ສົ້ມຈ້າ / Som Cha

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Ampelocissus martini Planch. / Vitaceae
ຊື່ພ້ອງ
Vitis martinii (Planch.) Ridl.
ຊື່ອື່ນ
ລາວ: ສົ້ມກຸ້ງ ແລະ ສົ້ມຈ້າ.
ໄທ: ສົ້ມກຸ້ງ, ອາງຸນປ່າ, ເຄືອສົ້ມ, ເຄືອອີ່ໂກຍ, ກຸຍ ແລະ ເຄືອວັນຂົນ.
ຫວຽດ: Nho rừng.
ສະຖານະພາບການອະນຸລັກ
Near Threatened
ບັນຍາຍລັກສະນະພືດສາດ

ລຳຕົ້ນເປັນເຄືອ, ມັກເກາະພັນຕາມຕົ້ນໄມ້ອື່ນ, ລຳຕົ້ນເປັນຂໍ້, ມີມືຈັບອອກຕາມຂໍ້ ຫຼື ອອກກົງກັນຂ້າມກັບກ້ານໃບ, ກິ່ງອ່ອນ ແລະ ຍອດມີຂົນສີນ້ຳຕານ ຫຼື ສີແດງປົກຄຸມຢ່າງໜາແໜ້ນ, ເຄືອແກ່ສີນ້ຳຕານແດງ, ມີຮ່ອງຍາວຕາມຄວາມຍາວຂອງເຄືອ, ເຄືອແກ່ມີເນື້ອແຂງ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຫົວໃຈ, ວ້ຳເປັນ 3-5 ແສກ, ກວ້າງ 10-13.5 ຊມ, ຍາວປະມານ 12 ຊມ, ໂຄນໃບຮູບຫົວໃຈ, ຂອບແສກແຂ້ວ, ປາຍແຫຼມ ຫຼື ມົນ. ຊໍ່ດອກແບບແຕກແໜງ, ຂະໜາດໃຫຍ່, ອອກກົງກັນຂ້າມກັບໃບ ຫຼື ອອກຕາມຂໍ້. ດອກຍ່ອຍມີຈຳນວນຫຼາຍ, ຂະໜາດນ້ອຍ. ກີບລວມສີບົວ, ກາງດອກສີແດງເຂັ້ມ. ເກສອນເພດຜູ້ມີ 5 ອັນ. ເຕົ້າໄຂ່ຈັບເທິງ. ໝາກຮູບກົມ, ເປັນພວງແໜ້ນຄ້າຍໝາກອາງຸ່ນ, ມີເສັ້ນຜ່າສູນກາງ 2-3 ຊມ, ໝາກອ່ອນສີຂຽວ, ໝາກແກ່ສີແດງເຂັ້ມ. ແກ່ນມີ 1-2 ແກ່ນ, ຂະໜາດນ້ອຍ.

ບັນຍາຍການນຳໃຊ້

ອາຫານ:

    ຍອດ: ມີີຣົດຊາດສົ້ມສາມາດນຳມາປຸງແຕ່ງຣົດຊາດອາຫານ ແລະ ນຳມາກິນກັບແຈ່ວເປັນສົ້ມ.
    ໝາກ: ໝາກສຸກມາສາມາດກິນໄດ້.

ສັບພະຄຸນ:

    ຮາກ: ຝົນດື່ມແກ້ໄຂ້, ຕົ້ມດື່ມຮັກສາຝີ, ຮັກສາອາການເຈັບບວມ, ເປັນຢາຖ່າຍ, ແກ້ທ້ອງຜູກ ແລະ ແກ້ຊໍ້າໃນ.
    ໃບ: ເປັນຢາແກ້ໄອ, ແກ້ຊ້ຳໃນ, ແກ້ຫອບຫືດ, ຂັບ ແລະ ຟອກເລືອດປະຈຳເດືອນ.
    ເຄືອ: ຂັບ ແລະ ຟອກເລືອດປະຈຳເດືອນ, ໃຊ້ເປັນຢາລະບາຍອ່ອນໆ ແລະ ແກ້ໄອ.

ການປະກອບສ່ວນ