ນົກໄກ່ນາອົກເຫຼືອງ / Slaty-legged Crake

ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Rallina eurizonoides Lafresnaye, 1845 / Rallidae
ຊື່ພ້ອງ
Rallina euryzonoides
Rallina minahasa
ຊື່ອື່ນ
English: Banded Crake, Banded rail, Philippine Banded Crake, Philippine Crake, Ryukyu Crake, Slaty-legged Banded Crake, Slaty-legged Banded Rail, Slaty-legged Crake ແລະ Slaty-legged-banded Crake.
French: Râle de forêt, Râle hindou
Indonesian: Burung Tikusan Kaki Kelabu, Burung Tikusan Kaki-kelabu, Tikusan Kaki-kelabu
Japanese: オオクイナ
Thai: ນົກອັນຊັນປ່າຂາເທົາ
Vietnamese: Gà nước họng trắng
Chinese: 灰腳秧雞, 灰腿秧鸡, 白喉斑秧雞, 白喉斑秧鸡
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

ึ       ຄ້າຍກັບນົກໄກ່ນາຂາແດງ ແຕ່ມີຂະໜາດໃຫຍ່ກວ່າ, ປາກໜາ ແລະ ຍາວກວ່າ, ປີກບໍ່ມີລາຍຂວາງ, ຂາ ແລະ ຕີນມີສີເທົາ, ປີກ ແລະ ຫຼັງມີສີນ້ຳຕານເຂັ້ມຫຼາຍກວ່າ. ນົກໄກ່ນາອົກເຫຼືອງມີລັກສະນະເດັ່ນຄືບໍລິເວນເອິກມີລາຍສີຂາວສະຫຼັບສີດຳພາດຂວາງ, ຫົວ ແລະ ເອິກມີສີສົ້ມປົນນ້ຳຕານ, ມ່ານຕາສີແດງ, ຄໍສີຂາວປົນສີເຫຼືອງ, ວົງຮອບຕາເປັນສີແດງ ແລະ ມີລາຍຂີດສີຂາວເທິງປີກ

      ສຽງຮ້ອງ: ເກັກ-ເກັກ ແລະ ມີສຽງເຕືອນໄພດັງ ຄຼື-ຄຼ່າ-ຄຼ່າ-ຄ່າ 

      ຖິ່ນອາໄສ: ອາໄສຢູ່ຕາມລຳທານ ແລະ ພື້ນທີ່ຊຸ່ມນ້ຳໃນປ່າ. ຊ່ວງລະດູອົບພະຍົບພົບໄດ້ຫຼາຍແຫຼ່ງອາໄສ, ພົບທີ່ຮາບພຽງ ແລະ ຢູ່ທີ່ລະດັບຄວາມສູງເໜືອໜ້ານ້ຳທະເລເຖິງ 1.500 ແມັດ

      ອາຫານ: ອາຫານຂອງພວກມັນແມ່ນສັດຂະໜາດນ້ອຍ ແລະ ໝາກໄມ້ຕາມພື້ນປ່າ

ບັນຍາຍການນຳໃຊ້

ອາຫານ: 

  • ຊີ້ນ: ໃຊ້ເປັນອາຫານ
ການປະກອບສ່ວນ