ແມງຈຸດຈີ່ເບົ້າ / Dung Beetle

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Heliocopris bucephalus (Fabricius, 1775) / Scarabaeinae
ຊື່ພ້ອງ
Ateuchus tmolus Fischer von Waldheim, 1822
Scarabaeus cristatus Degeer, 1778
Synapsis tmolus (Fischer von Waldheim, 1821)
ຊື່ອື່ນ
ແມງແຈຂີ້ຄວາຍ, ແມງຈຸດຈີ່ເບົ້າ, ແມງຈຸຈີ່ເບົ້າ
Thai: แมงกุดจี่เบ้า
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

ໂຕເຕັມໄວ: ເມື່ອຟັກເປັນໂຕໃໝ່ລຳໂຕມີສີນ້ຳຕານແດງຕໍ່ມາຈະປ່ຽນເປັນສີນ້ຳຕານດຳ. ລຳໂຕມີລັກສະນະມົນກົມ, ປ້ອມ, ສັ້ນ, ສ່ວນຫຼັງໂຄ້ງນູນ ແລະ ຫົວຢູ່ຕໍ່າກວ່າລຳໂຕ. ດ້ານລຸ່ມລຳໂຕຈະເຫັນສ່ວນຂອງປ້ອງເອິກມີຂະໜາດໃຫຍ່, ເອິກປ້ອງທຳອິດມີຂະໜາດໃຫຍ່ມີຂາ 1 ຄູ່ໃຊ້ເປັນຂາຂຸດ ຫຼື ຂາເຂ່ຍຈະມີລັກສະນະຂາສັ້ນໃຫຍ່ກາງເປັນແຜ່ນ. ສ່ວນເອິກປ້ອງທີ່ສອງຈະມີຂະໜາດກວ້າງໃຫຍ່ເປັນສອງເທົ່າຂອງເອິກປ້ອງທຳອິດ, ມີຂາ 1 ຄູ່ ແລະ ເອິກປ້ອງທີ່ສາມ, ມີຂະໜາດນ້ອຍແຄບ, ມີຂາ 1 ຄູ່, ລັກສະນະຄືຂາຄູ່ທີ່ 2 ແຕ່ຂາຈະໃຫຍ່ຍາວກວ່າຂາຄູ່ອື່ນໆ ແລະ ຍື່ນຍາວກວ່າລຳໂຕ, ສ່ວນເອິກດ້ານເທີງຈະເປັນແຜ່ນແຂງສີດຳມີລັກສະນະໂຄ້ງນູນເປັນແຜ່ນກວ້າງໃຫຍ່ປະມານເຄີ່ງໜື່ງຂອງຄວາມຍາວປີກ. ໜວດເປັນແບບປາຍໜວດແຍກເປັນແຜ່ນ. ໂຕແມ່ສ່ວນຫົວຈະມີລັກສະນະເປັນແຜ່ນແຂງຄ້າຍຄືວົງກົມຍື່ນອອກມາບໍ່ມີໜາມແຫຼມ, ແຜ່ນເອິກຈະມີລາຍເປັນຮອຍຂິດຂວາງຍາວໜື່ງເສັ້ນ. ໂຕຜູ້ແຜ່ນເອິກມີລາຍເປັນຮອດຂິດຂວາງຍາວໜື່ງເສັ້ນ ແລະ ຍຶດເປັນປົມໜາມແຫຼມນ້ອຍທີ່ປາຍ, ຫົວມີແຜ່ນແຂງຄ້າຍເຄິ່ງວົງມົນທີ່ຕີ່ງໜາມແໜງສອງປຸ່ມ. ໂຕເຕັມໄວ ຈະພົບເຫັນໃນຊ່ວງປາຍເດືອນເມສາ ເຖິງ ຕົ້ນເດືອນມິຖຸນາ. ແຕ່ຈະພົບຫຼາຍໃນເດືອນພືດສະພາ. 

ບັນຍາຍການນຳໃຊ້

- ຊ່ວຍຮັກສາສີ່ງແວດລ້ອມ ໂດຍແມງກຸດຈີ່ເບົ້າຈະເກັບຂີ້ຄວາຍໄປກີນເປັນອາຫານ ເຮັດໃຫ້ຊ່ວຍກຳຈັດຂີ້ສັດ, ບໍ່ໃຫ້ເກີດການທັບຖົມ ແລະ ສົ່ງກີ່ນເໜັນ.

- ເຮັດໃຫ້ດີນລ້ວນ ແລະ ອຸດົມສົມບູນ ໂດຍແມງກຸດຈີ່ເບົ້າຈະເກັບມູນສັດໄປເກັບໄວ້ໃນດີນ ຈື່ງເຮັດໃຫ້ດີນອຸດົມສົມບູນ ແລະ ຈາກການຂຸດດີນ ຈື່ງເຮັດໃຫ້ດີນລ້ວນ ດັ່ງນັ້ນຈື່ງເປັນປະໂຫຍດຕໍ່ກະສິກຳ.

- ເປັນແມງໄມ້ທີ່ມີຄວາມນິຍົມ ແຊບກວ່າໄຂ່ມົດສົ້ມ ເນື່ອງຈາກມີລຳຕົວໃຫຍ່ ສາມາດປະກອບອາຫານໄດ້ຫຼາຍຢ່າງເຊັ່ນ: ຈີ່ຕໍາແຈ່ວ, ຕົ້ມຍໍາ, ຫໍ່ໝົກ ແລະ ແກງໃສ່ຜັກຫວານ.

- ມີຄຸນຄ່າທາງໂພຊະນາການສູງ ເປັນແມງໄມ້ທີ່ມີປະໂຫຍດຕໍ່ຮ່າງກາຍ ໃນນ້ຳໜັກສົດ 100 ກຣາມ ປະກອບດ້ວຍ ໂປຣຕິນ 17.2 ກຣາມ, ທາດແປ້ງ ແລະ ນ້ຳຕານ 0.2 ກຣາມ, ເສັ້ນໃຍ 7.0 ກຣາມ, ໃຫ້ພະລັງງານ 108.3 ກິໂລແຄລໍຣີ່ ແລະ ມີແຮ່ທາດແຄຊຽມ 30.9 ມີລລີກຣາມ, ຟອສຟໍຣັດ 157.9 ມີລລີກຣາມ, ໂປຣຕັດຊຽມ 287.6 ມິລລີກຣາມ, ວີຕາມິນບີໜື່ງ, 0.19 ມີລລີກຣາມ, ວີຕາມີນບີສອງ 1.09 ມີລລີກຣາມ ແລະ ໄນອາຊີນ 3.44 ມີລລີກຣາມ ອິກດ້ວຍ.

ການສຶບພັນ ແລະ ວົງຈອນຊີວິດ

ການວາງໄຂ່: ເມື່ອປະສົມພັນແລ້ວແມງກຸດຈີ່ເບົ້າໂຕແມ່ຈະເລີ່ມປັ້ນລູກເບົ້າຈາກຂີ້ຄວາຍ ແລະ ວາງໄຂ່ໃສ່ໃນລູກເບົ້າລະໜື່ງໜ່ວຍ,  ຫຼັງຈາກນັ້ນຈະປັ້ນລູກເບົ້າພອກໃຫຍ່ຂຶ້ນເພື່ອໃຫ້ພໍເປັນອາຫານສຳຫຼັບໂຕອ່ອນໃຊ້ໃນການຈະເລີນເຕິບໂຕຢູ່ໃນລູກເບົ້າ ແລະ ພອກປິດອາຫານດ້ວຍດີນຊາຍ.
ໂຕອ່ອນ: ມີລັກສະນະເປັນໂຕໜອນສີຂາວໂຄ້ງຮູບໂຕຊີ, ມີຂາຈຳນວນ 3 ຄູ່, ໂຕອ່ອນຈະມີການຈະເລີນເຕິບໂຕ 4 ໄລຍະ ເມື່ອຈະເລີນເຕິບໂຕເຕັມທີ່ຈະເປັນໂຕໜອນຂະໜາດໃຫຍ່ລຳໂຕຍາວ 8-10 ຊມ, ຈາກນັ້ນກໍ່ກາຍເປັນດັກແດ້.
ດັກແດ້: ເປັນຊ່ວງຢຸດນີ່ງບໍ່ກີນອາຫານ ແລະ ຈະປ່ຽນຮູບຮ່າງຈາກໜອນເປັນໂຕສີຂາວ, ມີຂາຊັດເຈັນສ່ວນຕ່າງໆ, ຄ້າຍໂຕເຕັມໄວ ແລະ ດັກແດ້ຈະພັດທະນາກາຍເປັນໂຕເຕັມໄວສົມບູນມີລຳໂຕສີນ້ຳຕານແດງຢູ່ໃນລູກເບົ້າ, ຫຼັງຈາກນັ້ນມັນພ້ອມທີ່ຈະດັນອອກຈາກເບົ້າ ແລະ ຫາອາຫານ ແລະ ຂຸດໂພ່ງໃໝ່. ເມື່ອລູກແມງກຸດຈີ່ເບົ້າເຈາະເບົ້າອອກມາຈະບື້ນຂື້ນມາຈາກໂພງໃຕ້ດິນ ແລະ ເລີ່ມອອກຫາກິນອາຫານ ເຊັ່ນ: ຂີ້ງົວ ຫຼື ຂີ້ຄວາຍ, ເມື່ອມັນເຫັນກ້ອງຂີ້ຄວາຍມັນຈະມຸດລົງຢູ່ກ້ອງເພື່ອກີນເປັນອາຫານ ຫຼັງຈາກນັ້ນເລີ່ມຂຸດຮູ້ເຮັດເປັນໂຜ້ງໃນດີນເພື່ອເກັບສະສົມອາຫານ ແລະ ມັນຈະຂຸດໂຜ້ງໃຫຍ່ເພື່ອວາງໄຂ່ຕໍ່ໄປ.

ໃຊ້ໄລຍະເວລານານ 1 ປີ ໂຕຜູ້ມີໜ້າທີ່ປະສົມພັນ ແລະ ຊ່ວຍຫາອາຫານເພື່ອປັ້ນລູກເບົ້າ ແລະ ກີ້ງເບົ້າ, ຈະເລີ່ມເຫັນໂຕຜູ້ແຕ່ປາຍເດືອນເມສາເຖິງເດືອນທັນວາ, ສາມາດມີຊີວິດຢູ່ໄດ້ຍາວນານປະມານ 8 ເດືອນ, ສ່ວນໂຕແມ່ຈະມີໜ້າທີ່ວາງໄຂ່ ແລະ ເບີ່ງແຍງໂຕອ່ອນ, ຈະມີອາຍຸປະມານ 1 ປີ, ຈະພົບໂຕແມ່ແຕ່ເດືອນພືດສະພາຫາເດືອນມິຖຸນາປີຕໍ່ໄປ, ໂດຍມັນຈະອາໄສຢູ່ໃນໂຜ້ງຈົນກວ່າລູກອ່ອນຈະອອກມາຈາກເບົ້າ ແລ້ວໂຕແມ່ຈະຕາຍ.

ການປະກອບສ່ວນ