ໝາກລະກຳ / Salacca
APA 6th ed. ໝາກລະກຳ / Salacca. (2021, April 19). Retrieved from https://www.phakhaolao.la/kb/0001123
MLA 8th ed. ໝາກລະກຳ / Salacca. Pha Khao Lao, 19 April 2021, https://www.phakhaolao.la/kb/0001123.
Chicago 17th ed. Pha Khao Lao. 2021. "ໝາກລະກຳ / Salacca." Published April 19, 2021. https://www.phakhaolao.la/kb/0001123.
Salacca beccarii Hook.f.
Salacca macrostachya Griff.
ອັງກິດ: Salacca.
ຫວຽດນາມ: Sa lắc ແລະ Mật cật gai móc.
ຈີນ: 日本語で.
ລຳຕົ້ນເປັນລຳເຫງົ້າ, ມີຍອດແຕກອອກເປັນຕົ້ນ, ຍາວ 2-3 ມ, ລຳຕົ້ນມີໜາມ, ຍາວ 1-2 ຊມ. ໝາກອອກເປັນກະຈຸກ, ມີ 2-5 ກະຈຸກ. ໝາກຮູບຮີ, ເປືອກມີໜາມແຂງຂະໜາດນ້ອຍ, ໝາກມີ 2-3 ກີບ, ເນື້ອອ່ອນອົມນ້ຳ, ມີກິ່ນຫອມ, ເນື້ອສີເຫຼືອງອົມສົ້ມ, ໝາກເປັນສີນ້ຳຕານເຂັ້ມ ຫຼື ສີນ້ຳຕານປົນສີເຫຼືອງ.
ອາຫານ:
- ສາມາດນຳມາປຸງຣົດຊາດອາຫານໃຫ້ສົ້ມ ເຊັ່ນ ຕົ້ມສົ້ມ, ຕົ້ມຍຳ....
- ໝາກ: ສາມາດກິນເປັນໝາກໄມ້ສົດໄດ້ ຫຼື ນຳມາເຮັດເປັນຂອງຫວານ.
ສັບພະຄຸນ:
- ໝາກ: ຊ່ວຍບັນເທົາອາການຂາດນ້ຳ, ຊ່ວຍຈະເລີນອາຫານ ແລະ ກິນເປັນຢາຮັກສາອາການໄອ.
- ຍອດ: ຮັກສາອາການໄຂ້, ໃຊ້ເປັນຢາຂັບເສມຫະ, ແກ້ອາການເລືອດດັງໄຫຼ ແລະ ຊ່ວຍໃນການຍ່ອຍອາຫານ.
ຄຸນປະໂຫຍດ:
- ນຳມາສະກັດນ້ຳມັນໄດ້.
- ໃບຫຼັງຈາກລິດໜາມອອກແລ້ວຍັງສາມາດນຳມາກັ້ງເປັນຝາເຮືອນໄດ້.
- ເມື່ອປອກເປືອກອອກແລ້ວເນື້ອໄມ້ຈະມີຄວາມຢືດຍຸນສາມາດນຳມາໃຊ້ເປັນເຄື່ອງຫຼີ້ນເດັກນ້ອຍ.
ຄຸນຄ່າທາງດ້ານໂພຊະນາການຕໍ່ 100 ກຼາມ: ພະລັງງານ 51 ກິໂລແຄລໍຣີ່, ໄຂມັນ 0.1 ກຼາມ, ໂປຣຕີນ 0.5 ກຼາມ, ວິຕາມິນບີ 2 0.2 ມກ, ວິຕາມິນຊີ 6 ມກ, ແຄລຊຽມ 8 ມກ, ທາດເຫຼັກ 0.4 ມກ ແລະ ຟອສຟໍຣັດ 18 ມກ.