ສະຫຼອດ / Sa Rot

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Croton kongensis Gagnep. / EUPHORBIACEAE
ຊື່ພ້ອງ
Croton tonkinensis Gagnep.
ຊື່ອື່ນ
ໄທ: ເປົ້ານ້ຳຂອງ, ເປົ້າເງິນ, ເປົ້ານ້ອຍ, ເປົ້າ ແລະ ເປົ້ານ້ຳເງິນ.
ຫວຽດນາມ: Khổ sâm, Cù đèn bắc bộ, Khổ sâm bắc bộ, Cù đèn bắc, Co chạy đón, Dã hòe, Khổ sâm cho Rễ
ຈີນ: 庁筆.
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ຈັດເປັນໄມ້ຢືນຕົ້ນຂະໜາດນ້ອຍ ຫຼື ຟຸ່ມ. ລຳຕົ້ນສູງ 3-6 ມ, ກິ່ງອ່ອນ ແລະ ຍອດມີເກັດສີນ້ຳຕານປົກຄຸມຢ່າງໜາແໜ້ນ, ມີຢ່າງສີຂາວຂຸ້ນ, ເປືອກນອກບາງ, ລຽບ ຫຼື ແຕກເປັນຮ່ອງຕື້ນຕາມລວງຍາວຂອງລຳຕົ້ນ, ສີເທົາ ຫຼື ສີນ້ຳຕານ. ໃບດ່ຽວ, ອອກວຽນສະຫຼັບ, ຮູບຫອກ ຫຼື ຮູບຮີ, ກ້ວາງ 2-3 ຊມ, ຍາວ 3-6 ຊມ, ໂຄນໃບມົນ, ຂອບລຽບ ຫຼື ເປັນຄື້ນ, ປາຍແຫຼມ, ແຜ່ນໃບໜາຄ້າຍຄືໜັງ, ຜິວໃບດ້ານເທິງສີຂຽວເຂັ້ມ, ລຽບມັນ, ຜິວໃບດ້ານລຸ່ມສີຂຽວອ່ອນ ຫຼື ສີນ້ຳເງິນ, ມີເກັດສີນ້ຳເງິນ ຫຼື ສີນ້ຳຕານປົກຄຸມຢ່າງໜາແໜ້ນ, ໃບອ່ອນມີສີນ້ຳຕານ, ເກັດສີນ້ຳຕານປົກຄຸມຢ່າງໜາແໜ້ນ, ໃບແກ່ສີສົ້ມ. ກ້ານໃບຍາວ 2-4 ຊມ, ມີຕ່ອມ 1 ຄູ່ທີ່ໂຄນກ້ານ. ຊໍ່ດອກແບບກະຈະ, ອອກຕາມປາຍກິ່ງ. ດອກຍ່ອຍມີຂະໜາດນ້ອຍ, ສີເຫຼືອງປົນສີຂຽວ. ໝາກຂ້ອນຂ້າງກົມ, ມີ 3 ພູ, ປາຍມີຕິ່ງໜາມ.

ບັນຍາຍການນຳໃຊ້

ສັບພະຄຸນ: 

  • ເປືອກ ແລະ ໃບ: ຮັກສາອາການຖອກທ້ອງ, ບຳລຸງເລືອດ ແລະ ປະຈຳເດືອນ.
  • ໃບ: ໃຊ້ສູບແທນຢາສູບແກ້ໄອ, ແກ້ອາການປວດຮາກ  ແລະ ບຳລຸງເລືອດໃນແມ່ຍິງໃຫ້ສົມບູນ.
  • ດອກ: ພົບສານ plaunotol ເຊິ່ງສາມາດຮັກສາແຜໃນກະເພາະອາຫານ ແລະ ຊ່ວຍຂັບພະຍາດພິດ.
ການປະກອບສ່ວນ