ຂາແດງ / Red-shanked Douc Langur
APA 6th ed. ຂາແດງ / Red-shanked Douc Langur. (2022, January 22). Retrieved from https://www.phakhaolao.la/kb/0001379
MLA 8th ed. ຂາແດງ / Red-shanked Douc Langur. Pha Khao Lao, 22 January 2022, https://www.phakhaolao.la/kb/0001379.
Chicago 17th ed. Pha Khao Lao. 2022. "ຂາແດງ / Red-shanked Douc Langur." Published January 22, 2022. https://www.phakhaolao.la/kb/0001379.
ໄທ: ຄ່າງຫ້າສີ
ຫົວ ແລະ ລໍາຕົວຍາວ: 52-62 ຊມ. ຫາງຍາວ: 58-88 ຊມ. ເປັນລີງທີ່ມີສີສັນສີແດງຍາວຕັ້ງແຕ່ຫົວເຂົ່າຮອດຂໍ້ແຂ່ງ, ນິ້ວມື ແລະນິ້ວ ຕີນມີສີດຳ, ລໍາໂຕມີສີຂີ້ເຖົ່າປະສົມສີດຳ, ຂາວ ແລະ ໝົ່ນ. ແຂນຍາວ, ມີສີຂາວຕັ້ງແຕ່ຂໍ້ສອກຈົນຮອດຂໍ້ມື, ສ່ວນເທິງຈະເປັນສີໝົ່ນມີຂົນຍາວສິຂາວ ຢູ່ບໍລິເວນແກ້ມທັງສອງຂ້າງ ແລະ ມີແຖບສອງແຖບທີ່ມີສີແດງ, ມີຂົນສີດຳຢູ່ບໍລິເວນເທິງຕາ, ບໍລິເວນໜ້າ ແລະ ອ້ອມຕາຈະມີສີເຫຼືອງອອກແດງ, ຫາງຍາວ.
ອຸປະນິໄສ: ເປັນສັດຂີ້ອາຍ, ຢູ່ໃນເຂດຫ່າງໄກສອກຫຼີກຈະຢູ່ຢ່າງເປີດເຜີຍ, ປົກກະຕິຈະອາໄສຢູ່ຊັ້ນປົກຄຸມ, ອາຫານຂອງມັນສ່ວນໃຫຍ່ແມ່ນໃບໄມ້, ຍອດໄມ້ ແລະ ໜໍ່ໄມ້, ຮອງລົງມາແມ່ນໝາກໄມ້ ແລະ ແກ່ນພືດ
ສຽງຮ້ອງ: ສຽງຈະປະກອບດ້ວຍສຽງທີ່ມີຄວາມເຂັ້ມຂອງສຽງຕໍ່າ, ສຽງຄິກສັ້ນຄ່ອຍໆ, ຫຼາຍລະດັບ ແລະ ຮ້ອງສຽງສູງຢ່າງຮຸນແຮງ
ຖິ່ນອາໄສ: ອາໄສຢູ່ໃນປ່າດົງດິບຕັ້ງແຕ່ທົ່ງພຽງຈົນຮອດພູເຂົາທີມີລະດັບ 1200 ມ, ພົບຫຼາຍທາງດ້ານຕາເວັນອອກຂອງແມ່ນ້ຳຂອງ, ນັບຊາຍແດນຂອງກຳປູເຈຍຈົນຮອດເຂດປ່າສະຫງວນແຫ່ງຊາດນ້ຳກະດິງ, ປ່າສະຫງວນນ້ຳຈາດ
ເປັນສັດຫວງຫ້າມທີ່ມີຄວາມສ່ຽງໃກ້ສູນພັນສູງ.