ເປົ້າແຄບທອງ / Acronychia

ການນຳໃຊ້
ອາຫານ
ພືດເປັນຢາ
ນ້ຳມັນຫອມ
ຊື່ວິທະຍາສາດ / ຕະກຸນ
Acronychia pedunculata (L.) Miq. / Rutaceae
ຊື່ພ້ອງ
Acronychia apiculata Miq.
Acronychia arborea Blume
Acronychia barberi Gamble
Acronychia elliptica Merr. & L.M.Perry
Acronychia laurifolia Blume
Acronychia resinosa (Lour.) J.R.Forst. ex Crevost & Lemari
Clausena simplicifolia Dalzell
Cyminosma ankenda Gaertn.
Cyminosma chinensis G.Don
Cyminosma pedunculata (L.) Roxb.
Cyminosma pedunculata (L.) DC.
Cyminosma resinosa DC.
Doerrienia malabarica Dennst.
Gela lanceolata Lour.
Jambolifera arborea (Blume) Zoll. & Moritzi
Jambolifera pedunculata L.
Jambolifera rezinosa Lour.
Laxmannia ankenda Raeusch.
Melicope conferta Blanco
Selas lanceolatum (Lour.) Spreng.
Ximenia lanceolata (Lour.) DC.
ຊື່ອື່ນ
ລາວ: ເປົ້າແຂບທອງ ແລະ ກໍຢ້ອງແຢັງ.
ໄທ: ໝາກຍົມປ່າ, ກະອວມ, ກະເບື້ອງຖ້ວຍ, ຍ້ອມຜ້າລະນາບ, ກຣິ້ງ, ເປົ້າກີີີີບທອງ, ຄ້ອນໝາ, ຊວນ, ອ່ວນ, ຄະນາງ, ຊະນາງ, ຈຸ່ມຈ່ຳ, ທອງຟ້າ, ໄພສາມກໍ, ນ້ຳເຜີ້ງໃຫຍ່, ໝາກງັນ ແລະ ຢາໂກງ.
ອັງກິດ: Acronychia, Mavaranchi, Vettukanala, Chakkimaram, Moota Nari, Muttanari, Vidukanali, Verukutheeni, Mavuringi, Vidukanalei, Orilatheeppettimaram ແລະ Mutta Nari.
ຈີນ: 山油柑 ແລະ 降真香.
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ເປັນໄມ້ຟຸ່ມ ຫຼື ໄມ້ຢືນຕົ້ນຂະໜາດນ້ອຍ. ລຳຕົ້ນສູງ 4-8 ມ, ແຕກກິ່ງກ້ານໃກ້ກັບໂຄນລຳຕົ້ນ. ໃບດ່ຽວ, ອອກຮຽງກົງກັນຂ້າມກັນ, ຮູບຮີ, ຮູບຂອບຂະໜານ​ ຫຼື ຮູບໄຂ່ປີ້ນ, ກວ້າງ 4.5-7 ຊມ, ຍາວ 13-20 ຊມ, ໂຄນໃບແຫຼມ, ຂອບລຽບ, ປາຍມົນ ຫຼື ແຫຼມ, ແຜ່ນໃບບາງຄ້າຍຄືເຈ້ຍ, ແຜ່ນໃບດ້ານເທິງສີຂຽວເຂັ້ມ, ຜິວລຽບມັນ, ຜິວໃບດ້ານລຸ່ມສີຂຽວອ່ອນ ແລະ ມີຕ່ອມນ້ຳມັນກະຈາຍຢູ່ທົ່ວ. ຊໍ່ດອກແບບແຕກແໜ່ງ, ອອກຕາມງ່າມໃບ ແລະ ປາຍກິ່ງ. ດອກຍ່ອຍມີປະມານ 3 ດອກໃນຊໍ່ຍ່ອຍ, ມີຂະໜາດ 1-1.3 ຊມ, ດອກສົມບູນເພດ ແລະ ດອກແຍກເພດໃນຕົ້ນດຽວກັນ. ກີບດອກມີ 4-5 ກີບ, ຮູບແຖບ ຫຼື ຮູບຫອກ, ຍາວ 1-2 ຊມ, ສີຂາວ, ສີຂາວປົນສີເຫຼືອງ, ສີຂາວປົນສີຂຽວ ຫຼື ສີຂຽວມົ່ນ. ເກສອນຜູ້ມີ 8 ອັນ, ຈັບຢູ່ລະຫວ່າງໂຄນກີບດອກ. ເຕົ້າໄຂ່ຮູບໄຂ່, ມີຮ່ອງ 8 ຮ່ອງ, ມີຂົນໜາແໜ້ນປົກຄຸມ. ໝາກຮູບກົມ, ຮູບໄຂ່ປີ້ນ ຫຼື ຮູບຮີ, ຂະໜາດ 0.9-2 ຊມ, ມີຮ່ອງ 4 ຮ່ອງ, ໝາກອ່ອນສີຂຽວ, ໝາກແກ່ສີເຫຼືອງປົນຂຽວ, ໝາກບໍ່ແຕກ, ແກ່ນແຂງ. 

ບັນຍາຍການນຳໃຊ້

ອາຫານ: 

  • ໃບອ່ອນ: ໃຊ້ເປັນເຄື່ອງປຸງຣົດຊາດອາຫານ.

ສັບພະຄຸນ: 

  • ເປືອກຕົ້ນ: ປະສົມກັບໝາກພ້າວແກ່, ຂີ້ໝີ້ນຕຳທາແກ້ຄັນ ແລະ ຮັກສາພະຍາດຜິວໜັງ.
  • ໃບ ແລະ ໝາກ: ໃຊ້ປະຄົບແກ້ເມື່ອຍ.
  • ສານສະກັດຈາກຮາກ: ສາມາດນຳມາທາຮັກສາອາການເຈັບຂໍ້.
  • ສານສະກັດຈາກເປືອກ: ແກ້ອາການຄັນຕາມຜິວໜັງ.

ນ້ຳມັນຫອມລະເຫີຍ: 

  • ໃບ: ນຳມາສະກັດນ້ຳມັນຫອມລະເຫີຍໄດ້. ນິຍົມນຳໃບມາແຊ່ນ້ຳອາບເນື່ອງຈາກມີນ້ຳມັນຫອມລະເຫີຍ.

ຄຸນປະໂຫຍດ: ຮາກ ໃຊ້ເບື່ອປາ.

ການປະກອບສ່ວນ