ແມງເຂົ້າສານ / Western erete

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Eretes sticticus (Linnaeus, 1767) / Dytiscidae
ຊື່ພ້ອງ
Eretes occidentalis (Erichson, 1847)
ຊື່ອື່ນ
Thai: Maleang Khao San
ພັນລະນາລັກສະນະສັນຖານ

ລັກສະນະທົ່ວໄປ: ເປັນແມງໄມ້ຂະໜາດກາງ, ລຳໂຕຍາວປະມານ 1 ຊມ, ລັກສະນະລຳໂຕເປັນຮູບໄຂ່, ສີນ້ຳຕານ, ມີຈຸດສີດຳທີ່ປິກທັ້ງ 2 ຂ້າງ, ປີກຄູ່ໜ້າບໍ່ແຂງແຮງ, ມີສ່ວນທ້ອງ ແລະ ປິກໃຫຍ່, ໜວດມີລັກສະນະເປັນເສັ້ນດ້າຍ, ປາກເປັນແບບປາກກັດ, ຂາຄູ່ຫຼັງມີລັກສະນະແປ ແລະ ຍາວກວ່າຂາຄູ່ອື່ນໆ, ມີຂົນປົກຄຸມທັ້ງ 2 ດ້ານ ເໝາະສົມສຳຫຼັບລອຍນ້ຳ ສາມາດເກັບອາກາດໄວ້ບໍລິເວນໃຕ້ປິກ ເພື່ອເຮັດໃຫ້ສາມາດດຳນ້ຳໄດ້ເປັນເວລາດົນ.

ແຫຼ່ງທີ່ຢູ່ອາໄສ: ແມງເຂົ້າສານມັກອາໄສຢູ່ຕາມນ້ຳນີ່ງ ເຊັ່ນ: ຕາມໜອງ ຫຼື ສະ, ທີ່ຄ່ອນຂ້າງຂ້າງຂຸ່ນ ໂຕເຕັມໄວມັກຢູ່ນິ່ງ ບໍລິເວນຜິວນ້ຳ ແລະ ຈະບິນຂຶ້ນມາຕອມແສງໄຟໃນເວລາກາງຄືນ ແມງເຂົ້າສານ ກິນພວກພືດນ້ຳ ແລະ ເທົາເປັນອາຫານ.

ບັນຍາຍການນຳໃຊ້

ຮູບແບບການໄລ່ລ່າ ແລະ ຮູບແບບການນຳໃໄປບໍລິໂພກ: ໃຊ້ສະວິງໃນການຊ້ອນຂື້ນມາຈາກແຫຼ່ງນ້ຳນິຍົມນຳມາປະກອບອາຫານປະເພດຂົ້ວ, ທອດ, ແກງ, ໝົກ ແລະ ມ່ຽງ.

ການປະກອບສ່ວນ