ໝາກກໍ່ເດືອຍນ້ອຍ / Mark ko deua

ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Castanopsis acuminatissima (Blume) A.DC./FAGACEAE
ຊື່ພ້ອງ
C. sessifolia Blume
Quercus lineata Miq.
Quercus junghuhnii Miq.
Quercus fargiformis Jungh.
Quercus acuminatissima (Blume) A.DC.
Synaedrys fargiformis ( Junh) Koidz.
Castanopsis schlenkerae Baile
Castanopsis bejaudii A. Camus
ຊື່ອື່ນ
ລາວ: ໝາກກໍ່ເດືອນນ້ອຍ ແລະ ໝາກກໍເດືອ.
ໄທ: ກໍ່ເດືອຍ, ກໍ່ກິນໜ່ວຍ, ກໍ່ໜາມ, ກໍ່ມັດ, ກໍ່ແຫຼມ ແລະ ກໍ່ອິດ.
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ເປັນໄມ້ຢືນຕົ້ນຂະໜາດກາງ ຫຼື ຂະໜາດໃຫຍ່. ລຳຕົ້ນສູງ 10-40 ມ, ກິ່ງກ້ານລຽບ, ສີນ້ຳຕານປົນສີແດງ, ເປືອກມີຮອຍແຕກເລິກ, ມີເກັດ, ເປືອກສີນ້ຳຕານປົນສີມົ່ນ, ເນື້ອໄມ້ສີຂາວ. ໃບດ່ຽວ, ຈັບຮຽງສະຫຼັບ, ຮູບຮີ, ຮູບຂອບຂະໜານ ຫຼື ຮູບຫອກ, ກວ້າງ 1.5-4 ຊມ, ຍາວ 5.5-13 ຊມ, ໂຄນໃບບ້ຽວ, ຂອບເປັນຄື້ນ, ແຜ່ນໃບໜາ, ຜິວໃບດ້ານເທິງສີຂຽວເຂັ້ມ, ລຽບມັນ, ຜິວໃບດ້ານລຸ່ມສີນ້ຳຕານປົນສີແດງ. ກ້ານໃບຍາວ 1-1.4 ຊມ, ມີຂົນອ່ອນນຸ້ມກະຈາຍຢູ່ທົ່ວ. ຊໍ່ດອກແຍກເພດໃນຕົນດຽວກັນ, ອອກບໍລິເວນປາຍກິ່ງ ຫຼື ງ່າມໃບ. ຊໍ່ດອກເພດຜູ້ເປັນຊໍ່ແບບແຕກແໜ່ງ, ຍາວປະມານ 15 ຊມ. ດອກຍ່ອຍມີຂະໜາດນ້ອຍ, ສີເຫຼືອງ, ມີກິ່ນຫອມ. ກາບດອກ ຫຼື ກີບລວມມີ 6 ກີບ, ແຍກກັນອິດສະຫຼະ, ຮູບໄຂ່ ຫຼື ຮູບໄຂ່ປີ້ນ, ມີຂົນອ່ອນນຸ່ມບໍລິເວນຜິວດ້ານນອກ ແລະ ຂອບ. ເກສອນເພດຜູ້ມີ 10-12 ອັນ, ກ້ຽງ. ມີເຕົ້າໄຂ່ທີ່ເປັນໝັນ, ຮູບກົມ, ມີຂົນປົກຫຸ້ມ. ຊໍ່ດອກເພດແມ່ເປັນຊໍ່ດອກດຽວ, ບໍ່ແຕກແໜງ, ຍາວປະມານ 15 ຊມ. ດອກຍ່ອຍລັກສະນະທົ່ວໄປຄ້າຍດອກເພດຜູ້. ເກສອນເພດຜູ້ມີ 10-12 ອັນ, ເປັນໝັນ. ເຕົ້າໄຂ່ມີ 3 ຫ້ອງ, ແຕ່ລະຫ້ອງມີ 2 ເມັດໄຂ່, ຮູບກົມ, ປາຍຮວງຮັບແຍກອອກຈາກກັນເປັນ 3 ແສກ, ກ້ຽງ. ໝາກຮູບກົມ, ກ້ວາງ 0.8-1.3 ຊມ, ຍາວ 1-1.5 ຊມ, ເປືອກມີໜາມແຂງປາຍຈາຍຢ່າງໜາແໜ້ນ, ປາຍໜາມໂຄ້ງງໍເລັກນ້ອຍ. ແກ່ນມີ 1 ແກ່ນຕໍ່ແສກ, ຮູບກົມ, ເສັ້ນຜ່າສູນກາງປະມານ 1 ຊມ, ຜິວລຽບ.

ບັນຍາຍການນຳໃຊ້

ອາຫານ:
    ແກ່ນ: ສາມາດກິນສົດ, ນຳມາຕົ້ມ ຫຼື ຂົ້ວກິນ.
ສິນຄ້າ: ເນື້ອໄມ້ນິຍົມນຳມາເຮັດໄມ້ອັດ ຫຼື ເຟີນິເຈີ່ເພື່ອເປັນສິນຄ້າ.
ສິ່ງປຸກສ້າງ:
    ລຳຕົ້ນ ແລະ ກິ່ງໄມ້: ນິຍົມນ້ຳມາສ້າງເຮືອນແບບດັ່ງເດີມ.
ຄຸນປະໂຫຍດ:
    ເປືອກ: ເປັນແຫຼ່ງຂອງທາດ tannins ສາມາດນຳມາຍ້ອມສີຜ້າທີ່ທົນໄດ້ ແລະ ຝົນໄດ້ດີ.
    ກິ່ງກ້ານ ແລະ ລຳຕົ້ນ: ໃຊ້ໃນການປູກເຫັດ.
    ປັດຈຸບັນຕົ້ນໄມ້ຊະນິດນີ້ຖືກນຳໄປປູກເພື່ອບຸກເບີກພື້ນທີ່ປ່າ ເນື່ອງຈາກເປັນພືດທີ່ສາມາດຈະເລືອນເຕີບໂຕ ແລະ ຂະຫຍາຍພັນໄດ້ໄວ.

ການປະກອບສ່ວນ