ທະນີແກ້ມເຫຼືອງ /Yellow-checked Crested Gibbon
APA 6th ed. ທະນີແກ້ມເຫຼືອງ /Yellow-checked Crested Gibbon. (2022, February 2). Retrieved from https://www.phakhaolao.la/kb/0001384
MLA 8th ed. ທະນີແກ້ມເຫຼືອງ /Yellow-checked Crested Gibbon. Pha Khao Lao, 2 February 2022, https://www.phakhaolao.la/kb/0001384.
Chicago 17th ed. Pha Khao Lao. 2022. "ທະນີແກ້ມເຫຼືອງ /Yellow-checked Crested Gibbon." Published February 2, 2022. https://www.phakhaolao.la/kb/0001384.
ໄທ: ຊະນີແກມເຫຼືອງ ຫຼື ຊະນີແກ້ມທອງ.
ຫົວ ແລະ ລໍາໂຕຍາວ 74-89 ຊມ, ບໍ່ມີຫາງ, ໂຕຜູ້ຈະມີສີດໍາເປັນສ່ວນຫຼາຍ ເຊິ່ງປະສົມປະສານກັບເອິກທີ່ມີສີນໍ້າຕານເຂັ້ມ, ເຊິ່ງບໍ່ເປັນສີນໍ້າຕານປົນສີເທົ່າຄືກັບຊະນິດອື່ນ, ໂຕຜູ້ຍັງມີເຄົາ, ແກ້ມສີເຫຼືອງຈືດ ຫຼື ສີສົ້ມ, ທີ່ຕັ້ງອອກທາງຂ້າງ, ໃນໂຕແມ່ຫຼັງ ແລະ ແຂນ, ຂາມີສີເຫຼືອງຈືດ, ສີເຫຼືອງ, ສີສົ້ມ ຫຼື ສີນໍ້າຕານອ່ອນ, ຫົວມີສີດໍາຕັດກັບສີຂົນຢູ່ອ້ອມຮອບຈາງກວ່າປົກກະຕິ, ວົງຮອບໜ້າມີສີອອກເຫຼືອງ (ມີສ່ວນໜ້ອຍເປັນສີຂາວ), ເຊິ່ງຈະບໍ່ຕັດກັບສີຈາງກວ່າຄໍ.
ອຸປະນິໄສ: ຫາກິນກາງເວັນຕາມຕົ້ນໄມ້, ຫາກິນໃນຊັ້ນປົກຄຸມລະດັບສູງ ແລະ ລະດັບກາງ, ບໍລິໂພກໝາກໄມ້ຫຼາຍໆຊະນິດເປັນອາຫານ.
ສຽງຮ້ອງ: ສຽງໂຕຜູ້ທີ່ເຕັມໄວຄ້າຍຄືກັນກັບສຽງຂອງທະນີແກ້ມຂາວ ແຕ່ບໍ່ມີສຽງບຸມ, ເປັນປະເພດສຽງທີ່ຊ່ວງສັ້ນ "ອາອາ" ທີ່ເປັ່ງອອກຄ່ອຍໆ, ສຽງທີ່ໜຶ່ງເລີ່ມຕົ້ນດ້ວຍສຽງທີ່ມີຄວາມຖີ່ຫຼຸດລົງເປັນຊ່ວງຍາວ ແລະ ຈະປ່ຽນຄວາມຖີ່ໄວຂຶ້ນໃນສຽງທີ່ສອງເທົ່ານັ້ນ, ໂຕແມ່ຈະຮ້ອງພຽງແຕ່ສຽງດັງເທົ່ານັ້ນ, ເຊິ່ງປະກອບດ້ວຍ 5-13 ສຽງ ໂດຍແຕ່ລະສຽງຈະເລີ່ມຈາກຄວາມຖີ່, ສຽງຮ້ອງດັງນີ້ຈະຄືກັນກັບສຽງຮ້ອງຂອງທະນີແກ້ມຂາວ
ຖິ່ນອາໄສ: ຈໍາກັດຢູ່ໃນພາກໃຕ້ສຸດຂອງ ສປປ ລາວ ແລະ ທາງພາກຕາເວັນອອກຂອງແມ່ນໍ້າຂອງ.
ສັດຫວງຫ້າມທີ່ມີຄວາມສ່ຽງໃກ້ສູນພັນສູງ.