ນົກອ້ຽງດຳກົ້ນຂາວ / Great Myna
APA 6th ed. ນົກອ້ຽງດຳກົ້ນຂາວ / Great Myna. (2022, October 15). Retrieved from https://www.phakhaolao.la/kb/0001459
MLA 8th ed. ນົກອ້ຽງດຳກົ້ນຂາວ / Great Myna. Pha Khao Lao, 15 October 2022, https://www.phakhaolao.la/kb/0001459.
Chicago 17th ed. Pha Khao Lao. 2022. "ນົກອ້ຽງດຳກົ້ນຂາວ / Great Myna." Published October 15, 2022. https://www.phakhaolao.la/kb/0001459.
French: Grand Mainate, Grand Martin ແລະ Mainate à ventre blanc.
Indonesian: Burung Kerak Kerbau, Burung Kerak Perut-pucat, Jalak ungu ແລະ Kerak Kerbau.
Japanese: オオハッカ
Thai: นกเอั้ยงหงอนก้นลาย, นกเอี้ยงดำ, นกเอี้ยงหงอน ແລະ นกเอี้ยงหงอนก้นลาย.
Vietnamese: Chim Sáo mỏ vàng ແລະ Sáo mỏ vàng.
Chinese: 丛八哥 ແລະ 林八哥.
ເປັນນົກອ້ຽງທີ່ພົບໄດ້ຫຼາຍ ແລະ ເປັນນົກທີ່ໜ້າຮັກເນື່ອງຈາກມີຂົນຫອນຕັ້ງເປັນກະຈຸກທີ່ມີລັກສະນະຄ້າຍຫອນຢູ່ບໍລິເວນໜ້າຜາກ ເຊິ່ງປິດດັງຂອງນົກ, ສ່ວນຫຼາຍລຳໂຕເປັນສີດຳ ແລະ ມີເງົາສີຂຽວເລັກນ້ອຍ, ມີປີກສີຂາວຢູ່ເປັນຈຸດໆບໍລິເວນໃຕ້ປີກເຊິ່ງສາມາດເບິ່ງເຫັນໄດ້ຊັດເຈນໃນຂະນະທີ່ກຳລັງບິນ, ໂຄນປີກເປັນສີຂາວ, ຂົນຫາງມີປາຍສີຂາວຍົກເວັ້ນຄູ່ກາງ, ແຜ່ນປິດໃຕ້ຫາງເປັນສີດຳ ປາຍສີຂາວ, ຕາຂອງໂຕເຕັມໄວມີສີສົ້ມ, ດັງຂອງມັນມີສີເຫຼືອງອ່ອນ, ຂາເປັນສີເຫຼືອງເຂັ້ມໝົ່ນ, ເລັບຈະຮຽວ ແລະ ຄົມຫຼາຍ. ໂຕຜູ້ມີຂະໜາດໃຫຍ່ກວ່າໂຕແມ່ເລັກນ້ອຍ, ຫາງຂອງເພດແມ່ຂະຫຍາຍໄດ້ໜ້ອຍກວ່າເລັກນ້ອຍ. ໂຕອ່ອນທີ່ເກີດມາໃໝ່ຈະບໍ່ມີຂົນ, ມີພຽງຂົນສີເທົາເລັກນ້ອຍຢູ່ບໍລິເວນບາງສ່ວນ, ເວລາ 18-20 ວັນ ຕົວອ່ອນຈະເຕັມໄປດ້ວຍສີນ້ຳຕານ ແລະ ຫາງຂອງມັນກໍ່ຈະພັດທະນາໃນໄລຍະນີ້, ໃນໄວອ່ອນຈະມີຕາເປັນສີຟ້າ.
ແຫຼ່ງທີ່ຢູ່ອາໄສ: ສາມາດພົບໄດ້ຫຼາກຫຼາຍແຫຼ່ງທີ່ຢູ່ອາໄສນັບຕັ້ງແຕ່ໃນເມືອງຈົນຮອດເຂດຊົນນະບົດ, ພົບຕາມທົ່ງ, ສວນກະເສດ, ໃນສວນໝາກໄມ້, ທົ່ງຫຍ້າ, ທົ່ງນາ ແລະ ອື່ນໆ.
ອາຫານ: ອາຫານຂອງພວກມັນມີຫຼາກຫຼາຍແບບນັບຕັ້ງແຕ່ແມງໄມ້, ຂີ້ກະເດືອນ, ເມັດເຂົ້າ, ນ້ຳຫວານຈາກໝາກໄມ້ ແລະ ໝາກໄມ້ສຸກ
ພຶດຕິກຳ: ມັກຫາກິນຢູ່ໃກ້ກັບຝູງງົວ, ຄວາຍ ແລະ ມັກເກາະຢູ່ເທິງຫຼັງຄວາຍ.
ອາຫານ:
- ຊີ້ນ: ໃຊ້ເປັນອາຫານໄດ້ແຕ່ບໍ່ນິຍົມ.
ປະໂຫຍດ:
- ຊ່ວຍກຳຈັດແມງໄມ້, ສັດຕູພືດ ແລະ ສັດທີ່ສ້າງຄວາມລົບກວນໃຫ້ກັບງົວຄວາຍ.
- ຊ່ວຍປັບຄວາມສົມດູນຂອງລະບົບນິເວດ
ການສືບພັນ: ມີການປະສົມພັນຕັ້ງແຕ່ເດືອນພຶດສະພາ ຫາ ເດືອນກໍລະກົດ ເຊິ່ງມັກສ້າງຮັງເປັນຮູບຫີບ, ພາຍໃນຮັງຈະມີແນວຮອງພື້ນໂດຍຫຍ້າ ຫຼື ໃບໄມ້ແຫ້ງ. ນົກອ້ຽງເມື່ອໄດ້ຮັບການປະສົມພັນແລ້ວຈະວາງໄຂ່ປະມານ 3-4 ຟອງ ໃຊ້ເວລາໃນການຝັກປະມານ 12 ວັນ, ພາຍຫຼັງຝັກແລ້ວພໍ່ແມ່ຈະເປັນຜູ້ໃຫ້ອາຫານ ແລະ ລ້ຽງດູລູກເປັນຢ່າງດີ