ແມງສີສຽດ / Water Scopion Beetle

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Laccotrephes rubber. (Linnaeus, 1764) / Nepidae
ຊື່ພ້ອງ
ຊື່ອື່ນ
Thai: มวนแมงป่องน้ํา
ພັນລະນາລັກສະນະສັນຖານ

ລັກສະນະລຳໂຕຂອງແມງສີສຽດເປັນຮູບໄຂ່ຄ່ອນຂ້າງແປ, ລຳໂຕຍາວ 37-46 ມມ. ສ່ວນຫົວ, ສ່ວນເອິກເປັນສີນ້ຳຕານ, ທ້ອງດ້ານລຸ່ມເປັນສີແດງເຂັ້ມ, ເປັນແມງທີ່ມີປີກຈະເລິນເຕິບໂຕໄດ້ດີ, ແຕ່ບໍ່ມັກບິນ, ຂອບປີກເປັນສີເຫຼືອງປົນສີນ້ຳຕານ, ຂາຄູ່ໜ້າເປັນແບບຂາຈັບ ຫຼື ຂາໜິບ, ຂາຄູ່ຫຼັງເປັນແບບຂາຍ່າງ, ບໍລິເວນປານສຸດຂອງທ້ອງມີຫາຍຍາວປະກົບກັນເປັນທໍ່ໂດຍຈະເກັບຟອງອາກາດໄວ້ເພື່ອຫາຍໃຈ ສາມາດຍື່ນຂື້ນມາເທີງໜ້ານ້ຳໄດ້ ເພື່ອຊ່ວຍໃນການຫາຍໃຈຢູ່ໃຕ້ນ້ຳ ແຜ່ນຫາງນີ້ມີຄວາມຍາວເທົ່າກັບຄວາມຍາວຂອງລຳໂຕ ແມງສີສຽດເປັນແມງທີ່ມີການເຄື່ອນໄຫວຊ້າ ແລະ ຈັບສັດນ້ຳຂະໜາດນ້ອຍເປັນອາຫານ.

ແຫຼ່ງທີ່ຢູ່ອາໄສ: ແມງສີສຽດສ່ວນຫຼາຍອາໄສຢູ່ຕາມຕົມໃນແຫຼ່ງນ້ຳນິ້ງ ແລະ ຄ່ອນຂ້າງເປັນບວກ ເຊັ່ນ: ບວກຄວາຍ, ແຕ່ກໍ່ສາມາດພົບໄດ້ຕາມໜອງບືງຕ່າງໆ.

ບັນຍາຍການນຳໃຊ້

ຊາວບ້ານມັກໃຊ້ສະຫວິງຊ້ອນ ເພາະສະຫວິງສາມາດຕັກໄດ້ເລິກຕາມຕົມ. ເມື່ອຈັບແມງສີສຽດຕ້ອງໄດ້ລະມັດລະວັງເພາະເປັນຂາຄູ່ຂາຈະໜິບ, ວິທີຈັບແມ່ນໃຫ້ຈັບທາງດ້ານຫຼັງຂອງມັນ. ຖ້າຈັບດ້ານທ້ອງຂາຈະໜິບໄດ້. ມັກເອົາເຮັດອາຫານປະເພດເອາະໃສ່ກັບພວກອິຮວກ ແລະ ແມງໄມ້ຊະນິດອື່ນ. ແຕ່ກ່ອນຈະນຳໄປປູງແຕ່ງຕ້ອງໄດ້ລ້າງໃຫ້ສະອາດ ເພາະແມງຊະນິດນີ້ມັກອາໄສຢູ່ຕາມຕົມ.

ການສຶບພັນ ແລະ ວົງຈອນຊີວິດ

-

ການປະກອບສ່ວນ