ແມງອິດຝ້າຍ / Long-horned Beetle

ຊະນິດຮ່ວມ
ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Batocera rubus (Linnaeus, 1758) / Cerambycidae
ຊື່ພ້ອງ
Batocera octomaculata (Fabricius)
Cerambyx albomaculatus Retzius, 1783
Cerambyx rubus Linnaeus, 1758
Lamia downesi Hope, 1845
Lamia octomaculata Fabricius, 1792
ຊື່ອື່ນ
Thai: แมลงกอก ด้วงหนวดยาว
ພັນລະນາລັກສະນະສັນຖານ

ເປັນແມງໄມ້ປີກແຂງ, ຂະໜາດຂອງລຳໂຕຍາວປະມານ 3-5 ຊມ, ລຳໂຕເປັນຊົງກະບອກ ຫຼື ຮູບຂອບຂະໜານ. ໜວດເປັນຮູບເສັ້ນດ້າຍ, ຍາວຈົນຮອດທ້າຍລຳໂຕ. ປາກເປັນແບບປາກກັດ. ຂາມີ 5 ປ້ອງ. ປີກແຂງປົກຄຸມສ່ວນທ້ອງໄດ້ທັ້ງໂຕ. ປີກດ້ານນອກມີຂົນລະອຽດສີເຫຼືອງປົກຄຸມ, ໂຕແມ່ຈະມີຂະໜາດໃຫຍ່ກວ່າໂຕຜູ້, ລຳໂຕສີຂຽວປົນສີເທົາ ຫຼື ສີນ້ຳຕານອ່ອນ.
ແຫຼ່ງອາໄສ: ມັກອາໄສຢູ່ຕາມຕົ້ນງິ້ວ, ຕົ້ນໝາກມ່ວງ, ໂຕອ່ອນຈະກັດກິນເນື້ອໃນເປັນຮູເຂົ້າໄປຢູ່ແກ່ນໄມ້. ມັນຈະເລິນເຕິບໂຕພາຍໃນທ້ອນໄມ້ ເມື່ອໂຕເຕັມໄວ້ຈື່ງເຈາະອອກມາພາຍນອກ, ອາໄສກັດກິນຍອດອ່ອນຂອງຕົ້ນໄມ້ເປັນອາຫານ.

ບັນຍາຍການນຳໃຊ້

-

ການສຶບພັນ ແລະ ວົງຈອນຊີວິດ

ມັນຈະວາງໄຂ່ຕາມເປືອກໄມ້, ເມື່ອໃຫ້ຂຶ້ນຈະເຈາະເຂົ້າຫາກິນຕາມເປືອກໄມ້, ໂຕດ້ວຍຈະມີແຂ້ວທີ່ແຂງໃຊ້ສຳຫຼັບເຈາະເປັນຮູ້ເຂົ້າຢູ່ທາງດ້ານໃນ, ເມື່ອຈະຫຼອກຄາບເປັນໂຕໂຕໄວ ມັນຈະສ້າງຫຼອກໄຂ່ບາງໆ, ສີຂາວໆ, ໃນຮູຂອງຕົ້ນໄມ້, ເມື່ອໄດ້ປະມານ 3 ເດືອນໂຕອ່ອນຈະເຈາະອອກມາ, ແລ້ວບິນອອກມາຫາກິນ. ໂຕເຕັມໄວ້ໃນຊ່ວງລະດູຝົນປະມານເດືອນກໍລະກົດ-ສີງຫາ ເພື່ອປະສົມພັນ ແລະ ວາງໄຂ່.

ການປະກອບສ່ວນ