ຜັກໄໝ / Roundfruit Blyxa
APA 6th ed. ຜັກໄໝ / Roundfruit Blyxa. (2021, August 20). Retrieved from https://www.phakhaolao.la/kb/0001287
MLA 8th ed. ຜັກໄໝ / Roundfruit Blyxa. Pha Khao Lao, 20 August 2021, https://www.phakhaolao.la/kb/0001287.
Chicago 17th ed. Pha Khao Lao. 2021. "ຜັກໄໝ / Roundfruit Blyxa." Published August 20, 2021. https://www.phakhaolao.la/kb/0001287.
Blyxa ecaudata Hayata
Blyxa graminea Steud.
Blyxa griffithii Planch. ex Hook.f.
Blyxa malayana Ridl.
Blyxa muricata Koidz.
Blyxa oryzetorum (Decne.) Hook.f.
Blyxa zeylanica Hook.f.
Diplosiphon oryzetorum Decne.
ອັງກິດ: Roundfruit Blyxa
ຈີນ: 无尾水筛
ຫວຽດນາມ: Lá hẹ
ລຳຕົ້ນເປັນລຳເຫງົ້າ ຫຼື ເລືອ ຢູ່ໃຕ້ນ້ຳ. ໃບດ່ຽວ, ອອກຈາກລຳເຫງົ້າ, ຮູບແຖບຮຽວຍາວ, ຍາວ 60-80 ຊມ, ໂຄນໃບແຜອອກເປັນກາບປະຄົບກັນໄວ້, ຂອບລຽບ ຫຼື ເປັນຄື້ນ, ປາຍຮຽວແຫຼມ, ແຜ່ນໃບບາງຄ້າຍຄືເຈ້ຍ, ສີນ້ຳຕານ. ກ້ານດອກຍາວສົ່ງດອກອອກເໜືອນ້ຳ, ຍາວ 80-100 ຊມ. ດອກດ່ຽວ, ອອກຢູ່ເໜືອນ້ຳ, ສີຂາວ. ກີບດອກໂຄນເຊື່ອມຕິດກັນເລັກນ້ອຍ, ປາຍແຍກອອກເປັນ 3 ກີບ, ບາງຄັ້ງປາຍກີບໂຄ້ງປະຄົບກັນ. ເກສອນເພດຜູ້ມີ 3 ອັນ, ຂະໜາດນ້ອຍ. ເຕົ້າໄຂ່ມີ 2 ຫ້ອງ, ແຕ່ລະຫ້ອງມີຫຼາຍເມັດໄຂ່, ປາຍຮວງຮັບແຍກອອກເປັນ 3 ແສກ. ໝາກຮູບກົມ, ຂະໜາດນ້ອຍ. ແກ່ນມີຈຳນວນຫຼາຍ.
ອາຫານ:
ໃບອ່ອນ: ຮັບປະທານເປັນຜັກສົດໄດ້ ຫຼື ນຳໄປແກງສົ້ມ.
ສັບພະຄຸນ:
ຍອດອ່ອນ: ມີສັບພະຄຸນຊ່ວຍຫຼຸດຄວາມຮ້ອນໃນຮ່າງກາຍ.
ພືດປະດັບ:
ປູກເປັນພືດປະດັບຕູ້ປາ.