ນົກໄກ່ນາເອິກເທົາ /Slaty-breasted Rail

ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Lewinia striata (Linnaeus, 1766) / Rallidae
ຊື່ພ້ອງ
Rallus striatus Linnaeus, 1766
Gallirallus striatus
ຊື່ອື່ນ
ໄທ: ນົກອັນຊັນອົກເທົາ
ຊື່ສາມັນ: Slaty-breasted Rail
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

       ມີຂະໜາດລຳໂຕ 26-31 ຊມ, ປາກຮຽວແຫຼມ, ສີແດງ, ໜ້າຜາກຮອດທ້າຍທອຍສີນ້ຳຕານແດງ, ໜ້າ, ຄໍ ແລະ ເອິກສີເທົາ. ລຳໂຕດ້ານເທິງສີເທົາເຂັ້ມ ແລະ ມີລາຍຂີດສີຂາວກະຈາຍເປັນແນວຂວາງ. ລຳໂຕດ້ານລຸ່ມ, ຄາງສີຂາວ, ທ້ອງສີເທົາ, ຂ້າງລຳໂຕມີລາຍຂີດ, ສີຂາວສະຫຼັບສີດຳເຖິ່ງໂຄນຫາງດ້ານລ່າງ, ແຂງ ແລະ ຕີນສີເທົາ. ນົກໄວອ່ອນຫົວ, ຄໍ ແລະ ເອິກສີນ້ຳຕານ, ລຳໂຕດ້ານເທິງມີລາຍຂີດສີດຳສະຫຼັບສີຂາວ.

       ຖິ່ນອາໄສ: ພົບຕາມແຄມແຫຼ່ງນ້ຳ, ໜອງນ້ຳ, ທັງນ້ຳຈືດ,ນ້ຳເຄັມ ແລະ ນ້ຳກ່ອຍ, ທົ່ງນາ ແລະ ພື້ນທີ່ຊຸ່ມນ້ຳຕ່າງໆ

       ສຽງຮອງ: ແຫຼມດັງ ເກຣັກໆໆ

ບັນຍາຍການນຳໃຊ້

ອາຫານ:

  • ຊີ້ນ: ໃຊ້ເປັນອາຫານ

ປະໂຫຍດ: ມີຄວາມສຳຄັນຕໍ່ລະບົບຕ່ອງໂສ້ອາຫານໃນທຳມະຊາດ 

ການປະກອບສ່ວນ