ຕອງໂຄບໃຫຍ່ / Siamese pom-pom tree

ການນຳໃຊ້
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Mallotus barbatus Müll.Arg / EUPHORBIACEAE
ຊື່ພ້ອງ
Mallotus barbatus var. barbatus
Mallotus barbatus var. congestus F.P.Metcalf
Mallotus barbatus var. croizatianus (F.P.Metcalf) S.M.Hwang
Mallotus barbatus var. hubeiensis S.M.Hwang
Mallotus barbatus var. pedicellaris Croizat
Mallotus barbatus var. wui H.S.Kiu
Mallotus batjanensis Pax & K.Hoffm.
Mallotus beccarii Airy Shaw
ຊື່ອື່ນ
ໄທ: ຕອງເຕົ້າ, ປໍເຕົ້າ, ຂີ້ເທົ່າ, ເຕົ້າຂົນ, ກະຮອກຂົນ, ກະລໍຂົນ, ກະລໍຍາຍທາຍ, ປໍຫຸນ, ສະລະປ້າງ, ສາລະປ້າງໃບໃຫຍ່, ຫຍ້າຂີທູດ ແລະ ຫູຊ້າງ.
ອັງກິດ: Siamese pom-pom tree.
ຫວຽດນາມ: Cám lợn, Nhung điện râu, Bùm bụp gai ແລະ Mạy muốc.
ບັນຍາຍລັກສະນະພືດສາດ

ຈັດເປັນໄມ້ຟຸ່ມ ຫຼື ໄມ້ຢືນຕົ້ນຂະໜາດນ້ອຍ. ລຳຕົ້ນສູງໄດ້ປະມານ 10 ມ, ກິ່ງກ້ານອ່ອນ ແລະ ຍອດມີຂົນສີຂາວອ່ອນນຸ້ມປົກຄຸມຢ່າງໜາແໜ້ນ, ເປືອກນອກລຽບ, ສີເທົາ. ໃບດ່ຽວ, ອອກວຽນສະຫຼັບ, ຮູບໄຂ່ກວ້າງ, ຮູບກົມ ຫຼື ເປັນພູ, ກວ້າງ 15-35 ຊມ, ຍາວ 18-50 ຊມ, ໂຄນໃບມົນ ຫຼື ກົມ, ຂອບແສກແຂ້ວຫ່າງໆ, ປາຍໃບແຫຼມ ແລະ ປາຍແສກຮຽວແຫຼມ, ມີຂົນຮູບດາວປົກຄຸມທັງສອງດ້ານຢ່າງໜາແໜ້ນ, ໃບອ່ອນມີສີແດງອ່ອນ ຫຼື ສີບົວ, ໃບແກ່ຈະຫຼົ່ນງ່າຍ. ກ້ານໃບກົມ, ຍາວປະມານ 20 ຊມ. ດອກແຍກເພດໃນຕົ້ນດຽວກັນ, ອອກຕາມປາຍກິ່ງ ຫຼື ງ່າໃບໃກ້ກັບປາຍກິ່ງ. ຊໍ່ດອກເພດຜູ້ຍາວປະມານ 30 ຊມ. ດອກຍ່ອຍຈະອອກເປັນກຸ່ມລະ 3 ດອກ. ໃບປະດັບດອກຮູບສາມຫຼ່ຽມ, ຍາວປະມານ 4 ມມ. ກ້ານດອກຍາວ 3.5–6.5 ມມ. ກາບດອກສີຄີມ, ຍາວ 3.5–5 ມມ. ຊໍ່ດອກເພດແມ່ຍາວປະມານ 40 ຊມ, ຫ້ອຍລົງ. ດອກຍ່ອຍຈຳນວນຫຼາຍ, ສີຂາວປົນສີເຫຼືອງ ຫຼື ສີຂຽວອ່ອນ. ໃບປະດັບດອກຍາວປະມານ 1 ຊມ. ກ້ານດອກຍາວ 2-4 ຊມ. ກາບດອກສີເຫຼືອງປົນສີແດງ, ຍາວ 3.5-5 ມມ. ເຕົ້າໄຂ່ມີຂົນໜາແໜ້ນ, ປາຍຮວງຮັບຍາວ 4.5-6 ມມ. ໝາກຮູບກົມ, ຂະໜາດ 1.8–2 ຊມ, ມີ 3 ພູຕື້ນ, ມີຂົນຮູບດາວກະຈາຍຢ່າງໜາແໜ້ນ. ແກ່ນຮູບໄຂ່ປີ້ນ, ຍາວປະມານ 5 ມມ.

ບັນຍາຍການນຳໃຊ້

ສັບພະຄຸນ:
    ລຳຕົ້ນ: ຕົ້ມກັບໄມ້ເຂົ້າຫຼາມ ແລະ ແກນໄມ້ໝາກໄຟດື່ມແກ້ອາການໝາກໄຂ່ຫຼັງບໍ່ເຮັດວຽກ, ຂັບປັດສະວະຂຸ້ນຂົ້ນ, ເຫຼືອງແດງ ແລະ ແກ້ອາການແໜ້ນທ້ອງ.
    ແກນໄມ້: ຕົ້ມດື່ມຂັບປະສະວະ ແລະ ແກ້ອາການແໜ້ນທ້ອງ.
    ໃບ: ຕຳກັບພິກໄທດຳ ແລະ ຂີງພອກທ້ອງແກ້ທ້ອງອືດທ້ອງເຟີ້.
ສິນຄ້າ:
    ເນື້ອໄມ້: ໃຊ້ໃນອຸດສາຫະກຳຜະລິດເຈ້ຍ.
ຄຸນປະໂຫຍດ:
    ເປືອກຕົ້ນ: ຫຼອກອອກເຮັດເຊືອກໄດ້.
    ລຳຕົ້ນ: ໃຊ້ເຮັດຮົ້ວສ່ວນ ແລະ ໃຊ້ເຮັດຟືນ.
    ໃບ: ຕາຄວາມເຊື່ອຖືຈະໃຊ້ຮອງເສົາເຮືອນເຊື່ອວ່າຈະເຮັດໃຫ້ຄ້າຂ່າຍໝານ ແລະ ຍັງໃຊ້ເຂົ້າໃນພິທີທາງສາດສະໜາອື່ນໆ.
    ຍອດ ແລະ ໃບອ່ອນ: ບົດແຊ່ນ້ຳໃຫ້ລູກຄວາຍເກີດໃໝ່ກິນແກ້ອາການຖອກທ້ອງ, ໃຊ້ຍັດໃນໄຫໝ້ຽງເຮັດໃຫ້ໝ້ຽງມີລົດຊາດສົ້ມ ແລະ ຍັງໃຊ້ຫໍອາຫານໝົກໄຟເຮັດໃຫ້ມີກິ່ນຫອມ.

ການປະກອບສ່ວນ