ກ່ອງເຂົ້າລີງ / Pitcher-Plant

ການນຳໃຊ້
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Nepenthes mirabilis (Lour.) Druce / Nepenthaceae
ຊື່ພ້ອງ
Nepenthes phyllamphora Willd.
Phyllamphora mirabilis Lour.
ຊື່ອື່ນ
Thai: ໝໍ້ເຂົ້າໝໍ້ແກງລິງ, ຂະເນງນາຍພານ
Eng: Common Swamp, Pitcher-Plant
ບັນຍາຍລັກສະນະພືດສາດ

ຕົ້ນກ່ອງເຂົ້າລິງເປັນພືດທີ່ມີລໍາຕົ້ນອ່ອນ, ມັກຂຶ້ນຮ່ວມກັນເປັນກໍ່ໜາແໜ້ນ ຫຼື ລໍາຕົ້ນເລື້ອຍໄປຕາມພື້ນດິນ ຫຼື ເກາະໄມ້ພຸ່ມຂະໜາດນ້ອຍ. ໃບເປັນໃບດ່ຽວ, ລັກສະນະເປັນຮູບຮີ, ໃບກວ້າງ 3-5 ຊັງຕິແມັດ ແລະ ຍາວ 10-25 ຊັງຕິແມັດ, ຜິວໃບກ້ຽງເປັນມັນ, ປາຍໃບມີມືເກາະ ແລະ ມີກະເປາະດັກຈັບສັດ, ກະເປາະເມື່ອຍັງອ່ອນຝາຈະປິດ, ກະເປາະມີຫຼາຍສີເຊັ່ນ: ສີຂຽວ, ສີນໍ້າຕານອົມແດງ ແລະ ສີຂຽວປົນແດງ, ພາຍໃນກະເປາະມີຂົນປ້ອງກັນແມງໄມ້ທີ່ຕົກເຂົ້າໄປບໍ່ໃຫ້ອອກໄດ້, ຜິວກະເປາະມີຮູນ້ອຍໆຈໍານວນຫຼາຍປ່ອຍນໍ້າຍ່ອຍອອກມາຂັງໄວ້ໃນກະເປາະເພື່ອຍ່ອຍສະລາຍແມງໄມ້. ອອກດອກເປັນຊໍ່ຕາມຍອດຂອງລໍາຕົ້ນ, ກ້ານຊໍ່ດອກຍາວ 50-100 ຊັງຕິແມັດ, ດອກມີລັກສະນະເປັນຮູບຊົງກະບອກ, ອອກດອກຢູ່ປາຍກິ່ງ, ດອກຍ່ອຍມີຈໍານວນຫຼາຍ, ກີບເປັນສີມ່ວງເຂັ້ມ. ໝາກເປັນໝາກແຫ້ງແຕກ, ເປັນຮູບກົມຮີ, ແຕກເປັນ 4 ຝາ, ພາຍໃນໝາກມີແກ່ນຈໍານວນຫຼາຍ.

ບັນຍາຍການນຳໃຊ້

ປະໂຫຍດ ແລະ ສັບພະຄຸນ:
   - ໃບເປັນສ່ວນປະສົມຂອງຢາທີ່ປຸງເປັນລູກກອນກິນແກ້ຫອບຫືດ.
   - ສາມາດປູກເປັນໄມ້ປະດັບ.

ການປະກອບສ່ວນ