສອອກມາເລັກນ້ອຍ
  • ອາຍຸໄດ້ 8 ວັນສີຜິວດ້ານຫຼັງເລີ່ມເຂັ້ມຂຶ້ນເປັນີເທົາດຳ ເນື່ອງຈາກມີການງອກຂອງຂົນຊະນິດອື່ນໆເພີ່ມຂຶ້ນຫຼາຍ ແລະ ມີ Melanin 
  • ອາຍຸໄດ້ 10 ວັນລູກໜູເພດແມ່ສາມາດເຫັນຫົວນົມທີ່ຊັດເຈນບໍລິວັນດ້ານທ້ອງຈຳນວນ 6 ຄູ່ຄື: ລະຫວ່າງຂາດ້ານໜ້າ 3 ຄູ່ ແລະ ລະຫວ່າງຂາດ້ານຫຼັງ 3 ຄູ່, ບໍລິເວນທ້ອງຂອງໜູທັງສອງເພດຈະມີສີໃສ, ສີຜິວດ້ານຫຼັງຈະເຂັ້ມຫຼາຍຂຶ້ນ, ແຂ້ວໜ້າ 2 ເຫຼັ້ມເລີ່ມອອກໂດຍຈະອອກດ້ານລຸ່ມກ່ອນ ຫຼັງຈາກນັ້ນ 1 ວັນແຂ້ວໜ້າດ້ານເທິງຈະເລີ່ມງອກອອກມາ
  • ອາຍຸ 16-20 ວັນລູກໜູເລີ່ມລືມຕາ ແລະ ເລີ່ມອອກນອກຮັງ
  • ອາຍຸໄດ້ 22 ວັນລູກໜູເລີ່ມກັດກິນອາຫານເອງໄດ້, ແຂ້ວກາມຊີ່ແລກເລີ່ມງອກອອກມາ ແລະ ມີຂົນຂຶ້ນຕາມຕົນໂຕ.
  • ອາຍຸ 26-28 ວັນ ແຂ້ວກາມຊີ່ທີ່ 2 ເລີ່ມງອກ
  • ອາຍຸ 60-90 ແຂ້ວກາມຄູ່ທີ່ 3 ເລີ່ມງອກ
ການປະກອບສ່ວນ