ດ້ວງແມ້ / Bamboo Caterpillar

ຊະນິດຮ່ວມ
ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Omphisa fuscidentalis (Hampson, 1896) / Pylalidae
ຊື່ພ້ອງ
ຊື່ອື່ນ
Eng: Bamboo Borer
Thai: หนอนรถด่วน
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

ລຳໂຕຍາວ 35 ມມ, ໂຕໜອນຍາວ ແລະ ອວບນຸມ, ສີຂາວຄີມ, ມີທັ້ງຂາແທ້ ແລະ ຂາທຽມ, ມີຮູຫາຍໃຈຢູ່ດ້ານຂ້າງຂອງລຳໂຕ, ໂຕເຕັມໄວປີກຈະກວ້າງ 40-45 ມມ, ເພດຜູ້ມີຂະໜາດນ້ອຍກວ່າໂຕແມ່ເລັກນ້ອຍ, ປີກມີສີນ້ຳຕານອົມສົ້ມ, ມີເສັ້ນໂຄ້ງໃກ້ຂອງປີກທັ້ງສອງຄູ່.

ບັນຍາຍການນຳໃຊ້

ການສັງເກດຕົ້ນໄມ້ປ່ອງທີ່ມີດ້ວງຕາມພູມປັນຍາທ້ອງຖີ່ນ ໂດຍເບີ່ງວ່າ ຕົ້ນໄມ້ປ່ອງຕົ້ນໃດຂະໜາດປ້ອງຄ່ອນຂ້າງສັ້ນ ແລະ ຫາກສັງເກດຈະພົບຮູນ້ອຍໆທີ່ໂຄນຂອງຕົ້ນປະມານປ້ອງທີ່ໜື່ງ ຫຼື ສອງ, ເຊິ່ງເປັນຮູທີ່ໂຕເຕັມໄວຈະອອກເມື່ອກາຍເປັນແມງກະເບື້ອ, ຈື່ງໜັ້ນໃຈວ່າຕົ້ນນັ້ນມີດ້ວງຢູ່ທາງໃນແນ່ນອນ. ເປັນດ້ວງທີ່ນິຍົມຮັບປະທານໂດຍສະເພາະແມ່ນພາກເໜືອຂອງລາວ, ເພາະມີປ່າໄມ້ປ່ອງຈຳນວນຫຼາຍສາມາດໄປຊອກຫາມາກີນ ແລະ ຂາຍຕາມທ້ອງຕະຫຼາດທ້ອງຖີ່ນ, ວິທີການນຳໄປປະກອບເປັນອາຫານໄດ້ຫຼາຍປະເພດເຊັ່ນ: ຂົ້ວ, ໝົກ ແລະ ອື່ນໆ. ຈາກການວິໄຈພົບວ່າການບໍລິໂພກດ້ວງແມ້ນີ້ຈະໄດ້ຮັບສານອາຫານປະເພດໂປຣຕິນທີ່ຈຳເປັນຕໍ່ຮ່າງກາຍ 8 ຊະນິດ ແລະ ບໍ່ຈຳເປັນອິກ 9 ຊະນິດ.

ດ້ວງແມ້ຍັງເປັນດ້ວງທີ່ມີຄວາມສຳຄັນທາງດ້ານເສດຖະກິດຫລາຍທີ່ສ້າງລາຍຮັບໃຫ້ກັບຊາວຊົນນະບົດ ຂາຍປະມານກິໂລລະ 60,000-80,000 ກິບ/ກິໂລສົດ. ແຕ່ໃນລາວຂອງພວກເຮົາກໍ່ມີລາແພງເຊັ່ນດຽວກັນ ໃນຊ່ວງທີ່ຫາຍາກກິໂລຈະແພງຫຼາຍປະມານ 160,000 ກິບ/ກິໂລສົດ. 

ການສຶບພັນ ແລະ ວົງຈອນຊີວິດ

ດ້ວງແມ່ເປັນດ້ວງແມງກະເບື້ອກາງຄືນທີ່ມີວົງຈອນຊີວິດທີ່ຍາວນານເຖີງໜື່ງປີ ເມື່ອເຖີງອາຍູໄວສືບພັນຈະຈັບຄູ່ປະສົມພັນໃນຊ່ວງລະດູຝົນຈາກນັ້ນເພດແມ່ກໍ່ວາງໄຂ່ໄວ້ກັບໜໍ່ໄມ້, ເມື່ອໂຕອ່ອນແຕກອອກຈາກໄຂ່ຈະເຈາະເຂົ້າໄປຢູ່ໃນໜໍ່ໄມ້ເພື່ອກິນເຍື້ອໄມ້ຢູ່ດ້ານໃນເປັນອາຫານ, ມັນຈະລອກຄາບເຖີງ 5 ຄັ້ງ ໃຊ້ເວລາເຖິງ 10 ເດືອນ ຈາກນັ້ນຈະເຂົ້າສູ່ໄລຍະດັກແດ້ເພື່ອປ່ຽນສະລິລະຮູບຮ່າງປະມານ 40-60 ວັນ ແລະ ມັນກໍ່ລອກຄາບເປັນໂຕເຕັມໄວ້ໃນທີສຸດ. ແມງກະເບື້ອມີອາຍຸປະມານ 1-2 ອາທິດເທົ່ານັ້ນ. ດ້ວງແມ່ມັກພົບໃນໄມ້ປ່ອງຫຼາຍຊະນິດເຊັ່ນ: ໄມ້ຊ່າງ (Dendrocalamus strictus (Roxb.) Nees), ໄມ້ຫົກ (Dendrocalamus hamiltonii Nees & Arn. ex Munro), ໄມ້ໄຜ່ຕົງ (Dendrocalamus asper (Schult.) Backer), ໄມ້ໄລ່ລໍ (Gigantochloa nigrociliata Kurz) ແລະ ໄມ້ໄຜ່ສີສຸກ (Bambusa blumeana Schult.f.). ພົບໃນລະດັບຢູ່ຈາກໜ້ານ້ຳທະເລປະມານ 430-1300 ແມັດ, ຄົນລາວຢູ່ພາກເໜືອຂອງປະເທດແມ່ນຮູ້ຈັກວິທີການເກັບກູ້ເປັນຢ່າງດີ ແລະ ມີຄວາມຊຳນານໃນການຊອກຫາໃນປ່າໄມ້ປ່ອງ.

ການປະກອບສ່ວນ