ສ້ານໃຫຍ່ / San Ngai

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Dillenia ovata Wall. ex Hook.f. & Thomson / DILLENIACEAE
ຊື່ພ້ອງ
Dillenia aurea auct. non Sm.
Dillenia meliosmifolia auct. non Hook. f. & Th.
Wormia kunstleri King
ຊື່ອື່ນ
ໄທ: ແສ້ນ, ໄຂ່ເນົ່າດົງ, ຕານົກກົດ, ສ້ານໂດຍເດ, ປຣໍ້, ໝາກໂຕນ, ສ້ານໃບນ້ອຍ ແລະ ສ້ານກວາງ.
ອັງກິດ: Simpuh Beludu, Kedah Simpoh ແລະ Simpoh Beludu.
ຫວຽດນາມ: Sổ trai ແລະ Sổ tai.
ບັນຍາຍລັກສະນະພືດສາດ

ເປັນໄມ້ຢືນຕົ້ນຂະໜາດກາງ ຫຼື ໃຫຍ່. ລຳຕົ້ນສູງປະມານ 30 ມ, ກິ່ງອ່ອນມີຂົນປົກຄຸມ, ທົ່ວລຳຕົ້ນມີຕາຕຸ່ມກະຈາຍຢູ່ທົ່ວ, ໂຄນລຳຕົ້ນກ້ຽງ, ສີນ້ຳຕານແດງ, ເປືອກໜາ, ອົມນ້ຳ, ແຕກອອກເປັນເກັດບາງ, ເປືອກໃນສີບົວ. ໃບດ່ຽວ, ອອກວຽນສະຫຼັບທີ່ປາຍກິ່ງ, ຮູບໄຂ່ ຫຼື ຮູບໄຂ່ປີ້ນ, ກວ້າງ 6-10 ຊມ, ຍາວ 15-18 ຊມ, ໂຄນໃບມົນ ຫຼື ບ້ຽວ, ຂອບແສກແຂ້ວຕື້ນ, ປາຍມົນ ຫຼື ວ້ຳເລັກນ້ອຍ, ແຜ່ນໃບໜາ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ, ມີຂົນປົກຄຸມທັງສອງດ້ານ. ການໃບມີຮ່ອງດ້ານເທິງ, ຍາວ 2-3 ຊມ, ມີຂົນນຸ້ມປົກຄຸມຢ່າງໜາແໜ້ນ. ດອກດ່ຽວ ຫຼື ເປັນຄູ່ອອກຕາມງ່າມໃບ ແລະ ປາຍກິ່ງ, ດອກບານເຕັມທີຂະໜາດໃຫຍ່, ສີເຫຼືອງສົດ. ກາບດອກມີ 5 ກາບ, ຮູບຮີ, ຮູບຂອບຂະໜານ ຫຼື ຮູບເກືອບກົມ, ຂອບລຽບ ແລະ ມີຂົນຂຸຍ, ປາຍມົນ ຫຼື ກົມ, ຜິວດ້ານໃນກ້ຽງ, ຜິວດ້ານນອກມີຂົນນຸ້ມສັ້ນ, ສີຂຽວ, ຕິດທົນ. ກີບດອກມີ 5 ກີບ, ແຍກກັນອິດສະຫຼະ, ຮູບໄຂ່ປີ້ນ ຫຼື ຮູບກົມ, ໂຄນກີບຮຽວແຫຼມ, ຂອບເປັນຄື້ນ, ຜິວກ້ຽງ ແລະ ຫຼົ່ນງ່າຍ. ເກສອນເພດຜູ້ມີຈຳນວນຫຼາຍ, ຮຽງເປັນ 2 ວົງ, ດ້ານນອກເປັນກ້ານສັ້ນ. ເຕົ້າໄຂ່ມີປະມານ 10 ອັນ. ໝາກຮູບກົມ, ມີລັກສະນະເປັນກາບອວບໜາຫໍກັນເປັນຮູບກົມ, ໝາກແກ່ເປັນສີເຫຼືອງ. ແກ່ນມີຈຳນວນຫຼາຍ.

ບັນຍາຍການນຳໃຊ້

ອາຫານ:
    ໝາກສຸກ: ມີລົດຊາດສົ້ມສາມາດກິນເປັນໝາກໄມ້ ຫຼື ປຸງເປັນອາຫານໄດ້.
    ຍອດ: ກິນແກ້ອາການຂາດນ້ຳ.
ສັບພະຄຸນ:
    ເປືອກຕົ້ນ: ມີລົດຊາດຝາດໃຊ້ຮັກສາພະຍາດຖອກທ້ອງໄດ້.
    ເນື້ອໄມ້: ຕົ້ນປະສົມກັບໃບໝາກຂາມ ແລະ ຕົ້ນຂັນທອງນຳມາດື່ມແກ້ເຈັບທ້ອງບິດ.
    ໃບ: ຕົ້ມອາບ ຫຼື ດື່ມສຳລັບເດັກນ້ອຍທີ່ຕິດເຊື້ອພະຍາດ.
ພືດປະດັບ: ເປັນດອກໄມ້ປະດັບເນື່ອງຈາກປູກງ່າຍ, ໃຫຍ່ໄວ, ທົນຕໍ່ທຸກສະພາລແວດລ້ອມ ແລະ ຍັງດອກໄມ້ປະຈຳຊາດຂອງປະເທດບຣູໄນ.
ຄຸນປະໂຫຍດ:
    ເນື້ອໄມ້: ໃຊ້ເຮັດເຄື່ອງໃຊ້ນ້ອຍໆ, ກະດານ ແລະ ເຄື່ອງເຟີນິເຈີ.
    ໃບ: ນຳມາຫໍອາຫານໄດ້.

ການປະກອບສ່ວນ