ດອກດິນ / Broomrape
APA 6th ed. ດອກດິນ / Broomrape. (2021, December 8). Retrieved from https://www.phakhaolao.la/kb/0001074
MLA 8th ed. ດອກດິນ / Broomrape. Pha Khao Lao, 8 December 2021, https://www.phakhaolao.la/kb/0001074.
Chicago 17th ed. Pha Khao Lao. 2021. "ດອກດິນ / Broomrape." Published December 8, 2021. https://www.phakhaolao.la/kb/0001074.
Aeginetia boninensis Nakai
Aeginetia indica var. gracilis Nakai
Aeginetia japonica Siebold & Zucc.
Aeginetia mairei H.Lév.
Orobanche aeginetia L.
Phelipaea indica (L.) A. Spreng. ex Steud.
ອັງກິດ: Broomrape ແລະ Forest Ghost Flower.
ຈີນ: 哇 ແລະ 野菰.
ຈັດເປັນພືດກາຟາກ, ເກີດຂຶ້ນເທິງຮາກຕົ້ນໄມ້ອື່ນ, ອາຍຸ 1 ປີ. ລຳຕົ້ນມີລັກສະນະຕັ້ງຊື່, ສູງປະມານ 15-25 ຊມ, ບໍລິເວນໂຄນລຳຕົ້ນມີກາບ 1-2 ໃບຫຸ້ມຢູ່, ສີບົວອ່ອນ, ມີກ້ານດຽວແທງຂຶ້ນມາຈາກຮາກໄມ້, ລຳຕົ້ນບໍ່ມີການແຕກກິ່ງກ້ານ ແລະ ບໍ່ມີໃບ, ປາຍກ້ານອອກດອກເປັນດອກດ່ຽວ. ດອກດ່ຽວ, ລັກສະນະຮູບຖ້ວຍຄ້ຳ ຫຼື ຮູບທໍ່ກົມ, ຍາວ 3-5 ຊມ, ສີມ່ວງປົນສີແດງ. ກາບດອກເຊື່ອມຕິດກັນເປັນຫຼອດ, ຍາວ 2-3 ຊມ, ປາຍແຍກອອກເປັນ 5 ແສກ. ເກສອນເພດຜູ້ມີ 4 ອັນ. ເຕົ້າໄຂ່ມີ 1 ອັນ, ປາຍຮວງຮັບມີຂະໜາດເສັ້ນຜ່າສູນກາງປະມານ 3 ມມ, ອວບນ້ຳ, ສີເຫຼືອງ. ກ້ານດອກຍາວ 15-40 ຊມ. ໝາກຮູບກົມ ຫຼື ຮູບໄຂ່, ຍາວ 1-1.5 ຊມ, ສີນ້ຳຕານ, ໝາກແກ່ແລ້ວແຕກ. ແກ່ນຈຳນວນຫຼາຍ, ສີນ້ຳຕານ.
ເປັນອາຫານ:
- ດອກ: ນຳໄປລວກ ຫຼື ໜຶ້ງກິນກັບແຈ່ວປາແດກ.
- ດອກນຳມາປະສົມກັບແປ້ງໃຊ້ເຮັດເປັນເຂົ້າໜົມດອກດິນ.
- ດອກນຳໄປປະສົມກັບເຂົ້າໜຽວໜື້ງເຮັດໃຫ້ເຂົ້າປ່ຽນເປັນສີມ້ວງ.
ສັບພະຄຸນ:
- ທັງຕົ້ນ: ອອກລິດຕໍ່ປອດ, ໝາກໄຂ່ຫຼັງ ແລະ ທາງເດີນປັດສະວະ, ໃຊ້ເປັນຢາຂັບພິດຮ້ອນຖອນພິດໄຂ້, ເຮັດໃຫ້ເລືອດເຢັນ, ແກ້ອາການເຈັບຄໍ, ຄໍອັກເສບ, ຕ່ອມທອລຊິນອັກເສບ, ຊ່ວຍຮັກສາອາການຕິດເຊື້ອໃນທາງເດີນປັດສະວະ, ແຊ່ກັບນ້ຳມັນງາໃຊ້ເປັນຢາແກ້ພະຍາດຜິວໜັງ, ແກ້ພິດແມງໄມ້ກັດ, ຕົ້ມດື່ມເປັນຢາແກ້ບວມ ແລະ ແກ້ອາການເຈັບບວມ.
- ຕົ້ນ: ແກ້ໄຂ້ກະດູກອັກເສບ.
- ດອກ: ຊົງດື່ມແກ້ເບົາຫວານ (ທັງຕົ້ນ, ດອກ), ຊ່ວຍຮັກສາຝີຕາມຜິວໜັງ, ແກ້ຝີພາຍນອກ ແລະ ແກ້ພິດງູກັດ.
ເປັນສິນຄ້າ: ດອກສາມາດນຳມາສະກັດເປັນສີປະສົມອາຫານໄດ້ສີດຳ, ສີນ້ຳເງິນ ແລະ ສີມ້ວງ. ເປັນສິນຄ້າຂາຍ.
ຂໍ້ມູນທາງວິທະຍາສາດ:
- ພົບວ່າສານສະກັດຊ່ວຍກະຕຸ້ນການຕອບສະໜອງການກະຕຸ້ນຂອງພູມຄຸ້ມກັນ.
- ດອກດິນແດງມີລິດຕໍ່ຕັບ, ຕ້ານມະເຮັງ, ກະຕຸ້ນ T-cell ແລະ ຊ່ວຍກະຕຸ້ນພູມຄຸ້ມກັນ.