ສົ້ມລົມ/ Som Lom

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Urceola polymorpha (Pierre ex Spire) D.J.Middleton & Livsh. /APOCYNACEAE
ຊື່ພ້ອງ
Aganonerion polymorphum Pierre ex Spire
ຊື່ອື່ນ
ຊື່ໄທ: ສົ້ມລົມ ແລະ ເຄືອສົ້ມລົມ.
ຫວຽດນາມ: Dây dang; Dây lá giang, Giang chua ແລະ Dây đực.
ບັນຍາຍລັກສະນະພືດສາດ

ລຳຕົ້ນເປັນລຳເລືອ, ພັນຕາມຕົ້ມໄມ້ໃຫຍ່ແຕ່ບໍ່ມີມືເກາະ, ລຳຕົ້ນ ຫຼື ເຄືອມີລັກສະນະກົມ, ຜິວລຽບ, ສີຂຽວ, ມີຢາງສີຂາວ, ກິ່ງອ່ອນມີຂົນອ່ອນກະຈາຍຢູ່ທົ່ວ, ກິ່ງແກ່ມີປ່ອງອາກາດກະຈາຍຢູ່. ໃບດ່ຽວ, ອອກຮຽງສະຫຼັບສອງແຜ່ນພຽງຕັ້ງສາກສະຫຼັບກັນ, ຮູບໄຂ່, ຮູບຮີ ຫຼື ຮູບຫອກ, ກ້ວາງ 2-5 ຊມ, ຍາວ 4-9 ຊມ, ໂຄນໃບມົນ, ຕັດ ຫຼື ຮູບຫົວໃຂ, ຂອບລຽບ, ປາຍແຫຼມ, ຕິ່ງໜາມ ຫຼື ມົນ, ແຜ່ນໃບບາງ, ຜິວໃບດ້ານເທິງສີຂຽວເຂັ້ມ, ລຽບ ແລະ ມັນວາວ, ຜິວໃບດ້ານລຸ່ມສີຂຽວອ່ອນ, ມີຂົນອ່ອນນຸ້ມກະຈາຍຢູ່ທົ່ວ, ມັກມີຈຸດສີແດງກະຈາຍຢູ່ທົ່ວຜິວໃບ, ໃບອ່ອນມີລົດຊາດສົ້ມ. ກ້ານໃບກົມ, ຍາວ 0.5-3.2 ຊມ. ຊໍ່ດອກແບບແຕກແໜງ, ອອກຕາມງ່າມໃບ ຫຼື ປາຍຍອດ, ຍາວ 3-9 ຊມ. ດອກຍ່ອຍມີ 20-30 ດອກ, ຮູບຊົງກົມ, ປາຍແຫຼມ, ຍາວ 1 ຊມ, ສີບົວອ່ອນ ຫຼື ສີບົວເຂັ້ມ. ກາບດອກຮູບໄຂ່, ໂຄນເຊື່ອມຕິດກັນປາຍແຍກເປັນ 5 ແສກ, ຍາວປະມານ 3.5 ມມ, ຂອບມີຂົນຂຸຍ, ປາຍແຫຼມ, ສີຂຽວປົນສີແດງ. ກີບດອກເຊື່ອມຕິດກັນເປັນຫຼອດ, ຍາວ 3.5-5 ມມ, ຫຼອດສີຂຽວອົມເຫຼືອງ, ປາກຫຼອດມີຂົນອ່ອນນຸ້ມກະຈາຍຢ່າງໜາແໜ້ນ, ສີຂາວ, ປາຍແຍກອອກເປັນ 5 ແສກ, ບິດວຽນຂວາເລັກນ້ອຍ, ຮູບກົມ, ຍາວປະມານ 2.5 ມມ, ສີບົວອົມແດງ. ເກສອນເພດຜູ້ມີ 3-4 ມມ, ຖົງລະອອງຮູບລູກສອນ. ເຕົ້າໄຂ່ຈັບເທິງ, ມີ 2 ຫ້ອງແຍກຈາກກັນ, ຍາວປະມານ 1 ມມ, ຜິວມີຂົນກະຈາຍຢູ່ທົ່ວ, ຄໍເຕົ້າໄຂ່ຍາວປະມານ 2 ມມ. ໃບປະດັບມີຂະນາດນ້ອຍ, ຫຼົ່ນງ່າຍ. ໝາກກຸ່ມ, ອອກເປັນຄູ່, ໂຄນຕິດກັນ, ປາຍແຫຼມ, ຍາວປະມານ 20 ຊມ, ຜິວກ້ຽງ, ໝາກອ່ອນເປັນສີຂຽວ, ໝາກແກ່ເປັນສີນ້ຳຕານ ແລະ ແຕກອອກຕາມຄວາມຍາວ. ແກ່ນມີຈຳນວນຫຼາຍ, ສີນ້ຳຕານ, ລັກສະນະຮຽວຍາວ, ຍາວປະມານ 1 ຊມ, ມີຂົນແບບກະຈຸກ, ສີຂາວຍາວ 1.5-3 ມມ, ສາມາດປິວໄປຕາມລົມໄດ້.

ບັນຍາຍການນຳໃຊ້

ເປັນອາຫານ:

  • ໃບ, ດອກ ແລະ ໝາກ: ມີລົດຊາດສົ້ມຮັບປະທານໄດ້, ໃຊ້ເປັນຜັກສົກກິນກັບແຈ່ວ, ເກືອ, ລາບ, ປົນກົບກ້ອຍເປັນຕົ້ນ ຫຼື ໃຊ້ເປັນເຄື່ອງຄຽງໃນການຕົ້ມສົ້ມ, ຕົ້ມຍຳຕ່າງ. ນອກຈາກນີ້ແລ້ວຍັງໃຊ້ເປັນອາຫານສັດຈຳພວກງົວ, ຄວາຍອີກດ້ວຍ.

ສັບພະຄຸນ: 

  • ຮາກ: ຕົ້ມດື່ມເປັນຢາຊ່ວຍຂັບລົມ, ແກ້ອາການເຈັບກະເພາະ, ແກ້ອາການກ້າມຊິ້ນທ້ອງແຂງ, ແກ້ອາການລົງຂາວຂອງຜູ້ຍິງ, ຕົ້ມກັບສະໝູນໄພອື່ນເປັນຢາແກ້ອາການປັດສະວະຂັດ, ຕົ້ມປະສົມກັບຮາກຕ້າງໄກ່ໃຫຍ່ແກ້ອາການມ້າມໃຫຍ່ ແລະ ນຳມາຕົ້ມກັບຕົ້ນກຳຈາຍ, ຕົ້ນກະຈຽນ, ຕົ້ນກຳແພງເຈັດຊັ້ນ, ຕົ້ນເລັບແມວ, ຕົ້ນໝາກດູກ, ຕົ້ນກ້າງປາໃຫຍ່, ຕົ້ນໝາກເດື່ອ ແລະ ຕົ້ນຕັບເຕົ່າໂຄກ ແກ້ອາການເມື່ອຍຕາມຮ່າງກາຍ.
  • ຕົ້ນ: ຕົ້ມດື່ມຊ່ວຍແກ້ລົມ, ວຽນຫົວ ແລະ ຕົ້ມອາບແກ້ຜື່ນຄັນ.
  • ໃບ: ນຳມາຍ້ຳສົດກິນເປັນຢາແກ້ລົມ, ວຽນຫົວ, ໜ້າມືດຕາລາຍ ແລະ ແກ້ອາການຂາດນ້ຳ.
ການປະກອບສ່ວນ