ຫຍ້າໜອນໜ່າຍ / Trefle Gros
APA 6th ed. ຫຍ້າໜອນໜ່າຍ / Trefle Gros. (2021, August 16). Retrieved from https://www.phakhaolao.la/kb/0001297
MLA 8th ed. ຫຍ້າໜອນໜ່າຍ / Trefle Gros. Pha Khao Lao, 16 August 2021, https://www.phakhaolao.la/kb/0001297.
Chicago 17th ed. Pha Khao Lao. 2021. "ຫຍ້າໜອນໜ່າຍ / Trefle Gros." Published August 16, 2021. https://www.phakhaolao.la/kb/0001297.
Desmodium triquetrum subsp. genuinum Prain
Desmodium triquetrum subsp. triquetrum
Hedysarum triquetrum L.
Meibomia triquetra (L.) Kuntze
Pteroloma triquetrum (L.) Benth.
Tadehagi triquetrum subsp. triquetrum
ໄທ: ເຂົ້າເໝົ່ານົກ, ໝາກແຮະນົກ, ຫຍ້າຄໍຕຸ້ງ, ຂີ້ກະຕືດ, ຂີ້ກະຕືດແປ, ຄໍກິ່ວ, ບອກບໍ່, ຫຍ້າໃບຫຼ່ຽມ, ຫຍ້າຄໍຕຸ້ງເມຍ, ຕານຄໍມ້າ, ປອບໜອນ, ໜອນໜ່າຍ ແລະ ໜອນກິ່ວ
ຈີນ: 葫芦茶.
ອັງກິດ: Trefle Gros.
ຈັດເປັນພັນໄມ້ລົ້ມລຸກ. ລຳຕົ້ນສູງ 15-50 ຊມ, ກິ່ງກ້ານມີລັກສະນະເປັນສັນສາມຫຼ່ຽມ, ແຕກກິ່ງກ້ານສາຂາຈຳນວນຫຼາຍ, ຍອດ ແລະ ກິ່ງອ່ອນເປັນສີແດງມັນ, ມີຂົນສີຂາວກະຈາຍຢູ່ທົ່ວ. ໃບປະກອບ, ອອກຮຽງສະຫຼັບ. ໃບຍ່ອຍມີພຽງ 1 ໃບ, ຮູບໄຂ່ ຫຼື ຮູບຫອກ, ກວ້າງ 2-4 ຊມ, ຍາວ 8-10 ຊມ, ໂຄນໃບຮຽວແຫຼມ ຫຼື ມົນ, ຂອບລຽບ, ປາຍແຫຼມ, ແຜ່ນໃບກິວ ແລະ ວັກຂຶ້ນ, ໜາໜຽວ, ຜິວໃບດ້ານເທິງຜິວລຽບ, ພິວໃບດ້ານລຸ່ມມີຂົນສີຂາວ. ຫູໃບມີ 1 ຄູ່, ອອກທັງສອງຂ້າງຂອງກ້ານໃບ, ສີເງິນ ຫຼື ສີເທົາ, ເມື່ອແກ່ປ່ຽນເປັນສີນ້ຳຊາ. ຊໍ່ດອກແບບກະຈະ, ຮູບຊົງກະບອກ, ອອກຕາມງ່າມໃບ ແລະ ປາຍກິ່ງ, ຍາວ 10-25 ຊມ. ດອກຍ່ອຍຈຳນວນຫຼາຍ, ຮູບດອກຖົ່ວ, ຂະໜາດນ້ອຍ, ສີຂາວ ຫຼື ສີມ່ວງ. ກີບດອກເຊື່ອມຕິດກັນເປັນຫຼອດ, ປາຍແຍກອອກເປັນ 5 ແສກ. ໝາກເປັນຝັກແປຍາວ, ຮູບຂອບຂະໜານ, ຄອດເປັນຂໍ້, ປະມານ 6-8 ຂໍ້, ຂົນຮູບຂໍ້ກະຈາຍຢູ່ທົ່ວ, ໝາກອ່ອນສີຂຽວ, ໝາກແກ່ເປັນສີແດງ, ໝາກແຫ້ງເປັນສີນ້ຳຕານ, ແກ່ແລ້ວຫຼຸດອອກເປັນຂໍ້ໆ. ແກ່ນແຕ່ລະຂໍ້ມີ 1 ເມັດ, ຮູບກົມ ຫຼື ຮູບໄຂ່.
ອາຫານ:
ໃບອ່ອນ: ໃຊ້ເປັນຜັກຊຸບກິນຊ່ວຍຫຼຸດຜ່ອນຄວາມຮ້ອນໃນຮ່າງກາຍ.
ສັບພະຄຸນ:
ຮາກ: ໃຊ້ເປັນຢາບຳລຸງກຳລັງ, ຊ່ວຍເຮັດໃຫ້ເລືອດສະອາດ, ແຂງແຮງ, ເລືອດລົມສະດວກ, ຊ່ວຍແກ້ອາການອ່ອນເພຍເປ້ຍລ່ອຍ, ຕົ້ມປະສົມກັບຮາກພວງພີດື່ມເປັນຢາແກ້ໄຂ້ມາລາເຣຍ, ຕົ້ມດື່ມແກ້ອາການການເຈັບທ້ອງ, ທ້ອງອືດ, ມີລົມໃນທ້ອງ, ແກ້ອາການເຈັບຫຼັງ, ເຈັບແອວ ແລະ ນຳມາຕົ້ມອາບແກ້ອາການເຈັບບວມ.
ໃບ: ຕົ້ມດື່ມເປັນຢາບຳລຸງປະສາດ, ແກ້ລິດຊີດວງທະວານໜັກ, ຮັກສາພະຍາດຕານຊາງ, ແກ້ອາການຈ່ອຍເຫຼືອງ, ແກ້ພິດເບື່ອ ແລະ ນຳມາຍຳກິນເປັນຢາຂັບປັດສະວະ.
ກິ່ງ ແລະ ໃບ: ໃຊ້ເປັນຢາເຢັນແກ້ໄຂ້, ແກ້ຮ້ອນໃນ ແລະ ຕົ້ມດື່ມຂ້າພະຍາດພິດ.
ທັງຕົ້ນ: ນຳມາຕົ້ມດື່ມ ຫຼື ຄ້ຽວກິນເປັນຢາບຳລຸງຮ່າງກາຍ, ແກ້ອາການອ່ອນເພຍ, ອາການເຈັບຫຼັງ, ແກ້ອາການໄອຊຳເຮື້ອ, ຮັກສາວັນນະໂລກ, ແກ້ອາການເປັນຫວັດໃນເດັກນ້ອຍ, ແກ້ອາບີດານອັກເສບ, ແກນ້ຳມູກໄຫຼ, ແກ້ອາການເໝັ່ນໃນຮູ ແລະ ພວງດັງ, ໃຊ້ຮັກສາວັນນະໂລກປອດ, ຮັກສາພະຍາດປອດອັກເສບ, ແກ້ອາການເຈັບທ້ອງ, ອາຫານບໍ່ຍ່ອຍ, ອາຫານເປັນພິດ, ຮັກສາພະຍາດກະເພາະ, ຊ່ວຍຂັບປັດສະວະ, ຮັກສາພະຍາດທາງເດີນປັດສະວະ, ຂັບໜິ້ວໃນຖົງປັດສະວະ, ຮັກສາພະຍາດຕັບ, ຕັບອັກເສບ ແລະ ດີຊ່ານ, ຕົ້ມບຳລຸງໝາກໄຂ່ຫຼັງ, ແກ້ຊາງ, ແກ້ອາການຈ່ອຍເຫຼືອງໃນເດັກ, ໃຊ້ເປັນຢາຮັກສາພະຍາດຜິວໜັງ ແລະ ແຜທຸກຊະນິດ.
ຄຸນປະໂຫຍດ:
ໃບ: ໃຊ້ຕົ້ມສະຜົມມີຂີ້ຫົວ ຫຼື ຫົວຕິດເຊື້ອ, ໃຊ້ເປັນຢາຂ້າເຊື້ອພະຍາດ, ພິດ, ແມງໄມ້, ຂ້າໜອນ, ແກ້ອາການທີ່ຖືກພິດຈາກຢາຂ້າແມງໄມ້, ໃຊ້ຂ້າເຊື້ອອັນຕະລາຍແຕ່ບໍ່ທຳລາຍເຊື້ອຈຸລະຊີບທີ່ຢູ່ພາຍໃນຮ່າງກາຍ, ນຳໄປຕຳພອກຮັກສາບາດແຜເປັນໜອງຂອງງົວຄວາຍ, ນຳມາສອຍປະສົມກັບຢາສູບ ແລະ ປູນຂາວໃຊ້ເປັນຢາສູບ, ໃຊ້ປິດປາກໄຫປາແດກເພື່ອປ້ອງກັນແມງວັນໄຂ່ ແລະ ນຳໃບແຫ້ງມາຈູດໄລ່ຍຸງ.
ຂໍ້ມູນວິທະຍາສາດ:
ທັງຕົ້ນ: ພົບສານ condensed tannins ທີ່ມີຄຸນສົມບັດຊ່ວຍຮັກສາແຜ, ຂ້າເຊື້ອພະຍາດ ແລະ ກັນບູດໄດ້.
ຈາກການສຶກສາປີ 2009 ພົບວ່າສະມູນໄພຊະນິດນີ້ສາມາດຢັບຢັ້ງເອັນໄຊມ໌ phosphodiesterase ເຊິ່ງການຄົ້ນພົບດັງກ່າວເປັນແນວທາງໃນການພັດທະນາແນວທາງໃໜ່ໃນການຮັກສາພະຍາດຫົວໃຈ, ພະຍາດຫອບຫືດ, ອາຫານຊຶມເສົ້າ, ປັບລະບົບພູມຄຸ້ມກັນ ແລະ ຢາເພີ່ມສະມັດທະພາບທາງເພດ.