ຕົນງິ້ວແດງ / Red Kapok

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Bombax ceiba L. / Malvaceae
ຊື່ພ້ອງ
Bombax aculeatum L.
Bombax ceiba Burm.f.
Bombax ceiba var. leiocarpum Robyns
Bombax heptaphyllum Cav.
Bombax malabaricum DC.
Bombax thorelii Gagnep.
Bombax tussacii Urb.
Gossampinus malabarica Merr.
Gossampinus rubra Buch.-Ham.
Gossampinus thorelii Bakh.
Melaleuca grandiflora Blanco
Salmalia malabarica (DC.) Schott & Endl
ຊື່ອື່ນ
ໄທ: ງິ້ວປ່າ, ງິ້ວບ້ານ, ງິ້ວແດງ, ງິ້ວປົ່ງ, ແລະ ງິ້ວປົ່ງແດງ.
ອັງກິດ: Kapok tree, Cotton tree, Red cotton tree, Shaving brush, Silk cotton tree, Silk Cotton, Malabar Semul, Red silk cotton tree ແລະ Indian bombax.
ຈີນ: 木棉.
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ຈັດເປັນໄມ້ຢືນຕົ້ນຂະໜາດໃຫຍ່. ລຳຕົ້ນຕັ້ງຊື່, ສູງ 20-30 ມ, ກິ່ງກ້ານແຕກກິ່ງຕັ້ງສາກກັບລຳຕົ້ນ, ລຳຕົ້ນ ແລະ ກິ່ງກ້ານມີໜາມແຫຼມກະຈາຍຢູ່ທົ່ວ. ໃບປະສົມແບບຝາມື, ອອກວຽນສະຫຼັບ. ໃບຍ່ອຍມີ 5-7 ໃບ, ອອກແບບກະຈຸກ, ຮູບໄຂ່ ຫຼື ຮູບຮີ, ກວ້າງ 4-6 ຊມ, ຍາວ 15-30 ຊມ, ໂຄນໃບຮຽວແຫຼມ ຫຼື ບ້ຽວ, ຂອບຂອບລຽບ, ປາຍຍາວເປັນຫາງ, ໃບແກ່ກ່ອນຫຼົ່ນເປັນສີເຫຼືອງ. ຊໍ່ດອກແບບກະຈຸກ ຫຼື ດອກດຽວ, ອອກຕາມກິ່່ງກ້ານ ແລະ ປາຍຍອດ. ດອກຍ່ອຍມີ 3-5 ດອກ. ກາບດອກຮູບຖ້ວຍ, ສີຂຽວ. ກີບດອກມີ 5 ກີບ, ຮູບຂອບຂະໜານ, ຍາວ 5-8 ມມ, ເມື່ອບານເຕັມທີປາຍກີບແຜ່ອອກ ແລະ ມ້ວນກັບ, ສີແດງ, ສີສົ້ມ ແລະ ສີເຫຼືອງ. ເກສອນເພດຜູ້ຈັບກັນເປັນມັດປະມານ 6 ມັດ, ແຕ່ລະມັດປາຍຈະແຕກອອກເປັນຈຳນວນຫຼາຍ, ຖົງລະອອງສີແດງ.  ໝາກຮູບຮີ, ຂະໜາດ 2-3 ຊມ, ໝາກແຫ້ງແລ້ວແຕກ, ໝາກອ່ອນສີຂຽວ, ໝາກແກ່ສີນ້ຳຕານ. ແກ່ນຈຳນວນຫຼາຍ, ສີດຳ, ມີປຸຍສີຂາວຫຸ້ມໄວ້.

ບັນຍາຍການນຳໃຊ້

ອາຫານ:
    ໃບອອ່ນ: ປຸງເປັນຜັກ.
    ຮາກອ່ອນ: ອຸດົມໄປດ້ວຍທາດແປ້ງໃຊ້ກິນດິບ ຫຼື ຂົ້ວ.
    ກາບດອກທີ່ຍັງບໍ່ບານ: ເປັນຜັກກິນເປັນອາຫານ.
    ດອກ: ຕາກແຫ້ງໃຊ້ເປັນອາຫານ ແລະ ໃຊ້ເຮັດເຂົ້າໜົມ ເຊັ່ນ ໃສ່ແກງແຄ ແລະ ເຮັດນ້ຳງ້ຽວກັບເຂົ້າປຸ້ນໄດ້ ຫຼື ດອກສົດສາມາດນຳມາຈິ້ມກິນກັບແຈ່ວໄດ້.
    ແກ່ນສຸກ: ນຳມາຂົ້ວແລ້ວຮັບປະທານໄດ້.
    ນ້ຳມັນໄດ້ຈາກແກ່ນ: ນຳໃຊ້ປຸງອາຫານ.
ສັບພະຄຸນ:
    ຮາກອ່ອນ: ເປັນຢາຂັບປັດສະວະ, ຢາຊູກຳລັງ, ຮັກສາພະຍາດອາຫິວາລະບາດ, ຮັກສາວັນນະໂຣກ, ໄອ ແລະ ປັດສະວະລຳບາກ, ແກ້ມົນລະພິດໃນຕອນກາງຄືນ, ແກ້ເຈັບທ້ອງຈາກພະຍາດບິດ ແລະ ຊ່ວຍເພີ່ມກຳລັງ.
    ຍອດອ່ອນ: ຊ່ວຍຫຼຸດໄຂ້, ຊ່ວຍຮັກສາພອຍສີແດງ ແລະ ຮັກສາພາວະເລືອດຈາງ.
    ໃບ: ແກ້ອາການຄວາມດັນເລືອດຕ່ຳ, ນ້ຳຕານໃນເລືອດຕ່ຳ, ຮັກສາແຜໃນເພດານປາກ, ຮັກສາພະຍາດຊຳເຮື້ອ, ແກ້ພິດແມງມຸມ ຫຼື ງູກັດ, ນຳມາຕົ້ມຮ່ວມກັບສະໝູນໄພຊະນິດອື່ນຊ່ວຍຮັກສາອາການມ້າມໃຫຍ່, ຮັກສາອາການບວມນ້ຳ ແລະ ມີ Fenugreek ຮັກສາອາການຕີນແຕກ.
    ຍອດ ຫຼື ກ້ານ: ໃຊ້ຮັກສາອາການເລືອດອອກຕາມຫວ່າງແຂ້ວ.
    ເປືອກ: ໃຊ້ຮັກສາພະຍາດອາຫິວາລະບາດ, ຮັກສາອາການເຫຍື້ອຫຸ້ມປອດອັກເສບ, ເປັນຢາຂັບປັດສະວະ, ຮັກສາພັບແພໃນກະດູກຫັກ ແລະ ແກ້ອາການເຈັບແຂ້ວ.
    ດອກສົດ: ຊ່ວຍຮັກສາພະຍາດຜິວໜັງ.
    ດອກແຫ້ງ: ໃຊ້ເປັນຢາຫຼຸດໄຂ້, ຂັບຄວາມຊື້ນ, ຖອບພິດ, ແກ້ອາການເຈັບທ້ອງບິດ, ເຈັບກະເພາະ, ລຳໄສ້ອັກເສບ, ເຈັບຮ້ອນ ແລະ ໄອ.
    ເກສອນເພດຜູ້: ຊ່ວຍຫຼຸດຄວາມຮ້ອນໃນຮ່າງກາຍ ແລະ ປັບທາດໃນຮ່າງກາຍ.
    ໝາກ: ເປັນຢາຮັກສາແຜ, ເປັນຢາຊູກຳລັງ, ໃຊ້ຮັກສາພະຍາດບິດ, ໄຂ້ເລືອດອອກ, ວັນນະໂຣກປອດ, ໄຂ້ຫວັດໃຫຍ່ ແລະ ຊ່ວຍບຳລຸງປະຈຳເດືອນ.

ສິນຄ້າ:

    ນ້ຳມັນທີ່ໄດ້ຈາກແກ່ນ: ສາມາດນຳມາເຮັດສະບູ, ໃຊ້ສຳລັບອູດສາຫະກຳໃຫ້ແສງສະຫວ່າງ ແລະ ສາມາດໃຊ້ແທນນ້ຳມັນເມັດຝ້າຍໄດ້ເພື່ອເປັນສິນຄ້າ.
ຄຸນປະໂຫຍດ:
    ເສັ້ນໄຍຈາກເປືອກ: ເໝາະສົມສຳລັບເຮັດເຊືອກ.
    ໄໝ ຫຼື ເສັ້ນໄຍທີ່ໄດ້ຈາກໝາກ: ມີຄຸນນະພາບຕ່ຳກວ່າໄໝທີ່ໄດ້ຈາກ Ceiba pentandra ແຕ່ສາມາດໃຊ້ເຮັດໝອນນອນ, ໃຊ້ກັນແມງໄມ້ໄດ້ ແລະ ສາມາດນຳໄປເຮັດເສື້ອຊູຊີບໄດ້.
    ສານສະກັດ methanol ຂອງໃບ: ເປັນຢາຂ້າແມງໄມ້ທີ່ມີສັກກະຍະພາບສູງ ແລະ ສາມາດນຳໄປໃຊ້ໃນແຫຼ່ງນ້ຳນິ້ງທີ່ເປັນແຫຼ່ງເພາະພັນຍຸງ.
    ເນື້ອໄມ້: ໃຊ້ສຳລັບເຮັດກ່ອງບັນຈຸ, ເຮັດຂອງຫຼີ້ນ, ໄມ້ຂີດໄຟ ແລະ ສໍ.

ການປະກອບສ່ວນ