ຕົ້ນນາງນາ / Hainan Anneslea

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Anneslea fragans Wall. / Theaceae
ຊື່ພ້ອງ
Anneslea fragrans var. fragrans
Callosmia fragrans (Wall.) C.Presl
Daydonia fragrans (Wall.) Britten
Mountnorrisia fragrans (Wall.) Szyszył.
ຊື່ອື່ນ
ລາວ: ຕົ້ນແກ້ມອົ້ນ ແລະ ຕົ້ນນາງນາ
ໄທ: ສານຜີ, ຕົ້ນສານຜີປ່າ, ສານຜີດອຍ, ປັນມ້າ, ສ້ານແດງ, ສ້ານໃຫຍ່, ສານຜີຄວາຍ, ສານຜີໝູ, ຕົ້ນສຸນ, ຕົ້ນຮັກ, ປ່າດົງຂໍ້, ແກ້ອົ້ນ, ຄຳໂຊ່, ຕອງໜັງ ແລະ ຕົ້ນຕີນຈຳ
ອັງກິດ: Hainan Anneslea
ຫວຽດ: Lương xương, Luống xương, Chè béo, Lương xương trà, chálí ແລະ zhūtóu guǒ
ຈີນ: 茶梨 ແລະ 猪头果
ຢີປຸ່ນ: ナガバモッコク
ສະຖານະພາບການອະນຸລັກ
Near Threatened
ບັນຍາຍລັກສະນະພືດສາດ

ເປັນໄມ້ຢືນຕົ້ນຂະໜາດກາງ. ລຳຕົ້ນສູງ 10-20 ມ ແລະ ສູງໄດ້ຮອດ 25 ມ, ມີລັກສະນະຄົດງໍ, ແຕກກິ່ງກ້ານຕ່ຳ, ເປືອກລຳຕົ້ນລຽບ ຫຼື ມີຮ່ອງຕື້ນ, ເປືອກນອກເປັນສີບົວອ່ອນ ຫຼື ສີນ້ຳຕານເຂັ້ມ, ເປືອກດ້ານໃນເປັນສີແດງ ຫຼື ສີນ້ຳຕານ. ໃບດ່ຽວ, ອອກວຽນສະຫຼັບ, ຮູບຫອກ, ຮູບຂອບຂະໜານ ຫຼື ຮູບຮີ, ກ້ວາງ 2.5-5 ຊມ, ຍາວ 7-15 ຊມ, ໂຄນໃບແຫຼມ, ຂອບລຽບ ຫຼື ເປັນຄື້ນ, ປາຍແຫຼມ, ເນື້ອໃບໜາຄ້າຍຄືໜັງ, ແຜ່ນໃບໜຽວ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວລຽບມັນ, ຜິວໃບດ້ານລຸ່ມສີຂຽວອ່ອນ, ມີຕ່ອມສີນ້ຳມັນກະຈາຍຢູ່ທົ່ວ. ກ້ານໃບຍາວ 1.5-3 ຊມ, ສີແດງແດງເຂັ້ມ. ດອກດ່ຽວ, ອອກເປັນກຸ່ມບໍລິເວນງ່າມໃບໃກ້ກັບປາຍກິ່ງ, ມີຂະໜາດປະມານ 3-4 ຊມ, ດອກມີລັກສະນະຊີ້ລົງດິນ, ດອກມີຈຳນວນຫຼາຍ. ກ້ານໃບກົມ, ຍາວ 5-3 ຊມ. ກາບດອກໂຄນເຊື່ອມຕິດກັນ, ປາຍແຍກອອກເປັນ 5 ກາບ, ຮູບຮີ, ມີຂະໜາດປະມານ 1-1.5 ຊມ, ເນື້ອໜາ, ມີຂົນບໍລິເວນຂອບ, ສີຂຽວປົນສີຂາວ ຫຼື ສີຂາວປົນສີບົວອ່ອນ. ກີບດອກມີ 5 ກີບ, ຮູບໄຂ່ ຫຼື ຮູບຮີ, ມີຂະໜາດ 1.5-2 ຊມ, ໂຄນແຫຼມ, ຂອບລຽບ, ປາຍແຫຼມ, ສີຂາວປົນສີບົວ. ເກສອນຜູ້ຈຳນວນຫຼາຍ, ສີສົ້ມອ່ອນ. ເຕົ້າໄຂ່ຈັບລຸ່ມ, ປາຍຮວງຮັບແຍກອອກເປັນ 3 ແສກ. ໝາກຮູບຂ້ອນຂ້າງກົມ ຫຼື ຮູບລະຄັງ, ມີຂະໜາດ 1.5-5 ຊມ, ເນື້ອໜາ, ຜິວລຽບ, ມີກາບດອກຕິດທົນຈົນເປັນໝາກ, ໝາກແກ່ມີສີແດງ, ມີເນື້ອສີແດງ. ແກ່ນມີ 2-9 ແກ່ນ, ຮູບໄຂ່ປີ້ນ, ຍາວ 0.7-1.2 ຊມ.

ບັນຍາຍການນຳໃຊ້

ສັບພະຄຸນ:

  • ເປືອກ ແລະ ດອກ: ໃຊ້ເປັນຢາແກ້ໄຂ້, ແກ້ບິດ ແລະ ເປັນຢາຖ່າຍພະຍາດພິດ.
  • ດອກ: ມີສັບພະຄຸນເປັນຢາບຳລຸງຫົວໃຈ, ມີສານທີ່ຊ່ວຍຂະຫຍາຍຫຼອດລົມ ແລະ ຊ່ວຍຂັບລົມ.
  • ທັງຕົ້ນ: ນຳມາປະສົມສະໝູນໄພປະເພດປາດົງນຳມາຕົ້ມດື່ມແກ້ພະຍາດປາດົງຂໍ້.

 ຄຸນປະໂຫຍດ: 

  • ດອກ: ດອກບານໃຊ້ໃນການຍ້ອມສີຜ້າໄໝໃຫ້ສີແດງ.
  • ໝາກ: ເປັນອາຫານສັດ.
  • ເນື້ອ: ສາມາດນຳມາໃຊ້ເປັນເຄື່ອງຄົວໄດ້.
ການປະກອບສ່ວນ