ຕົ້ນໝາກກູ້ / Dao Tree

ການນຳໃຊ້
ອາຫານ
ພືດເປັນຢາ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Dracontomelon dao (Blanco) Merr. & Rolfe / Anacardiaceae
ຊື່ພ້ອງ
Comeurya cumingiana Baill.
Dracontomelon brachyphyllum Ridl.
Dracontomelon celebicum Koord.
Dracontomelon cumingianum (Baill.) Baill.
Dracontomelon edule (Blanco) Skeels
Dracontomelon edule Merr.
Dracontomelon lamiyo (Blanco) Merr.
Dracontomelon laxum K.Schum.
Dracontomelon mangiferum (Blume) Blume
Dracontomelon puberulum Miq.
Dracontomelon sylvestre Blume
ຊື່ອື່ນ
Thai: ຕົ້ນພຣະເຈົ້າຫ້າພຣະອົງ
Eng: Dao
ບັນຍາຍລັກສະນະພືດສາດ

ຕົ້ນໝາກກູ້ເປັນໄມ້ຢືນຕົ້ນຂະໜາດໃຫຍ່, ມີຄວາມສູງ 20-40 ມ, ລໍາຕົ້ນຕັ້ງຊື່, ຍອດເປັນຟຸ່ມກວ້າງ, ເປືອກລຽບເປັນສີນໍ້າຕານອ່ອນ ຫຼື ນໍ້າຕານປົນເທົາ. ໃບປະສົມແບບຂົນນົກປາຍຄູ່, ແຜ່ນໃບເປັນຮູບໄຂ່, ມີໃບຍ່ອຍ 12-20 ຄູ່, ໃບກວ້າງ 2.5-10 ຊມ ແລະ ຍາວ 4.5-20 ຊມ. ອອກດອກເປັນຊໍ່, ຊໍ່ດອກມີຂະໃຫຍ່ຍາວ, ດອກມີຂະໜາດໜາດນ້ອຍມີສີຂາວອົມຂຽວ, ກີບດອກ ແລະ ກາບດອກມີຢ່າງລະ 5 ກີບ. ໝາກເປັນໝາກກົມມີເສັ້ນຜ່າສູນກາງ 2.5-5 ຊມ, ຍາວ 2-3.5 ຊມ, ໝາກແກ່ເປັນສີເຫຼືອງ, ເປືອກຫຸ້ມແກ່ນແຂງ. ແກ່ນເປັນຮູບຮີ, ຂະໜາດປະມານ 1 ຊມ, ເຍື່ອຫຸ້ມເມັດສີເທົາ, ເນື້ອເມັດສີຂາວຄຣີມ.

ບັນຍາຍການນຳໃຊ້

ປະໂຫຍດ ແລະ ສັບພະຄຸນ:
    - ເນື້ອຂອງແກ່ນສາມາດຮັບປະທານໄດ້.
    - ເນື້ອໄມ້ສາມາດນໍາໄປເຮັດແບບໃນການກໍ່ສ້າງ ແລະ ໄມ້ອັດ.
    - ເປືອກຕົ້ນໃຊ້ເປັນຢາແກ້ພະຍາດບິດ, ແກ້ໄຂ້, ແກ້ເຈັບທ້ອງ.
ຕົ້ນກູ້ ຫຼື ພະເຈົ້າຫ້າພະອົງຕາມຄວາມເຊື່ອທ້ອງຖິ່ນຊຶ່ງມີຄວາມເຊື່ອມໂຍງກັບວັດທະນະທໍາ ແລະ ພູມປັນຍາທ້ອງຖິ່ນ ເລື່ອງການກໍາເນີດພະພຸດທະເຈົ້າຫ້າພະອົງໃນພັດທະລະກັນ ໂດຍກໍາເນີດມາຈາກໄຂ່ກາເຜືອກ 5 ໜ່ວຍເຊິ່ງມີຄື:
   1) ໄກ່ ນໍາໄຂ່ໄປຟັກອອກມາເປັນ ພະກຸກສັນທະ
   2) ນາກ ນໍາໄຂ່ໄປຟັກອອກມາເປັນ ພະໂກນາກມົນ
   3) ເຕົ່າ ນໍາໄຂ່ໄປຟັກອອກມາເປັນ ພະກັດສະປະ
   4) ໂຄ ນໍາໄຂ່ໄປຟັກອອກມາເປັນ ພະສົບມົນໂຄດົມ
   5) ສິງ ນໍາໄຂ່ໄປຟັກອອກມາເປັນ ພະສີອະຣິຍາເມດໄຕ
ສ່ວນຄົນທີ່ນັບຖືແກ່ນແສນຕາລ້ອມຈະເກັບໄວ້ບ່ອນສູງ ນໍາຕິດໂຕໄປຄ້າຂາຍ ຫຼື ສະໝັກງານ, ພົບຜູ້ໃຫຍ່ ຈະໄດ້ຮັບຄວາມສໍາເລັດ, ຄ້າຂາຍດີ, ຄອບຄົວມັ່ງຄັ່ງ, ອາຍຸຢືນຍາວ...

ການປະກອບສ່ວນ