ປະທຸ່ມຂົນ / Raspberry

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Rubus moluccanus L. / ROSACEAE
ຊື່ພ້ອງ
Rubus angulosus Focke
ຊື່ອື່ນ
ໄທ: ສົ້ມກຸ້ງ, ສົ້ມກົບ, ຕະຄົບຫຼອກຕາຍ ແລະ ຟ້າແລັບ.
ອັງກິດ: Raspberry, kohkihlkohkihl, Molucca bramble, Molucca raspberry, soni, wa ngandrongandro, wild raspberry, wild blackberry ແລະ eelkek.
ຫວຽດນາມ: Ngấy đảo molucca.
ບັນຍາຍລັກສະນະພືດສາດ

ໄມ້ຟຸ່ມເລືອຍ. ລຳຕົ້ນບໍ່ມີເນື້ອໄມ້, ກິ່ງກ້ານອ່ອນມີຂົນສີນ້ຳຕານ ຫຼື ສີຂາວປົກຄຸມຢ່າງໜາແໜ້ນ, ລຳຕົ້ນ ແລະ ກິ່ງກ້ານມີໜາມແຫຼມກະຈາຍຫ່າງໆ. ໃບດ່ຽວ, ອອກວຽນສະຫຼັບ, ຮູບໄຂ່, ຮູບເກືອບກົມ ຫຼື ຮູບຝາມື, ກວ້າງ 10-14 ຊມ, ໂຄນໃບຮູບຫົວໃຈ ຫຼື ວ້ຳເລິກ, ຂອບແສກແຂ້ວ, ປາຍແສກມົນ, ແຜ່ນໃບໜາຄ້າຍຄືໜັງ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ, ມີຂົນອ່ອນນຸ້ມສີຄີມປົກຄຸມຢ່າງໜາແໜ້ນ, ມັກມີລວດລາຍແປກຕາ. ຊໍ່ດອກແບບແຕກແໜ່ງ, ອອກບໍລິເວນງ່າມໃບໃກ້ປາຍກິ່ງ. ດອກຍ່ອຍມີຈຳນວນຫຼາຍ, ດອກບານເຕັມທີ່ມີຂະໜາດປະມານ 1.5 ຊມ, ສີຂາວມີຂົນປົກຄຸມຢ່າງໜາແໜ່້ນ. ກີບດອກມີ 5 ກີບ, ແຍກອິດສະຫຼະ. ໝາກກຸ່ມ, ຮູບກົມ, ມີເສັ້ນຜ່າສູນກາງ 1.5-2 ຊມ, ມີໝາກຍ່ອຍຈຳນວນຫຼາຍ, ຈັບຢ່າງໜາແໜ້ນ, ໝາກສຸກເນື້ອອົມນ້ຳ, ສີສົ້ມຫວານ.

ບັນຍາຍການນຳໃຊ້

ອາຫານ:
    ໝາກສຸກ: ມີລົດຊາດສົ້ມຫວານຮັບປະທານໄດ້ ແລະ ໃຊ້ເຮັດແຍມໄດ້.
    ໃບ: ປີ້ງໃຫ້ກອບແລ້ວນຳໄປຊົງເປັນຊາດື່ມ.
    ຍອດອ່ອນ: ເຮັດໃຫ້ສຸກສາມາດມາປະກອບອາຫານໄດ້.
ສັບພະຄຸນ:
    ຮາກ:ຕົ້ມດື່ມຮັກສາພະຍາດບິດ, ເປັນຢາຮັກສາເລືອດເສຍ, ບຳລຸງເລືອດ, ຮັກສາອາການພາຍໃນຮ່າງກາຍອື່ນ ແລະ ປ້ອງກັນການແທ້ງລູກ.
    ເປືອກ: ມີສານ tannins ປະມານ 10% ຊ່ວຍຮັກສາແຜສົດໄດ້ດີ.
    ໃບ: ຄ້ຽວກັບເກືອທາຮັກແຜ, ຕົ້ມດື່ມຮັກສາພະຍາດບິດ ແລະ ຮັກສາອາການເຈັບທ້ອງ.
    ຢາງຈາກຍອດ: ຊ່ວຍກະຕຸ້ນອາລົມທາງເພດ, ຮັກສາອາການເຈັບຕາ, ຮັກສາພະຍາດຫຼອດເລືອດຫົວໃຈຕີບ, ຮັກສາຝີ, ໃຊ້ເປັນຢາຄຸມກຳເນີດ, ກະຕຸ້ນການມີປະຈຳເດືອນ.
    ໝາກ: ແກ້ອາການຍ່ຽວໃສ່ບ່ອນຂອງເດັກນ້ອຍ.
ຄຸນປະໂຫຍດ:
    ໝາກ: ໃຫ້ສີອາຫານ ຫຼື ສີຍ້ອມຜ້າ ໂດຍໃຫ້ສີ ສີມ່ວງ ຫຼື ສີນ້ຳເງິນອອກມົນ.

ການປະກອບສ່ວນ