ນົກຂຸ້ມນ້ອຍ / Common buttonquail

ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Turnix sylvaticus Desfontaines, 1789 / Turnicidae
ຊື່ພ້ອງ
ຊື່ອື່ນ
ໄທ: ນົກກະທາທົ່ວໄປ ແລະ ນົດຂຸ້ມອືດນ້ອຍ.
ຊື່ສາມັນ: common buttonquail, Kurrichane buttonquail, small buttonquail ແລະ Andalusian hemipode.
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

       ເປັນໜຶ່ງໃນກຸ່ມຂອງນົກຂຸ້ມທີ່ມີຂະໜາດນ້ອຍ, ມີຄວາມຍາວທັງໝົດ 11.4 ຊມ ແລະ ອາດຮອດ 14-17 ຊມ. ຕົວແມ່ມີຄວາມຍາວຂອງປີກ 81-101 ມມ, ຫາງຍາວຢູ່ປະມານ 42.6 ມມ, ກະດູກຂໍ້ຕີນຍາວປະມານ 24 ມມ, ຄວາມຍາວສະເລ່ຍຈະຢູ່ລະຫວ່າງ 19-22.3 ມມ, ຄວາມຍາວຂອງປີກຈະຢູ່ລະຫວ່າງ 68-79.5 ມມ, ໂຕແມ່ມີນ້ຳໜັກສະເລ່ຍ 70 ກຼາມ. ຕົວຜູ້ມີຂະໜາດນ້ອຍກ່ວາເຊິ່ງມີຄວາມຍາວຂອງປີກສະເລ່ຍ 88 ມມ, ຄວາມຍາວຂອງປີກຈະຢູ່ລະຫວ່າງ 68-79.5 ມມ, ຫາງຍາວປະມານ 39.4 ມມ, ກະດູກຂໍ້ຕີນຍາວປະມານ 23.4 ມມ, ຍາວສະເລ່ຍຢູ່ລະຫວ່າງ 17.5-20.5 ມມ, ເຊິ່ງຄວາມຍາວຂອງປີກ ແລະ ກະດູກຂໍ້ຕີນຈະແຕກຕ່າງກັນໄປຂຶ້ນກັບຊະນິດຍ່ອຍ, ໂຕຜູ້ມີນ້ຳໜັກປະມານ 60 ກຼາມ. ໂດຍທົ່ວໄປແລ້ວຈະມີສີເທົາ ແລະ ສີນ້ຳຕານປົນແດງບໍລິເວນປາຍ, ມີເສັ້ນສີນ້ຳຕານຢູ່ບໍລິເວນກາງຂອງກະມ່ອມ ແລະ ມີແຖບສີເຫຼືອງ ຫຼື ສີເຫຼືອງທອງດ້ານຫຼັງທາງສອງຂ້າງ, ໃບໜ້າ ແລະ ດ້ານຂ້າງຂອງຫົວມີສີດຳເລັກນ້ອຍເຖິງພື້ນສີຂາວ, ຄໍຫອຍ ແລະ ດ້ານທ້ອງສ່ວນເທິງເປັນສີຂາວ, ສ່ວນຄໍ ແລະ ເອິກສ່ວນກາງເປັນເມັດສີນ້ຳຕານປົນແດງ, ດ້ານຂ້າງຂອງເຕົ້ານົມມີຈຸດສີດຳເລັກນ້ອຍ, ຂອງປີກມີສີນ້ຳຕານປົນເຫຼືອງ. ຕີນ ແລະ ນິ້ວຕີີນເປັນສີເນື້ອ. ໂຕແມ່ທີ່ຍັງບໍ່ທັນໄດ້ປະສົມພັນຈະມີຈຸດສີດຳນ້ອຍກວ່າ, ມີຄໍຫອຍສີແດງອ່ອນ ແລະ ມີິແດງປົນສີນ້ຳຕານບໍ່ລິເວນໜ້າເອິກເລິກກວ່າ. ເພດຜູ້ທີ່ຍັງບໍ່ທັນໄດ້ປະສົມພັນຈະມີລັກສະນະຄ້າຍໂຕແມ່ຍົກເວັ້ນໜ້າເອິກມີສີເຂັ້ມກວ່າ. ຕົວອ່ອນຈະມີລັກສະນະຄ້າຍໂຕແມ່ເຕັມໄວແຕ່ມີຈຸດລາຍບລິເວນໜ້າເອິກຫຼາຍກວ່າ, ຈຸດສີຂາວສ່ວນເທິງຂອງລຳຕົວບໍ່ຊັດເຈນ

       ແຫຼ່ງທີ່ຢູ່ອາໄສ: ພົບໄດ້ທົ່ວໄປໃນເຂດທີ່ເປັນດິນຊາຍແຫ້ງ, ໃນຟຸ່ມໄມ້ເຕ້ຍ, ຫຍ້າ ແລະ ທີ່ຮົກຮ້າງ, ມັກພົບຕາມດິນທີ່ສາມາດລົບຊ້ອນຕົວໄດ້ດີ, ພືດຄຸມດິນທີ່ໜາແໜ້ນເຊັ່ນ: ປາມ, ຝ້າຍ, ເຟືອງເຂົ້າ ຫຼື ພືດໄຮ່. ປ່າທີ່ພວກມັນມັກແມ່ນປ່າໄຜ່ ແລະ ຫຼີກລ້ຽງປ່າດິບຊາຍ, ທະເລຊາຍ ແລະ ພື້ນທີ່ຊຸ່ມນ້ຳ. ເຊິ່ງພົບໄດ້ທີ່ຄວາມສູງຈາກໜ້ານ້ຳທະເລ 2.000-2.400 ແມັດ.

ບັນຍາຍການນຳໃຊ້

ຊີ້ນ: ໃຊ້ບໍລິໂພກເປັນອາຫານ.

ການສຶບພັນ ແລະ ວົງຈອນຊີວິດ

       ການປະສົມພັນ: ໃນຂະນະທີ່ມີການກ້ຽວພາລາສີໂຕແມ່ຈະຮ້ອງ ແລະ ຈະຢູ່ໃນທ່າອຽງມູມ 45 ອົງສາ ໂດຍປາກຈະອຽງກົ້ມລົງໄປທາງດ້ານ ແລະ ຈະຮ້ອງສຽງ 1 ຫຼື ສຽງສອງ ອອກມາຢ່າງຄົງທີ່. ໂຕຜູ້ ແລະ ໂຕແມ່ຈະງວກໜ້າໄປມາລະຫວ່າງການກ້ຽວພາລາສີ, ໂຕຜູ້ຈະເຮັດທ່າທີ່ຍອມຈຳນົນໂຕແມ່ເພື່ອໃຫ້ໂຕແມ່ຈັບ ແລະ ໂຕແມ່ຈະສົ່ງສຽງຮ້ອງໃນຂະນະທີ່ປ້ອນອາຫານໃຫ້ໂຕຜູ້. ລະດູປະສົມພັນຈະແຕກຕ່າງກັນໄປຂຶ້ນກັບພູມມີພາກ.

       ອາຫານ: ສ່ວນຫຼາຍມັກກິນແກ່ນຫຍ້າ, ແມງໄມ້ ແລະ ໜອນເປັນອາຫານຫຼັກ.

ການປະກອບສ່ວນ