ເໝັ້ນ / East Asian Pocupine

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Hystrix brachyura Linnaeus, 1758 / Hystricidae
ຊື່ພ້ອງ
ຊື່ອື່ນ
ໄທ: ເໝັ້ນໃຫຍ່ແຜງຄໍຍາວ.
ຊື່ສາມັນ: East Asian Pocupine
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

ເຫມັ້ນ - Porcupins: ຕະກຸນ Hystricidae
ເປັນສັດເລັມແຫ້ນທີ່ມີຕົນໂຕຂະໜາດໃຫຍ່ບຶກບຶນ, ປົກຄຸມດ້ວຍຂົນທີ່ມີການປ່ຽນແປງເປັນໜາມແຫຼມ, ມີກ້ານຂົນທີ່ແຂງມີຂາສັ້ນ, ເປັນສັດທີ່ກັງວົນຮູ້ສຶກສໍາພັດງ່າຍ, ໃນທົ່ວໂລກ: ມີຢູ່ 11 ຊະນິດ. ສະເພາະໃນ ສປປ ລາວ ມີຢູ່ 2 ຊະນິດ.
1. ເຫມັ້ນ / Hystrix brachyura
      ຫົວ ແລະ ລໍາຕົວຍາວ: 63-72.5 ຊມ, ຫາງຍາວ: 6–11 ຊມ, ງ່າຍໃນການຈັດຈໍາແນກ ຄືສັດສ່ວນທາງຫຼັງມີຫາງສັ້ນໆ, ປົກຫຸ້ມດ້ວຍກ້ານຂົນໜາມ, ແຂງ, ຍາວທີ່ມີສີເຫຼືອງອ່ອນ ແລະ ມີສີຊ໋ອກໂກແລັດປົນນ້ຳຕານຢູ່ເປັນຈຸດໆເນີ້ງໄປທາງຫຼັງ, ຫົວມີຂົນສີນ້ຳຕານລຽບ ຕໍ່ຈາກນັ້ນທາງໜ້າກ່ອນເຄິ່ງລຳຕົວມີຂົນໜາມສີເຫຼືອງ ແລະ ມີຂາສັ້ນໆຫຸ້ມດ້ວຍສີນ້ຳຕານ.
     ອຸປະນິໄສ: ເປັນສັດຫາກິນກາງຄືນ, ເທິງດິນ, ອາໄສຢູ່ໃນຮູ ແລະ ມັກຈະເຮັດເສັ້ນທາງຮູໃຫ້ມີລັກສະນະເປັນຕາໜ່າງອ້ອມໆບໍລິເວນທີ່ຢູ່ອາໄສ. ພົບເຫັນຢູ່ທັງແບບໂດດດ່ຽວ ຫຼື ມີຄູ່, ກິນຮາກໄມ້ຫົວມັນ, ເປືອກໄມ້, ໝາກໄມ້ລົ່ນ ແລະ ທັງຊາກເສດທີ່ເໜົ່າເປື່ອຍຕ່າງໆ.
     ສຽງຮ້ອງ: ?
     ຖິ່ນອາໄສ: ພົບໃນປ່າທຸກຊະນິດທີ່ມີຄວາມສູງຈົນເຖິງ 1,760 ມ ໃນທົ່ວປະເທດ. ມັນສາມາດຄົງໂຕຢູ່ໃນສະພາບເຂດທີ່ມີການລ່າ.
ສະພາບການອະນຸລັກ: IUCN ຈັດວ່າເປັນສັດທີ່ຢູ່ໃນທ່າທີ່ອ່ອນໄຫວຕໍ່ການຖືກກະທົບໄດ້ງ່າຍ.

ບັນຍາຍການນຳໃຊ້

ອາຫານ: ຊີ້ນໃຊ້ເປັນອາຫານ.

ສິນຄ້າ: ມີການລັກລອບຄ້າຂາຍ.

ການປະກອບສ່ວນ