ນາກນ້ອຍເລັບສັ້ນ / Oriental Small-clawed Otter

ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Aonyx cinereus (Illiger, 1815) / Mustelidae
ຊື່ພ້ອງ
Amblonyx cinereus
ຊື່ອື່ນ
ໄທ: ນາກນ້ອຍເລັບສັ້ນ
ຊື່ສາມັນ: Asian small-clawed otter, oriental small-clawed otter ແລະ small-clawed otter
ສະຖານະພາບການອະນຸລັກ
Vulnerable
ພັນລະນາລັກສະນະສັນຖານ

        ຫົວ ແລະ ລໍາຕົວຍາວ: 36-46 ຊມ.  ຫາງຍາວ: 24-35 ຊມ.
        ສັງເກດເຫັນວ່າເປັນນາກຊະນິດນ້ອຍ ແລະ ສັ້ນກວ່ານາກຊະນິດອື່ນໆ ຂອງລາວ, ເປັນນາກຊະນິດທີ່ນ້ອຍທີ່ສຸດໃນໂລກ, ໂຕຜູ້ມີຂະໜາດໃຫຍ່ກວ່າໂຕແມ່ເລັກນ້ອຍ, ລຳໂຕ ແລະ ຫາງຍາວ 45-55 ຊມ, ຫາງຍາວ 25-35 ຊມ, ນ້ຳໜັກໂຕຍາວ 1-3 ກິໂລ. ຕີນຂອງມັນມີລັກສະນະຄ້າຍຕີນເປັດ ແລະ ມີເລັບນ້ອຍເຫຼື້ອມຕິດຢູ່ໃກ້ປາຍນິ້ວ. ມີດັງທີ່ສັ້ນກວ່ານາກຊະນິດອື່ນ.  ມີຂົນເປັນສີນ້ຳຕານໝົ່ນ, ສີຂົນທາງຂ້າງ-ທ້ອງມີລັກສະນະຈາງກວ່າ, ຂົນເຂດຄໍເປັນສີເນື້ອ, ລັກສະນະດັ່ງກ່າວອາດ ແລະ ສາມາດປ່ຽນສີຂົນໄດ້ຕາມລະດູການ ເປັນຄວາມຍຸ້ງຍາກດ້ານການຈັດຈຳແນກຄວາມແຕກຕ່າງໃນພາກສະໜາມຂອງຊະນິດດັ່ງກ່າວຈາກຊະນິດອື່ນ.
        ອຸປະນິໄສ: ເປັນສັດທີ່ຫາກິນກາງເວັນ, ພວກມັກຈະຢູ່ເປັນກຸ່ມ 4-6 ຕົວ, ບາງຄັ້ງພົບເປັນຝູງມີເຖິງ 12 ຕົວ. ພວກມັນກິນຫອຍ ແລະ ປູ, ກຸ້ງ, ປາ ເປັນອາຫານ.
        ສຽງຮ້ອງ: ວີອຸກ "wiuk". ພວກມັນຍັງໃຊ້ສຽງຮ້ອງດັງໆແບບມີຄວາມແຄ້ນ ແລະ ໃຊ້ສຽງຮ້ອງໃນການສື່ສານລະຫວ່າງຊະນິດ.
        ຖິ່ນໄສ: ພົບຕາມແມ່ນໍ້າເຊ ແລະ ຫ້ວຍນ້ຳຕ່າງໆທົ່ວ ສປປ ລາວ. ປະຈຸບັນມີລາຍງານວ່ານາກຊະນິດດັ່ງກ່າວມີຈຳນວນຫຼຸດລົງປະມານສອງເທົ່າຕົວ.

ບັນຍາຍການນຳໃຊ້

ອາຫານ: 

  • ຊີ້ນ: ໃຊ້ເປັນອາຫານໄດ້.
ການສຶບພັນ ແລະ ວົງຈອນຊີວິດ

       ການປະສົມພັນ: ໃນລະດູການປະສົມພັນຈະຢູ່ເປັນຄູ່ໆ, ນາກຈະປະສົມພັນໃນນ້ຳ, ພໍ່ ແລະ ແມ່ຊ່ວຍກັນລ້ຽງລູກ ໂດຍປີໜຶ່ງຈະໃຫ້ລູກຢູ່ 2 ຄອກ, ຄອກລະປະມານ 2-4 ຕົວ, ລູກທີ່ເກີດໃໝ່ຍັງບໍ່ທັນລືມຕາ. ສ່ວນຫຼາຍເຮັດຮັ່ງຢູ່ເທິງຫຍ້າຄາທີ່ຕາຍ ແລະ ທັບຖົມກັນຄືໂຟມລອຍຢູ່ຕາມນ້ຳ, ນາກຈາະກັດໂຄນຫຍ້າເປັນອຸໂມງຈົນຮອດທີ່ນອນຂອງລູກ ທີ່ຮອງດ້ວຍດອກຫຍ້າ ຫຼື ເສັ້ນໄຍທີ່ອ່ອນນຸ້ມທີ່ແຫ້ງ ແລະ ສາມາດໃຫ້ຄວາມອົບອຸ່ນແກ່ລູກ, ຮັ່ງນາກຂ້ອນຂ້າງປອດໄພເນື່ອງຈາກວ່າມັນລອຍຢູ່ໜ້ານ້ຳ ແລະ ສັງເກດເຫັນໄດ້ຍາກ. ສ່ວນພວກທີ່ອາໄສຢູ່ຕາມຫ້ວຍຈະເກີດລູກຕາມໂພ່ງຕາມແຄມຫ້ວຍ.

       ສະພາບການອະນຸລັກ: IUCN : ມີຄວາມສ່ຽງເກືອບຈະຖືກຂົ່ມຂູ່

ການປະກອບສ່ວນ