ອິນທະຫວາດົງ / Gardenia

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Gardenia saxatilis E.T.Geddes / Rubiaceae
ຊື່ພ້ອງ
ຊື່ອື່ນ
ໄທ: ພຸດຜາ, ຂ່ອຍຫີນ, ຂ່ອຍ, ມືເສືອ, ສາມພັນຕາ, ປັດຫີນ, ຂ່ອຍໂຄກ ແລະ ຂ່ອຍດ່ານ.
ຫວຽດນາມ: Danh pháp hai phần.
ສະຖານະພາບການອະນຸລັກ
Near Threatened
ບັນຍາຍລັກສະນະພືດສາດ

ເປັນໄມ້ຟຸ່ມ. ລຳຕົ້ນຕັ້ງຊື່, ສູງ 1-2 ມ, ແຕກກິ່ງກ້ານຈຳນວນຫຼາຍ, ກິ່ງກ້ານຕັ້ງສາກກັບລຳຕົ້ນ, ເປືອກຕົ້ນສີຂາວນວນ. ໃບດ່ຽວ, ອອກຮຽງກົງກັນຂ້າມສອງແຜ່ນພຽງຕັ້ງສາກສະຫຼັບກັນ, ຮູບຮີ, ຮູບຂອບຂະໜານ ຫຼື ຮູບຫອກ, ກ້ວາງ 2-4 ຊມ, ຍາວ 5-8 ຊມ, ໂຄນໃບຮູບຫົວໃຈ, ຂອບລຽບ, ປາຍມົນ, ແຜ່ນໃບດ້ານເທິງສີຂຽວປົນເຫຼືອງ, ຜິວລຽບມັນ, ຜິວໃບດ້ານລຸ່ມມີຂົນອ່ອນນຸ້ມປົກຄຸມ. ດອກດ່ຽວ, ດອກສົມບູນເພດ, ອອກບໍລິເວນງ່າມໃບ ຫຼື ປາຍກິ່ງ. ກາບດອກມີ 6 ກາບ, ສີຂຽວ, ມີຂົນສີຂາວ. ກີບດອກເຊື່ອມຕິດກັນເປັນຮູບລະຄັງ, ປາຍແຍກອອກເປັນ 6 ແສກ, ສີຂາວ, ມີກິ່ນຫອມ. ເກສອນເພດຜູ້ມີ 6 ອັນ, ຖານຕິດຢູ່ກີບດອກດ້ານໃນ. ເຕົ້າໄຂ່ຈັບລຸ່ມ, ມີ 2 ຫ້ອງ, ແຕ່ລະຫ້ອງມີ 1 ເມັດໄຂ່. ໝາກຮູບໄຂ່ປີ້ນ, ໝາກສຸກມີສີສົ້ມ. ແກ່ນມີ 2 ແກ່ນ, ຫຸ້ມດ້ວຍແພຈຸລັງສິສົ້ມ.

ບັນຍາຍການນຳໃຊ້

ສັບພະຄຸນ: 

  • ຮາກ ແລະ ເນື້ອໄມ້: ຕົ້ມດື່ມແກ້ເບື່ອເມົາ, ແກ້ພິດ ແລະ ຊ່ວຍຖອນພິດເຫັດເມົາ.
  • ເປືອກຕົ້ນ: ໃຊ້ດອງເຫຼົ້າໃຊ້ທາຮັກສາອຳມະພາດ ແລະແກ້ເໜັບຊາຕາມແຂນຂາ.
  • ລຳຕົ້ນ: ຕົ້ມດື່ມແກ້ເບື່ອເມົາ.
ການປະກອບສ່ວນ