ສົ້ມຈ້າ / Som Cha
APA 6th ed. ສົ້ມຈ້າ / Som Cha. (2021, May 5). Retrieved from https://www.phakhaolao.la/kb/0001142
MLA 8th ed. ສົ້ມຈ້າ / Som Cha. Pha Khao Lao, 5 May 2021, https://www.phakhaolao.la/kb/0001142.
Chicago 17th ed. Pha Khao Lao. 2021. "ສົ້ມຈ້າ / Som Cha." Published May 5, 2021. https://www.phakhaolao.la/kb/0001142.
ໄທ: ສົ້ມກຸ້ງ, ອາງຸນປ່າ, ເຄືອສົ້ມ, ເຄືອອີ່ໂກຍ, ກຸຍ ແລະ ເຄືອວັນຂົນ.
ຫວຽດ: Nho rừng.
ລຳຕົ້ນເປັນເຄືອ, ມັກເກາະພັນຕາມຕົ້ນໄມ້ອື່ນ, ລຳຕົ້ນເປັນຂໍ້, ມີມືຈັບອອກຕາມຂໍ້ ຫຼື ອອກກົງກັນຂ້າມກັບກ້ານໃບ, ກິ່ງອ່ອນ ແລະ ຍອດມີຂົນສີນ້ຳຕານ ຫຼື ສີແດງປົກຄຸມຢ່າງໜາແໜ້ນ, ເຄືອແກ່ສີນ້ຳຕານແດງ, ມີຮ່ອງຍາວຕາມຄວາມຍາວຂອງເຄືອ, ເຄືອແກ່ມີເນື້ອແຂງ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຫົວໃຈ, ວ້ຳເປັນ 3-5 ແສກ, ກວ້າງ 10-13.5 ຊມ, ຍາວປະມານ 12 ຊມ, ໂຄນໃບຮູບຫົວໃຈ, ຂອບແສກແຂ້ວ, ປາຍແຫຼມ ຫຼື ມົນ. ຊໍ່ດອກແບບແຕກແໜງ, ຂະໜາດໃຫຍ່, ອອກກົງກັນຂ້າມກັບໃບ ຫຼື ອອກຕາມຂໍ້. ດອກຍ່ອຍມີຈຳນວນຫຼາຍ, ຂະໜາດນ້ອຍ. ກີບລວມສີບົວ, ກາງດອກສີແດງເຂັ້ມ. ເກສອນເພດຜູ້ມີ 5 ອັນ. ເຕົ້າໄຂ່ຈັບເທິງ. ໝາກຮູບກົມ, ເປັນພວງແໜ້ນຄ້າຍໝາກອາງຸ່ນ, ມີເສັ້ນຜ່າສູນກາງ 2-3 ຊມ, ໝາກອ່ອນສີຂຽວ, ໝາກແກ່ສີແດງເຂັ້ມ. ແກ່ນມີ 1-2 ແກ່ນ, ຂະໜາດນ້ອຍ.
ອາຫານ:
ຍອດ: ມີີຣົດຊາດສົ້ມສາມາດນຳມາປຸງແຕ່ງຣົດຊາດອາຫານ ແລະ ນຳມາກິນກັບແຈ່ວເປັນສົ້ມ.
ໝາກ: ໝາກສຸກມາສາມາດກິນໄດ້.
ສັບພະຄຸນ:
ຮາກ: ຝົນດື່ມແກ້ໄຂ້, ຕົ້ມດື່ມຮັກສາຝີ, ຮັກສາອາການເຈັບບວມ, ເປັນຢາຖ່າຍ, ແກ້ທ້ອງຜູກ ແລະ ແກ້ຊໍ້າໃນ.
ໃບ: ເປັນຢາແກ້ໄອ, ແກ້ຊ້ຳໃນ, ແກ້ຫອບຫືດ, ຂັບ ແລະ ຟອກເລືອດປະຈຳເດືອນ.
ເຄືອ: ຂັບ ແລະ ຟອກເລືອດປະຈຳເດືອນ, ໃຊ້ເປັນຢາລະບາຍອ່ອນໆ ແລະ ແກ້ໄອ.