ຊາຫຼີວ / Sa Liew

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Toddalia asiatica (L.) Lam. / RUTACEAE
ຊື່ພ້ອງ
Aralia labordei H.Lév.
Cranzia aculeata (Sm.) Oken
Cranzia asiatica (L.) Kuntze
Cranzia nitida Kuntze
Limonia oligandra Dalzell
Paullinia asiatica L.
Rubentia angustifolia Bojer ex Steud.
Scopolia aculeata Sm.
Scopolia angustifolia Spreng.
Toddalia aculeata (Sm.) Pers.
Toddalia angustifolia Lam.
Toddalia asiatica var. floribunda (Wall.) Kurz
Toddalia asiatica var. gracilis Gamble
Toddalia asiatica var. obtusifolia Gamble
Toddalia floribunda Wall.
Toddalia nitida Lam.
Toddalia rubricaulis Roem. & Schult.
Toddalia tonkinensis Guillaumin
Zanthoxylum floribundum Wall.
ຊື່ອື່ນ
ລາວ: ຊາຫຼີວ, ເຄືອງູເຫົ່າ ແລະ ແປ່ມປ່າ.
ໄທ: ເຄືອງູເຫົ່າ, ຜັກແປ່ມປ່າ, ເລັບລອກ ແລະ ສະບ່າສະແຣະ.
ອັງກິດ: Forest-Pepper, Wild orange tree, Lopez root, Forest pepper ແລະ Lopez tree.
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ເປັນໄມ້ຟຸ່ມເລືອ ຫຼື ເປັນເຄືອ. ລຳຕົ້ນເກາະພັນກັບຕົ້ນໄມ້ອື່ນ, ກິ່ງອ່ອນມີໜາມໂຄງງໍກະຈາຍຢູ່ທົ່ວ, ເມືອແກ່ໜາມຈະຫຼຸດຂະໜາດໄປເປັນປຸ່ມ. ໃບປະສົມຂັ້ນໜຶ່ງແບບຝາມື, ອອກຮຽງສະຫຼັບ. ໃບຍ່ອຍມີ 3 ໃບ, ຮູບຮີ ຫຼື ຮູບຫອກປີ້ນ, ກວ້າງ 1-4 ຊມ, ຍາວ 3-10 ຊມ, ໂຄນໃບຮຽວແຫຼມ, ຂອບໂປ່ງແສກ ແລະ ເປັນແສກແຂ້ວຕື້ນ, ປາຍແຫຼມ ຫຼື ມົນ, ແຜ່ນໃບໜາຄ້າຍຄືໜັງ, ໜຽວ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ, ຜິບລຽບມມັນທັງສອງດ້ານ. ຊໍ່ດອກແບບກະຈະ, ອອກຕາມງ່າມໃບ ແລະ ປາຍກິ່ງ, ຍາວປະມານ 17 ຊມ. ດອກຍ່ອຍຂະໜາດນ້ອຍ, ສີເຫຼືອງ ຫຼື ສີຄີມ. ກີບດອກມີ 5 ກີບ, ຮູບໄຂ່ ຫຼື ຮູບຮີ, ຍາວ 1-3.5 ຊມ. ໝາກຮູບກົມ, ອອກດຽວ ຫຼື ເປັນກຸ່ມ, ມີເສັ້ນຜ່າສູນກາງ 5-10 ມມ, ໝາກສຸກເປັນສີເຫຼືອງ.

ບັນຍາຍການນຳໃຊ້

ອາຫານ:
    ໃບອ່ອນ ແລະ ຍອດ: ໃຊ້ເປັນຜັກສົດກິນກັບແຈ່ວ, ລາບ, ກ້ອຍ ແລະ ປະເພດເຟີຕ່າງໆ.
    ໝາກສຸກ: ກິນເປັນໝາກໄມ້ໄດ້.
ສັບພະຄຸນ:
    ຮາກ: ຊົງເປັນຊາດື່ມຊ່ວຍຂັບລົມ, ບຳລຸງກຳລັງ, ແກ້ອາການທ້ອງແຂງທ້ອງຕຶງ, ແກ້ອາການເຈັບທ້ອງສຽດທ້ອງ, ແກ້ລິດຊີດວງໃນລຳໄສ້ ແລະ ຕຳພອກຮັກສາຝີ.
    ເປືອກຮາກ: ຊ່ວຍຂັບເຫື່ອ, ບຳລຸງທາດ, ແກ້ໄຂ້, ແກ້ອາການຖອກທ້ອງ ແລະ ຮັກສາໄຂ້ມາຣາເຣຍ.
    ໃບສົດ: ແກ້ອາການເຈັບທ້ອງ ແລະ ຕຳພອກ ຫຼື ທາແກ້ພະຍາດຜິວໜັງ.
    ເຄືອ: ຕົ້ມດື່ມຊ່ວຍຂັບປັດສະວະ, ແກ້ອາການເຈັບຫຼັງ, ຮັກສາອາການເຈັບແອວ, ແກ້ອາການເຈັບເມືອຍເສັ້ນເອັນ, ແກ້ພິດເລືອດ, ແກ້ພິດໃນຂໍ້ຕໍ, ແກ້ພິດໃນກະດູກ, ແກ້ພິດໃນເສັ້ນເອັນ, ແກ້ໄອ, ແກ້ພິດຕານຊ້າງ, ຕານຂະໂມຍ, ຂັບພະຍາດພິດໄສ້ເດືອນ, ແກ້ກາມມະໂຣກ ແລະ ແກ້ປອດພິການ.
ຄຸນປະໂຫຍດ:
    ໃບ ແລະ ກິ່ງອ່ອນ: ເປັນອາຫານຂອງແຮດສອງໜໍ່.
    ໃບ: ເປັນອາຫານຂອງໜອນບາງຊະນິດ.
    ໝາກສຸກ: ເປັນອາຫານຂອງສະນີ.

ການປະກອບສ່ວນ