ເຄືອຫຸ່ນ / Jiaogulan
APA 6th ed. ເຄືອຫຸ່ນ / Jiaogulan. (2021, February 15). Retrieved from https://www.phakhaolao.la/kb/0001041
MLA 8th ed. ເຄືອຫຸ່ນ / Jiaogulan. Pha Khao Lao, 15 February 2021, https://www.phakhaolao.la/kb/0001041.
Chicago 17th ed. Pha Khao Lao. 2021. "ເຄືອຫຸ່ນ / Jiaogulan." Published February 15, 2021. https://www.phakhaolao.la/kb/0001041.
Enkylia digyna Griff.
Enkylia trigyna Griff.
Gynostemma blumei Hassk.
Gynostemma cissoides Benth. & Hook.f.
Gynostemma pedatum Blume
Gynostemma pentaphyllum f. dasycarpum (C.Y.Wu) W.J.de Wilde & Duyfjes
Gynostemma pentaphyllum var. dasycarpum C.Y.Wu
Gynostemma pentaphyllum f. fasciculare W.J.de Wilde & Duyfjes
Gynostemma pentaphyllum f. grandiflorum W.J.de Wilde & Duyfjes
Gynostemma pentaphyllum f. knemandrum W.J.de Wilde & Duyfjes
Gynostemma pentaphyllum f. pubescens (Gagnep.) W.J.de Wilde & Duyfjes
Gynostemma pentaphyllum f. simplicifolium (Blume) W.J.de Wilde & Duyfjes
Gynostemma siamicum Craib
Gynostemma trigynum M.A.Lawson
Pestalozzia pedata (Blume) Zoll. & Moritzi
ຈີນ: 奇野丹, 肖威胁 ແລະ 焦鼓兰.
ອັງກິດ: iaogulan, Gynostemma, Miracle grass, Southern ginseng, 5-Leaf ginseng, Penta tea ແລະ Sweet Tea Vine.
ຈັດເປັນໄມ້ລົ້ມລຸກ. ລຳຕົ້ນເປັນລຳເຄືອ, ເລືອໄປຕາມພື້ນ ຫຼື ຍຶດເກາະກັບຕົ້ນໄມ້ອື່ນ, ຍາວປະມານ 1-150 ຊມ, ມີເສັ້ນຜ່າສູນກາງປະມານ 1 ຊມ, ລັກສະນະເປັນຂໍ້, ແຕ່ລະຂໍ້ມີມືເກາະ, ມີຂົນກະຈາຍທົ່ວໄປ. ໃບປະສົມ, ອອກຮຽງສະຫຼັບ, ຮູບກົມ. ໃບຍ່ອຍມີ 3-7 ໃບ, ຮູບຮີ ຫຼື ຮູບໄຂ່, ກ້ວາງ 2-3 ຊມ, ຍາວ 4-8 ຊມ, ໂຄນໃບແຫຼມ ຫຼື ຮຽວແຫຼມ, ຂອບແສກແຂ້ວ, ປາຍແຫຼມ, ລັກສະນະຂອງໃບອວບນ້ຳເລັກນ້ອຍ. ກ້ານໃບຮູບກົມ, ຍາວ 5-8 ຊມ. ຊໍ່ດອກແບບແຕກແໜງ, ອອກຕາມງ່າມໃບ ແລະ ປາຍຍອດ, ຍາວ 6-10 ຊມ. ດອກຍ່ອຍອອກແບບກະຈຸກ, ດອກຍ່ອຍມີຈຳນວນຫຼາຍ, ດອກແຍກເພດໃນຕົ້ນດຽວກັນ, ສີຂຽວປົນສີເຫຼືອງ. ກີບດອກມີ 5 ອັນ, ຮູບໄຂ່, ປາຍແຫຼມ ຫຼື ຮຽວແຫຼມ, ຍາວປະມານ 1 ມມ. ເກສອນເພດຜູ້ມີ 5 ອັນ. ເຕົ້າໄຂ່ຈັບລຸ່ມ, ມີ 3 ຫ້ອງ. ໝາກຮູບກົມ ຫຼື ຮູບຮີ, ຍາວປະມານ 4 ມມ, ຜິວລຽບ.
ອາຫານ:
- ໃບ ຫຼື ຍອດອ່ອນ: ຄົນຈີນນິຍົມນຳມາປຸ່ງແຕ່່ງອາຫານ.
ສັບພະຄຸນ: ທັງຕົ້ນ
- ເປັນຢາອາຍຸວັນນະ, ຊ່ວຍເຮັດໃຫ້ແກ້ຊາງລົງ, ຊ່ວຍຟື້ນຄືນຄວາມຈຳ, ແກ້ອາການນອນບໍ່ຫຼັບ, ແກ້ອາການເຈັບແອວ ແລະ ເຈັບຫຼັງໃຫ້ດີຂຶ້ນ (ກິນໝາກຄັ້ງລະ 2 ເມັດວັນລະສາມຄັ້ງຕິດຕໍ່ກັນຮອດ 60 ມື້).
- ໃຊ້ເປັນຢາຮັກສາມະເຮັງ, ຕ້ານການຈະເລີນເຕີບໂຕຂອງເຊື້ອມະເຮັງທຸກຊະນິດ (ສານສະກັດຈາກເຄືອຫຸ່ນຄັ້ງລະ 40 ມລ, ວັນລະ 2 ຄັ້ງ).
- ຊ່ວຍຫຼຸດລະດັບຂອງຄໍເຣສເຕີໂຣ, ຫຼຸດໄຂ່ມັນໃນເສັ້ນເລືອດ (ຊົງດື່ມຄັ້ງລະ 2-3 ກຼາມວັນລະ ສາມຄັ້ງຕິດຕໍ່ກັນ 40 ວັນ).
- ຊ່ວຍຮັກສາຄວາມດັນເລືອດສູງ, ພະຍາດຫົວໃຈ, ແກ້ອາການເຈັບບິດຫົວໃຈ (ຊົງດື່ມຄັ້ງລະ 2-3 ກຼາມວັນລະ ສາມຄັ້ງຕິດຕໍ່ກັນ 40 ວັນ).
- ເຮັດໃຫ້ຫົວໃຈແຂງແຮງ.
- ຢັບຢັ້ງການເກາະຕົວຂອງເກັດເລືອດ.
- ເປັນຢາດັບພິດຮ້ອນ, ຖອນພິດໄຂ້, ແກ້ອາການໄຂ້ຫວັດ ແລະ ແກ້ຮ້ອນໃນຕ່າງໆ.
- ຊ່ວຍແກ້ໄອ, ໄອ້ຊ້ຳເຮື້ອ, ຂັບເສມຫະ.
- ຮັກສາຫຼອດລົມອັກເສບ, ພະຍາດຫຼອດອັກເສບຊ້ຳເຮື້ອ, ຫຼອດລົມແຂງຕົວ ແລະ ຮັກສາຖົງລົມໃນປອດອັກເສບ.
- ຊ່ວຍເຮັດໃຫ້ລະບົບຍ່ອຍອາຫານເຮັດວຽກໄດ້ດີຂຶ້ນ, ຮ່າງກາຍໄດ້ຮັບສານອາຫານໄດ້ດີຂຶ້ນ.
- ຮັກສາແຜໃນກະເພາະອາຫານ, ເຮັດໃຫ້ຕັບແຂງແຮງ, ຮັກສາຕັບອັກເສບ, ຕັບຕິດເຊື້ອ ຫຼື ຕັບອັກເສບຊະນິດໄວຣັສບີ ແລະ ໝາກໄຂ່ຫຼັງອັກເສບ.
- ໃບນຳມາທຸບພອກຮັກສາຝີ, ໃຊ້ເປັນຢາຂັບພິດ, ແກ້ອັກເສບ, ຕ້ານການອັກເສບ, ແກ້ອາການເຈັບ ແລະ ຊ່ວຍຢັບຢັ້ງການຈະເລີນເຕີບໂຕຊິ້ນປົ່ງ.
- ຕົ້ນໃຊ້ຕຳພອກແກ້ອາການກະດູກຫັກ, ແກ້ອາການເຈັບໃນກະດູກ, ເຈັບຂໍ້, ເຈັບຕາມກ້າມຊິ້ນ ແລະ ແກ້ອາການຟົກຊ້ຳຕ່າງໆ.
- ສານສະກັດຈາກຕົ້ນເຄືອຫຸ່ນມີສັບພະຄຸນຊ່ວຍສ້າງຈຸລັງກະດູກ, ເສີມສ້າງການລວມຕົວຂອງໂປຣຕີນ ແລະ ນ້ຳຍ່ອຍໃນຕັບ, ຊ່ວຍບຳລຸງສະໝອງ, ຮັກສາພະຍາດໃນຊວງເອິກ, ພະຍາດເລືອດຈາງ, ພະຍາດຫຼອດລົມຊຳເຮຶ້ອ ແລະ ພະຍາດຫຼອດເລືອດແຂງຕົວ.
- ຊ່ວຍແກ້ອາການຖອກທ້ອງ, ຫຼຸດປະລິມານຂອງກົດ, ຮັກສາລຳໄສ້ອັກເສບ, ຄາງໃຫຍ່, ຄວາມຈຳເຊື່ອມ, ເຈັບຫົວໄມເກຣນ, ຜົມງອກ, ຜົມຫຼົ່ນ, ຫອບຫືດ, ຂ້າເຊື້ອຊາທີ່ຕີນ, ພະຍາດເກົາ, ເຈັບຫຼັງ, ເຈັບແອວ, ແກ້ຫູອັກເສບ, ແກ້ຂີ້ກະຕອດ, ຊ່ວຍຄວບຄຸມນ້ຳໜັກຕົວ, ຮັກສາແຜໃຫ້ຫາຍໄວ, ເພີ່ມຄວາມແຂງແຮງໃຫ້ແກ້ຈຸລັງໃນຮ່າງກາຍ, ຢັບຢັ້ງເຊື້ອມະເຮັງ, ຫຼຸດພູມແພ້, ສ້າງຄວາມສົມດູນຂອງຮໍໂມນຮອບເດືອນຂອງແມ່ຍິງ, ຟື້ນຟູຮໍໂມນຕ່ອມລູກໝາກຂອງຜູ້ຊາຍ, ຫຼຸດອາການຕ່ອມລູກໝາກໃຫຍ່, ຂັບປັດສະວະ, ຂັບນ້ຳໃນຮ່າງກາຍຄົນຕຸ້ຍ, ຂັບຂອງເສຍໃນໝາກໄຂ່ຫຼັງ, ຊ່ວຍຂັບລ້າງທໍ່ປັດສະວະເຮັດໃຫ້ທໍ່ປັດສະວະໂລ່ງ ແລະ ມີແຮງດັນ, ຊ່ວຍຂັບລົມຕ່າງ, ຂັບໄຂ່ມັນ ແລະ ຊ່ວຍໃນການຂັບຖ່າຍສະດວກຂຶ້ນ.
ສານສະກັດ: ຕົ້ນເຄືອຫຸ່ນສາມາດນຳມາສະກັດເປັນຢາດີຫຼາຍຊະນິດ.