ນົກອ້ຽງຖ້ຳ / Blue Whistling Thrush

ຊະນິດຮ່ວມ
ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Myophonus caeruleus (Scopoli, 1786) / Muscicapidae
ຊື່ພ້ອງ
ຊື່ອື່ນ
Thai: ນົກອ້ຽງຖໍ້າ
English: Blue Whistling Thrush, Blue Whistling-Thrush, Himalayan Blue Whistling Thrush, Himalayan blue whistling trush, Himalayan Whistling Thrush, Himalayan Whistling-Thrush, Spangled Whistling-Thrush, Violet Whistling Thrush, Violet Whistling-Thrush, Whistling schoolboy ແລະ Whistling-Thrush.
French: Arrenga siffleur, Merle bleu siffleur ແລະ Merle siffleur bleu.
Indonesian: Burung Ciung-batu Siul, Ciungbatu Siul, Ciung-batu siul ແລະ Tiung batu besar.
Japanese: オオルリチョウ.
Vietnamese: Chim Hoét xanh, Chim Hoét xanh mỏ đen ແລະ Hoét xanh.
Chinese: 山鸣鸡, 白斑紫嘯鶇, 紫啸鸫, 紫嘯鶇, 紫蓝色啸声鸫 ແລະ 鸟精, 鸣鸡.
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

      ລຳໂຕຍາວ 31-35 ຊມ, ນ້ຳໜັກໂຕສະເລ່ຍ 136-231 ກຼາມ, ມີສີຟ້າອົມມ່ວງເຂັ້ມ ແລະ ມີຂົນເຫຼືອມ ຍົກເວັ້ນທີ່ຫາງ, ທ້ອງ ແລະ ໃຕ້ຫາງ, ປາກເປັນສີເຫຼືອງ. ເພດແມ່ສີປາຈະເປັນສີນ້ຳເງິນ, ມີນ້ຳໜັກສອງເທົ່າຂອງໂຕຜູ້. ປີກຍາວ 15.5-20 ຊມ, ປີກເປັນເສດສີຟ້າທີ່ແຕກຕ່າງກັນເລັກນ້ອຍ, ບໍລິເວນຂົນກາງປີກມີສີຂາວເລັກນ້ອຍຢູ່ບໍລິເວນປາຍ, ແຂງມີຂະໜາດ 4.5-5.5 ຊມ ແລະ ປາກຍາວ 2.9-4.6 ຊມ. ຂະໜາດຈະແຕກຕ່າງກັນໄປຕາມຊ່ວງ

      ທີ່ຢູ່ອາໄສ: ພົບຄາມປ່າປະສົມ, ປ່າດົງດິບແລ້ງ ແລະ ປ່າດົງດິບພູເຂົາ ຕັ້ງແຕ່ພື້ນທີ່ຮາບພຽງຮອດພູເຂົາ

      ອາຫານ: ຂີ້ກະເດືອນ, ປູ, ໜອນ, ແມງໄມ້ໃນນ້ຳ, ຫ້ອຍ, ພືດ ແລະ ໝາກໄມ້ບາງຊະນິດ

      ນິໄສ: ມັກພົບແບບໂດດດ່ຽວ ຫຼື ເປັນຄູ່, ມັກເກາະ ແລະ ກະໂດດໄປຕາມກ້ອນຫີນ ຫຼື ໜ້າຜາ ລື ບໍລິເວນຫ້ວຍນ້ຳໃນປ່າ, ນອກຈາກນີ້ຍັງພົບເຫັນຕາມແຄມທາງ, ພື້ນປ່າ ແລະ ຫຼັງຄາສິ່ງກໍ່ສ້າງໃນປ່າ ລວມທັງກິ່ງກ້ານຕົ້ນໄມ້

      ລະດູປະສົມພັນ: ນົກອ້ຽງຖ້ຳປະສົມພັນໃນຊ່ວງລະດູຮ້ອນ ຫຼື ລະຫວ່າງ ເດືອນເມສາ-ເດືອນກໍລະກົດ, ອາດຈະວາງໄຂ່ສອງຄັ້ງຕໍ່ປີ ໂດຍຈະວາງໄຂ່ຫຼັງຈາກອອກຈາກຮັ່ງກ່ອນໄປແລ້ວເປັນເວລາ 2 ອາທິດ. ຮັງເປັນຮູບຖ້ວຍເຮັດດ້ວຍຮາກໄມ້ ແລະ ໃບຫຍ້າ ໂດຍນຳມາປະສົມກັບດິນໜຽວຕາມຊອກຫີນ, ວາງໄຂ່ຄັ້ງລະ 3-4 ຟອງ, ທັງໂຕຜູ້ ແລະ ໂຕແມ່ຈະຊ່ວຍກັນຝັກໄຂ່ ແລະ ລ້ຽງລູກ

ບັນຍາຍການນຳໃຊ້

ອາຫານ: 

  • ຊີ້ນ: ໃຊ້ເປັນອາຫານ

ປະໂຫຍດ: ຊ່ວຍປັບຄວາມສົມດູນຂອງທຳມະຊາດ, ຊ່ວຍກະຈາຍພັນພືດ ແລະ ມີຄວາມສຳຄັນໃນລະບົບຕ່ອງໂສ້ອາຫານໃນທຳມະຊາດ

ການປະກອບສ່ວນ