ຍົງຂີ້ມົດ

ການນຳໃຊ້
ອາຫານ
ພືດເປັນຢາ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Aglaia silvestris (M. Roem.) Merr. / MELIACEAE
ຊື່ພ້ອງ
Aglaia acuminata Merr.
Aglaia baillonii (Pierre) Pierre ex Pellegr.
Aglaia cedreloides Harms
Aglaia cochinchensis Pierre
Aglaia copelandii Elmer
Aglaia forstenii Miq.
Aglaia ganggo Miq.
Aglaia mannii (King ex Brandis) S.S.Jain & R.C.Gaur
Aglaia micropora Merr.
Aglaia multiflora Merr.
Aglaia obliqua C.T.White & W.D.Francis
Aglaia pyramidata Hance
Aglaia pyrrholepis Miq.
Amoora ganggo (Miq.) Kurz
ຊື່ອື່ນ
ໄທ: ຈັນຊະມົດ ແລະ ສັງຂຽດຄໍໂງ້ງ
ອັງກິດ: Kalament
ສະຖານະພາບການອະນຸລັກ
Near Threatened
ບັນຍາຍລັກສະນະພືດສາດ

ເປັນໄມ້ຢືນຕົ້ນ. ລຳຕົ້ນສູງ 6-20​ ມ, ກິ່ງກ້ານມັກແຕກຕັ້ງສາກກັບລຳຕົ້ນ, ກິ່ງອ່ອນມີສີນ້ຳຕານ ຫຼື ສີນ້ຳຕານເຂັ້ມກະຈາຍຢ່າງໜາແໜ້ນ, ກິ່ງແກ່ກ້ຽງ, ເປືອກໜາ, ລຽບ ຫຼື ແຕກເປັນຮ່ອງຍາວຕື້ນ, ສີເທົາ ຫຼື ສີນ້ຳຕານອ່ອນ, ເປືອກໃນສີບົວ, ມີຢາງໜຽວຂຸ້ນ, ສີຂາວປົນສີບົວ, ມີກິ່ນຫອມ. ໃບປະສົມແບບຂົນນົກປາຍຄີກ, ຮຽງວຽນສະຫຼັບບໍລິເວນປາຍກິ່ງ, ຍາວ 20-70 ຊມ. ກ້ານໃບລວມຍາວ 8-15 ຊມ, ໂຄນໃບຂະຫຍາຍໃຫຍ່. ໃບຍ່ອຍມີ 5-11 ໃບ, ຮຽງສະຫຼັບ ຫຼື ເກືອບກົງກັນຂ້າມກັນ, ຮູບຫອກ ຫຼື ຮູບໄຂ່ແກມຮູບຫອກ, ກວ້າງ 3-5.5 ຊມ, ຍາວ 6-19 ຊມ, ໂຄນໃບຮູບຫຼິ່ມ, ແຫຼມ ຫຼື ລຽບ, ຂອບລຽບ, ປາຍຮຽວແຫຼມ ຫຼື ຍາວເປັນຫາງ, ແຜ່ນໃບຂ້ອນຂ້າງໜາ ຫຼື ອາດຈະບາງ, ຜິວໃບດ້ານເທິງລຽບມັນ, ຜິວໃບດ້ານລຸ່ມມີຂົນສີນ້ຳຕານ ຫຼື ສີເຫຼືອງ. ກ້ານໃບຍ່ອຍຍາວ 0.3-1 ຊມ, ກ້ຽງ. ຊໍ່ດອກແບບແຕກແໜ່ງ, ອອກຕາມງ່າມໃບໃກ້ປາຍກິ່ງ, ຍາວ 30-50 ຊມ. ຊໍ່ດອກຍ່ອຍອອກແບບກະຈຸກ, ຈຳນວນຫຼາຍ. ກ້ານຊໍ່ດອກຍາວ 5-10 ຊມ, ກ້ານດອກຍ່ອຍຍາວ 2-3 ມມ. ໃບປະດັບດອກຮູບສາມຫຼ່ຽມ, ກວ້າງປະມານ 1 ມມ, ຍາວປະມານ 3 ມມ, ຫຼົ່ນງ່າຍ. ກາບດອກເຊື່ອມຕິດກັນປາຍແຍກເປັນ 5 ແສກ, ຍາວປະມານ 1 ມມ. ກີບດອກມີ 5 ກີບ, ຮູບຫອກປີ້ນ, ຍາວປະມານ 2 ມມ, ສີເຫຼືອງ ຫຼື ສີຂຽວອ່ອນ. ເກສອນເພດຜູ້ 5 ອັນ, ຖົງລະອອງຈັບຫຼອດ. ເຕົ້າໄຂ່ຈັບເທິງ, ຮູບຂ້ອນຂ້າງກົມ, ເສັ້ນຜ່າສູນກາງປະມານ 1 ມມ, ມີ 2-4 ຫ້ອງ, ປຕ້ລະຫ້ອງມີ 1 ເມັດໄຂ່. ໝາກຮູບກົມ, ຮູບຮີ ຫຼື ຮູບໄຂ່ປີ້ນ, ກວ້າງ 1.5-2.5 ຊມ, ຍາວ 2.5-3.5 ຊມ, ເປືອກບາງ, ໝາກແກ່ເປັນສີເຫຼືອງ.

ບັນຍາຍການນຳໃຊ້

ອາຫານ:
    ຍອດ: ນຳມາຮັບປະທານເປັນຜັກສົດ ຫຼື ລວກ, ຕົ້ມກິນກັບແຈ່ວ ຫຼື ນຳມາປຸງເປັນອາຫານ ເຊັນ ຜັດເຜັດ, ຍຳ ແລະ ແກງສົ້ມ.
ສັບພະຄຸນ:
    ເນື້ອໄມ້ ແລະ ແກນໄມ້: ຊ່ວຍແກ້ໄຂ້, ວຽນຫົວປວດຮາກ, ຂັບລົມ, ບຳລຸງກຳລັງ ແລະ ຊ່ວຍບຳລຸງຫົວໃຈ
    ສານ rocaglate: ສາມາດຂ້າແມງໄມ້, ຕ້ານເຊື້ອຣາ, ຕ້ານໄວຣັສ, ຕ້ານແບັດທິເຣຍ ຫຼື ໃຊ້ເປັນຢາຂ້າແມງໄມ້ ແລະ ຍັງສາມາດຂ້າເຊື້ອມະເຣັງໄດ້ຫຼາຍຊະນິດ.
ສິ່ງປຸກສ້າງ:
    ແກ່ນໄມ້: ມີສີນ້ຳຕານອົມເຫຼືອງ ແລະ ມີກິ່ນຫອມໃຊ້ສຳລັບກໍ່ສ້າງພາຍໃນບ້ານ ແລະ ຍັງໃຊ້ເຮັດດ້າມຫອກ, ຂວານ ແລະ ໄມ້ກະດານໄດ້ອີກ.

ການປະກອບສ່ວນ