ໝາກເດື່ອກ້ຽງ / Fig

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Ficus racemosa L. / Moraceae
ຊື່ພ້ອງ
Ficus racemosa L.
Ficus racemosa Willd.
Ficus racemosa var. elongata (King) M.F.Barrett
Ficus racemosa var. miquelii (King) Corner
Ficus racemosa var. mollis (Miq.) M.F.Barrett
Ficus racemosa var. racemosa
Ficus racemosa var. vesca (F.Muell. ex Miq.) M.F.Barrett
ຊື່ອື່ນ
ລາວ: ໝາກເດື່ອກ້ຽງ
ໄທ: ເດື່ອກ້ຽງ, ມະເດື່ອນໍ້າ, ມະເດື່ອຫອມ, ໝາກເດື່ອ
ບັນຍາຍລັກສະນະພືດສາດ

ເປັນໄມ້ຢືນຕົ້ນຂະໝາດກາງ, ຊົງພຸ່ມກ້ວາງ, ໃບຫນາຕຶບ. ລໍາຕົ້ນສູງ 5-20 ມ. ເປືອກກ້ຽງ, ສີນໍ້າຕານ ຫຼື ນໍ້າຕານປົນເທົາ. ກິ່ງອ່ອນ ສີຂຽວ, ສ່ວນກິ່ງແກ່ເປັນສີນໍ້າຕານ, ກ້ຽງ. ໃບດ່ຽວຈັບແບບລຽງສະຫຼັບຕາມກິ່ງ, ແຜ່ນໃບຮູບຮີ ຫຼື ຮູບຫອກ, ໂຄນໃບມົນ ຫຼື ກົມ, ປາຍໃບແຫຼມ ຜິວໃບກ້ຽງ ຫຼື ມີຂົນທີ່ບໍ່ຫຼຸດອອກງ່າຍ, ຂອບໃບລຽບ, ເສັ້ນໃບຂະແໜງມີ 6-8 ຄູ່ ແລະ ກ້ານຍາວປະມານ 6-10 ຊມ. ດອກອອກເປັນຊໍ່ຍາວຕາມກິ່ງ, ໂດຍແຕ່ລະຊໍ່ກໍ່ຈະມີດອກຍ່ອຍຂະໝາດນ້ອຍເປັນກຸ່ມ, ດອກຈະເກີດພາຍໃນຖານຮອງດອກທີ່ມີຮູບຮ່າງຄ້າຍຄືໝາກ ແລະ ດອກເປັນສີຂາວອົມຊົມພູ. ໝາກເດື່ອກົມ, ແປ້ນ ຫຼື ຮູບໄຂ່, ໝາກຈະຈັບເປັນກຸ່ມຕາມຕົ້ນ ແລະ ຕາມກິ່ງ, ໝາກອ່ອນຈະເປັນສີຂຽວ, ເມື່ອສຸກຈະເປັນສີແດງມ່ວງ, ມີລົດຊາດຝາດແລະ ໝາກຈະອອກຕະຫຼອດປີ.

ບັນຍາຍການນຳໃຊ້

ຍອດອ່ອນ ແລະ ໝາກອ່ອນ ທີ່ມີລົດຊາດຝາດ ນໍາມາກິນກັບລາບ, ກັບປົ່ນ ແລະ ແຈ່ວປາແດກ ແລະ ໝາກສຸກຫຍັງເປັນອາຫານສັດໄດ້ຫຼາຍຊະນິດ ເຊັ່ນ ກະຫອກ, ນົກ, ໝູ, ຫຍັງມີຄຸນຄ່າທາງໂພສະນາການ ອຸດົມໄປດ້ວຍວິຕາມິນຕ່າງໆ ໂດຍສະເພາະ ວິຕາມິນB1, ວິຕາມິນB2 ແລ ວິຕາມິນຊີ, ວິຕາມິນເອ ແລະ ຫຍັງມີແຮາທາດທີ່ສໍາຄັນ ເຊັ່ນ: ທາດເຫຼັກ, ແຄຊຽມ, ທອງແດງ ແຮ່ທາດຕ່າງໆນີ້ມີປະໂຫຍດຕໍ່ຍ່າງກາຍ ແລະ ການຟອກເລືອດ ມີປະໂຫຍດສໍາລັບຄົນທີ່ຂາດເລືອດ. ໝາກເດື່ອຍັງມີເປີເຊັ່ນຂອງນໍ້າຕານລະຫວ່າງ 18-30 %, ໃຫ້ພະລັງງານ 70-267 ແຄລໍລີ.

ການປະກອບສ່ວນ