ນົກການ້ຳປາກນ້ອຍ / Little Cormorant

ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Microcarbo niger (Vieillot, 1817) / Phalacrocoracidae
ຊື່ພ້ອງ
Halietor niger
Phalacrocorax niger
Phalacrocorax javanicus
ຊື່ອື່ນ
English: Javan Cormorant, Javanese Cormorant, Little Cormorant ແລະ Pygmy Cormorant.
French: Cormoran de Vieillot ແລະ Cormoran nègre.
Indonesian: Burung Pecuk Kecil, Burung Pecuk-padi Kecil, Pecukpadi Kecil ແລະ Pecuk-padi kecil.
Japanese: アジアコビトウ.
Thai: ນົກການໍ້ານ້ອຍ
Vietnamese: Chim Cốc đen, Cốc đen, Cốc đen ແລະ Còng cọc.
Chinese: 黑颈鸬鹚
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

       ມີຂະໜາດລຳໂຕ 51-54 ຊມ, ຄ້າຍນົກການ້ຳປາກຍາວ ປາກຍາວຊື່ສີເທົາເຂັ້ມ, ປາຍປາກເທິງງຸ້ມລົງ ໃຕ້ໂຄນປາກສີບົວ, ຕາສີເທົາເຂັ້ມ. ລຳໂຕດ້ານເທິງສີເທົາ, ມີລາຍຂອບຂົນສີດຳ, ຫາງຍາວສີເທົາ. ລຳໂຕດ້ານລຸ່ມສີເທົາອ່ອນ, ແຂງ ແລະ ຕີນສີດຳ. ນົກໄວອ່ອນປາກສີເທົາຂົນທີ່ປົກຄຸມລຳໂຕດ້ານເທິງ ແລະ ດ້ານລຸ່ມມີສີນ້ຳຕານປົນສີເທົາ, ມີລາຍຂອບຂົນສີເຂັ້ມ. ລະດູປະສົມພັນຂົນປັກຄຸມລຳໂຕດ້ານເທິງ ແລະ ດ້ານລຸ່ມສີເທົາເຂັ້ມ ຫຼື ສີດຳ. 

       ຖິ່ນອາໄສ: ມັກອາໄສຢູ່ຕາມໜອງ, ບຶງ, ປາກແມ່ນ້ຳ ແລະ ທົ່ງນາ.

       ພຶດຕິກຳ: ສ່ວນໃຫຍ່ມັກອາໄສຢູ່ແບບດ່ຽວໆ ແລະ ບາງງຄັ້ງອາດຈະພົບຢູ່ເປັນຝູງ.

       ອາຫານ: ມັກກິນປາຕາມແຫຼ່ງນ້ຳເປັນອາຫານ ໂດຍການດຳນ້ຳໄລ່ຈັບປາເປັນອາຫານ ແລະ ເມື່ອຂຶ້ນຈາກນ້ຳຈະຢືນກາງປີກຕາກແດດໃຫ້ຂົນແຫ້ງ.

ບັນຍາຍການນຳໃຊ້

ອາຫານ: 

  • ຊີ້ນ: ໃຊ້ເປັນອາຫານໄດ້.
ການສຶບພັນ ແລະ ວົງຈອນຊີວິດ

       ລະດູປະສົມພັນ: ລະດູປະສົມພັນແມ່ນໃນຊ່ວງເດືອນມັງກອນ, ສ້າງຮັງຢູ່ເທິງຕົ້ນໄມ້ໃຫຍ່ຮ່ວມກັນຫຼາຍໆຮັງເທິງຕົ້ນດຽວກັນ, ເຮັດຮັງດ້ວຍໄມ້ດ້ວຍກິ່ງໄມ້ຂະໜາດນ້ອຍ ແລະ ວາງໄຂ່ຄັ້ງລະ 2-4 ໜ່ວຍ.

ການປະກອບສ່ວນ