ໝາກເລີຍ / Egg Tree

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Garcinia xanthochymus Hook. f. ex T. Anderson / CLUSIACEAE
ຊື່ພ້ອງ
Garcinia pictoria (Roxb.) Dunn
Garcinia pictoria (Roxb.) Engl.
Garcinia roxburghii Kurz
Garcinia tinctoria (DC.) W.Wight
Garcinia tinctoria (DC.) Dunn
Stalagmitis pictoria G.Don
Xanthochymus pictorius Roxb.
Xanthochymus tinctorius DC.
ຊື່ອື່ນ
ໄທ: ໝາກດະຫຼວງ, ໝາກດະ, ຈະຄ້າສາ ແລະ ໝາກໂມງ.
ອັງກິດ: Egg Tree, Gamboge Tree, Sour Mangosteen ແລະ Himalayan.
ຈີນ: 大爷腾煌 ແລະ 大叶藤黄.
ຫວຽດ: Bứa mủ vàng.
ບັນຍາຍລັກສະນະພືດສາດ

ເປັນໄມ້ຢືນຕົ້ນຂະໜາດກາງ, ຂຽວຕະຫຼອດປີ. ລຳຕົ້ນສູງ 10-20 ມ, ປາຍຍອດເປັນຟຸ່ມແໜ້ນ, ກິ່ງອ່ອນມີສີຂຽວເຂັ້ມ, ເປັນຫຼ່ຽມ, ແຕກຕັ້ງສາກກັບລຳຕົ້ນ, ເປືອກໜາ, ລຽບ, ສີດຳ ຫຼື ສີນ້ຳຕານ, ເປືອກໃນສີເຫຼືອງ, ມີຢາງສີຂາວຂຸ້ນ. ໃບດ່ຽວ, ອອກຮຽງກົງກັນຂ້າມກັນ, ຮູບຂອບຂະໜານ, ກວ້າງ 4-6 ຊມ, ຍາວ 7-15 ຊມ, ໂຄນໃບມົນ ຫຼື ຕັດ, ຂອບລຽບ, ປາຍມົນ, ແຜ່ນໃບໜາຄ້າຍຄືໜັງ, ໜຽວ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ, ຜິວລຽບທັງສອງດ້ານ, ໃບອ່ອນສີນ້ໍາຕານປົນສີບົວ, ໃບແກ່ເປັນສີເຫຼືອງ. ກ້ານໃບຍາວ 1-1.5 ຊມ. ດອກດ່ຽວ ຫຼື ເປັນຊໍ່ແບບກະຈຸກ, ອອກຕາມງ່າມໃບ, ແຍກເພດຕ່າງຕົ້ນກັນ. ດອກເພດຜູ້ມີເສັ້ນຜ່າສູນກາງປະມານ 1 ຊມ, ສີບົວ ຫຼື ສີແດງ. ກີບດອກມີ 5 ກີບ, ເນື້ອໜາ. ເກສອນເພດຜູ້ມີຈຳນວນຫຼາຍ. ໝາກຮູບກົມ, ມີເສັ້ນຜ່າສູນກາງ 3-6 ຊມ, ໝາກສຸກເປັນສີເຫຼືອງ. ແກ່ນມີ 3-5 ແກ່ນ, ຂະໜາໃຫຍ່.

ບັນຍາຍການນຳໃຊ້

ອາຫານ:
    ຍອດ: ກິນເປັນຜັກໄດ້.
    ໝາກ: ສຸກກິນມີລົດສົ້ມກິນເປັນໝາກໄມ້ໄດ້ ຫຼື ຈະໃຊ້ປຸ່ງລົດຊາດອາຫານ.
ສັບພະຄຸນ:
    ຮາກ ແລະ ເນື້ອໄມ້: ຕົ້ມດື່ມແກ້ໄຂ້ ແລະ ແກ້ປາດົງຂໍ້.
    ເປືອກຕົ້ນ:ໃຊ້ຮັກສາແຜ.
    ໃບ: ຕົ້ມດື່ມແກ້ຖອກທ້ອງ.
    ໝາກ: ຊ່ວຍຕ້ານເຊື້ອພະຍາດ, ຊ່ວຍຍ່ອຍອາຫານ, ແກ້ຮ້ອນໃນ ແລະ ເຮັດໃຫ້ຊຸ່ມຊື່ນ.
ຄຸນປະໂຫຍດ:
    ເປືອກ: ໃຫ້ສີນ້ຳມັນໝາກກອກໃຊ້ຍ້ອມຜ້າ.
    ຍອດ ແລະ ໝາກ: ເປັນອາຫານຂອງສັດປ່າຫຼາຍຊະນິດ.
    ແກ່ນ: ໃຫ້ນ້ຳມັນ 17%.
    ນ້ຳຈາກໝາກສຸກ: ໃຊ້ເປັນສີຍ້ອມຜົມໄດ້.
    ເປັນພືດທີ່ໃຊ້ເປັນສານໃຫ້ແສງສະຫວ່າງ, ເຄືອບເງົາ, ໃຫ້ສີນ້ຳ ແລະ ສີຍ້ອມ.

ການປະກອບສ່ວນ