ກະເບົາຫົວ / Dye-yam

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Dioscorea cirrhosa Lour. / DIOSCOREACEAE
ຊື່ພ້ອງ
Dioscorea angusta R.Knuth
Dioscorea bonnetii A.Chev.
Dioscorea camphorifolia Uline ex R.Knuth
Dioscorea cirrhosa var. cylindrica C.T.Ting & M.C.Chang
Dioscorea intempestiva Prain & Burkill
Dioscorea matsudae Hayata
Dioscorea rhipogonoides Oliv.
Strophis cirrhosa (Lour.) Salisb.
Smilax petiolatumida B.R.Moore, Narkkong, Th.Moore & Lutat
ຊື່ອື່ນ
ລາວ: ກະເບົາຫົວ,​ ກະເບົາເລືອດ, ຫົວຕ່ອມເລືອດ ແລະ ຫົວເບົາ.
ຈີນ: 薯莨
ຫວຽດນາມ: Củ nâu, Củ nầng, Dây tẽn, Plé ແລະ Đâu
En: Dye-yam, dyeing yam, dye-root
ບັນຍາຍລັກສະນະພືດສາດ

ລຳຕົ້ນເປັນລຳເຄືອ, ພັນຕາມຕົ້ນໄມ້, ຍາວ 2-4 ມ, ລຳຕົ້ນມີໜາມ. ຫົວຢູ່ໃຕ້ດິນ, ມີລັກສະນະຫຼາກຫຼາຍແຕກຕ່າງກັນໄປ, ພາຍໃນມີນ້ຳຢາງສີແດງ. ໃບດ່ຽວ, ອອກຮຽງສະຫຼັບກັບ, ຮູບຫົວໃຈ ຫຼື ຮູບຫອກ, ກວ້າງ 6-8 ຊມ, ຍາວ 8-16 ຊມ, ໂຄນໃບຮູບຫົວໃຈ, ຂອບລຽບ, ປາຍແຫຼມ, ແຜ່ນໃນໜາຄ້າຍຄືໜັງ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ, ຜິວລຽບທັງສອງດ້ານ, ຊໍ່ດອກແບບຮວງເຂົ້າ, ອອກຕາມງ່າມໃບ. ດອກຍ່ອຍຈຳນວນຫຼາຍ, ຂະໜາດນ້ອຍ, ດອກແຍກເພດຢູ່ໃນຕົ້ນດຽວກັນ, ບໍ່ມີກ້ານດອກ. ດອກເພດຜູ້ອອກອັດແໜ້ນໃນກ້ານຊໍ່ດອກດຽວກັນ, ດອກເພດແມ່ອອກແບບຫ່າງໆ. ໝາກຮູບກົມມົນ, ມີ 3 ຄີ, ໝາແຫ້ງແລ້ວແຕກ, ສີດຳ. ແກ່ນມີປີກ, ຫົວຂ້ອນຂ້າງກົມ, ປາຍແປ.

ບັນຍາຍການນຳໃຊ້

ສັບພະຄຸນ:
    ຫົວ: ໃຊ້ຮັກສາອາການເຈັບທ້ອງບິດ, ຖອກທ້ອງ ແລະ ຮັກສາອາການຕັບອັກເສບ.
ຂໍ້ຄວນລະວັງ: ຫ້າມໃຊ້ໃນປະລິມານຫຼາຍເພາະຈະເຮັດໃຫ້ຂັບຖ່າຍຍາກ.
ຂໍ້ມູນວິທະຍາສາດ:
    ຫົວ: ມີສານ contain 6-13%
    ພົບສານ Mordants ເຊັ່ນ: ສານສົ້ມ, aluminium, acetate ແລະ bichromate.
ຄຸນປະໂຫຍດ:
    ຫົວ: ໃຊ້ສຳລັບຍ້ອມສີຜ້າ ໂດຍໃຫ້ສີນ້ຳຕານ ແລະ ໃຊ້ພອກໜັງ.

ການປະກອບສ່ວນ