ກະຮອກທອງແດງ / Pallas's Squirrel

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Callosciurus erythraeus (Pallas, 1779) / Sciuridae
ຊື່ພ້ອງ
Callosciurus flavimanus
Callosciurus sladeni
ຊື່ອື່ນ
ໄທ: ກະຮອກສວນ.
ຊື່ສາມັນ: Pallas's squirrel ແລະ red-bellied tree squirrel.
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

     ຫົວ ແລະ ລໍາຕົວຍາວ: 20-26 ຊມ. ຫາງຍາວ: 20 ຊມ. ເປັນກະຮອກທີ່ມີຂະໜາດກາງ ແລະ ມີສີຂຶ້ນແຕກຕ່າງກັນ, ດັ່ງນັ້ນໃນ ສປປ ລາວ ເປັນທີ່ຮູ້ຈັກກັນມີພຽງ 3 ຊະນິດຍ່ອຍ, ຊະນິດຍ່ອຍ C. e. zimmensis ຈາກຕາເວັນຕົກສ່ຽງເໜືອ, ຊະນິດຍ່ອຍ C. e. hendleei ຈາກແຖບໃຕ້ຜົ້ງສາລີຫາບ້ານຫ້ວຍຊາຍ ແຂວງບໍ່ແກ້ວ, ລັກສະນະສ່ວນເທິງຂອງລໍາຕົວມີສີແດງ ແລະ ຢູ່ກາງຫລັງມີສີນ້ຳຕານເຂັ້ມ ລວມທັງໜ້າ ແລະ ອົ້ງຕີນ, ຊະນິດຍ່ອຍ C. e. flavimanus ຈາກແຖບໃຕ້ຊຽງຂວາງ, ກໍມີລັກສະນະສະເພາະຄືພາກສ່ວນເທິງຂອງລໍາຕົວເປັນສີແດງ, ແຕ່ວ່າຢູ່ກາງຫລັງແຕກຕ່າງກັນຫລາຍ, ເປັນສີເທົາອ່ອນໆ, ມີສີຂຽວອ່ອນໆຫາສີນ້ຳຕານ, ຕີນມີສີຊີດຂາວກວ່າຢູ່ກາງຫລັງ, ຢູ່ຮອບປາກກໍມີສີຊີດຢາວກວ່າກາງຫລັງ.
     ອຸປະນິໄສ: ຢູ່ເທິງຕົ້ນໄມ້.
     ສຽງຮ້ອງ: ?
     ຖິ່ນອາໄສ: ພົບຕາມປ່າເທິງພູຍ່ອຍ ແລະ ປ່າປະສົມຊົ່ວຄາວ ໄກຈາກທົ່ງຮາບແມ່ນ້ຳຂອງ ລວມທັງບໍລິເວນທີ່ຕ່ຳ. ເປັນຊະນິດທີ່ພົບທົ່ວໄປ.

ບັນຍາຍການນຳໃຊ້

ອາຫານ:   ຊີ້ນໃຊ້ເປັນອາຫານ ແລະ ໄດ້ຮັບທີ່ນິຍົມຫຼາຍໃນເຂດຊົນນະບົດ.
ສິນຄ້າ: ວ່າງຂາຍເປັນສິນຄ້າຕາມຕະຫຼາດທ້ອງຖິ່ນ.

ການປະກອບສ່ວນ