ຕຳແຍແມວ / Indian Acalypha

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Acalypha indica L. / EUPHORBIACEAE
ຊື່ພ້ອງ
Acalypha bailloniana Müll.Arg.
Acalypha canescens Wall.
Acalypha caroliniana Blanco
Acalypha chinensis Benth.
Acalypha ciliata Wall.
Acalypha cupamenii Dragend.
Acalypha decidua Forssk.
Acalypha fimbriata Baill.
Acalypha indica var. bailloniana (Müll.Arg.) Hutch.
Acalypha indica var. indica
Acalypha somalensis Pax
Acalypha somalium Müll.Arg.
Acalypha spicata Forssk.
Cupamenis indica (L.) Raf.
Ricinocarpus baillonianus (Müll.Arg.) Kuntze
Ricinocarpus deciduus (Forssk.) Kuntze
Ricinocarpus indicus (L.) Kuntze
ຊື່ອື່ນ
ລາວ: ຕຳແຍແມວ ແລະ ຕົ້ນຫານແມວ
ອັງກິດ: Indian copperleaf, Indian acalypha, Indian nettle ແລະ three-seeded mercury
ຝຣັ່ງ: Ricinelle des Indes, oreille de chatte, herbe chatte ແລະ Muktajhuri in Bengali
ຈີນ: 热带铁苋菜 ແລະ 印度铁苋
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ຈັດເປັນພືດລົ້ມລຸກຂະໜາດນ້ອຍ. ລຳຕົ້ນມີລັກສະນະຕັ້ງຊື່, ສູງປະມານ 125 ຊມ, ແຕກກິ່ງກ້ານຈຳນວນຫຼາຍ, ແຕ່ບໍລິເວນໂຄນຕົ້ນ, ເນື້ອໄມ້ອ່ອນ ແລະ ບໍ່ແຂງແຮງ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບມົນຮີ ຫຼື ຮູບໄຂ່, ກວ້າງ 4-6 ຊມ, ຍາວ 6-8 ຊມ, ໂຄນໃບແຫຼມ ຫຼື ຕັດ, ຂອບແສກແຂ້ວ, ປາຍມົນ ຫຼື ແຫຼມ, ຜິວໃບດ້ານເທິງສີມີຂົນປົກຄຸມຢ່າງໜາແໜ້ນ. ຊໍ່ດອກແບບກະຈະ, ອອກຕາມງ່າມໃບ, ຍາວ 4-6 ຊມ. ດອກຍ່ອຍມີດອກແຍກເພດຢູ່ໃນຕົ້ນດ່ຽວກັນ, ມີ 4-10 ດອກ. ດອກເພດແມ່ອອກບໍ່ລິເວນປາຍຊໍ່, ມີລັກສະນະຄ້າຍໃບອ່ອນ, ມີຂະໜາດນ້ອຍ. ດອກເພດຜູ້ອອກບໍລິເວນໂຄນຊໍ່ດອກ. ໃບປະດັບດອກຂອບແສກແຂ້ວ, ແຕ່ລະໃບປະດັບຈະຫໍ່ຫຸ້ມດອກໄວ້ 2-6 ດອກ. ໝາກແຫ້ງ, ເກືອບກົມ.

ບັນຍາຍການນຳໃຊ້

ອາຫານ:
    ໃບສົດ: ໃຊ້ປຸງເປັນອາຫານ.
ສັບພະຄຸນ:
    ຮາກ: ຕົ້ມບຳລຸງຮ່າງກາຍ, ກະຈາຍເລືອດລົມ, ແກ້ອາການປວດເມື່ອຍ ແລະ ຊ່ວຍເສີມສະມັດຕະພາບທາງເພດ.
    ຕົ້ນ: ຊ່ວຍເຮັດໃຫ້ປວດຮາກ.
    ຕົ້ນ ແລະ ໃບ: ໃຊ້ເປັນຢາຂັບຖ່າຍພະຍາດເສັ້ນດ້າຍ ແລະ ນຳມາຕົ້ມດື່ມເປັນຢາຖອນພິດເມົາເບື່ອໃນທາງເດີນ ອາຫານ.
    ໃບ: ໃຊ້ເປັນຢາຮັກສາພະຍາດຜິວໜັງ, ໃຊ້ຮັກສາແຜອັກເສບ, ໃຊ້ທາແກ້ພະຍາດ rheumatism ໄດ້ ແລະ ນຳໄປຖູ ຫຼື ຟາດຕາມຜິວໜັງທີ່ຖືກຄາຍຕຳແຍ.
    ຮາກ, ຕົ້ນ ແລະ ໃບ: ໃຊ້ເປັນຢາລະບາຍ ຫຼື ຢາຖ່າຍ.
    ທັງຕົ້ນ: ໃຊ້ເປັນຢາຂັບເສມຫະ, ຂັບເສມຫະໃນຫຼອດລົມອັກເສບ, ຮັກສາພະຍາດຫອບຫືດ, ຮັກສາອາການພູມແພ້,  
    ລຳຕົ້ນອ່ອນ: ໃຊ້ເປັນຢາລ້າງເມືອກໃນທ້ອງ ຫຼື ໃຊ້ເປັນຢາທຳຄວາມສະອາດທາງເດີນອາຫານ.
    ບໍ່ລະບຸສ່ວນນຳໃຊ້: ແກ້ອາການໄອ.
ຂໍ້ຄວນລະວັງ:
    ຕົ້ນ ແລະ ຮາກ: ຮາກຮັບປະທານໃນປະລິມານຫຼາຍຈະເຮັດໃຫ້ທາງເດີນອາຫານເກີດລະຄາຍເຄືອງ.
    ທັງຕົ້ນ: ຮາກໃຊ້ໃນປະລິມານຫຼາຍເກີນໄປຈະເຮັດໃຫ້ປ່ວນທ້ອງປວດຮາກ ແລະ ເຮັດໃຫ້ລະຄາຍເຄື່ອງທາງເດືອນອາຫານ.
ຄຸນປະໂຫຍດ:
    ທັ້ງຕົ້ນ: ເປັນຢາຖອນພິດພະຍາດຂອງແມວໄດ້ດີ.
ຂໍ້ມູນທາງວິທະຍາສາດ:
    ທັງຕົ້ນສົດ ແລະ ຕົ້ນແຫ້ງ: ພົບສານ alkaloid, acalyphine, tannin, vestin ແລະ volatile oil.

ການປະກອບສ່ວນ