ຜັກຂີ້ຄວາຍ / Water Primrose

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Ludwigia adscendens (L.) H. Hara / Onagraceae
ຊື່ພ້ອງ
Ludwigia adscendens (L.) H.Hara
Ludwigia adscendens subsp. diffusa (Forssk.) P.H.Raven
Ludwigia adscendens var. diffusa (Forssk.) H.Hara
Ludwigia adscendens var. glabrescens (Kuntze) H. Hara
Ludwigia adscendens var. montevidensis (Spreng.) H. Hara
Ludwigia adscendens var. peploides (Kunth) H. Hara
Ludwigia adscendens var. stipulacea (Ohwi) H. Hara
ຊື່ອື່ນ
ລາວ: ຜັກຂີ້ຄວາຍ
ໄທ: ຜັກແພງພວຍ, ຜັກແພງພວຍນໍ້າ, ພັງພວຍ, ຜັກປອດນໍ້າ
ບັນຍາຍລັກສະນະພືດສາດ

ເປັນພືດລົ້ມລຸກ, ລໍາຕົ້ນເລືອຕາມຜິວນໍ້າ ຫຼື ຕາມໝ້າດິນ, ສູງ 30-60 ຊມ. ລໍາຕົ້ນກ້ຽງ, ສີຂຽວອົມສີແດງເລັກນ້ອຍ. ໃບດ່ຽວອອກລຽງສະລັບ, ໃບເປັນຮູບໄຂ່, ປາຍໃບມົນ ຫຼື ກົມມົນ, ຖານໃບຮູບຫີ້ມ, ຂອບໃບລຽບ, ກ້ວາງ 0.5-2.5 ຊມຝ, ຍາວ 1.5-5 ຊມ, ຜິວໃບລຽບ, ມີຂົນທັງສອງດ້ານຂອງແຜ່ນໃບ. ດອກດ່ຽວ ໂດຍຈະອອກຕາມງ່າມໃບ, ກ້ານດອກຍາວ 2-3 ຊມ. ດອກສີຂາວ ໃຈກາງຂອງດອກສີເຫຼືອງອ່ອນ, ດອກມີກີບດອກ 5 ກີບ, ແຕກອອກເປັນແສກ 5 ແສກ, ກີບດອກເປັນຮູບໄຂ່ ຍາວ 12 ມມ. ກາບດອກ 5 ກີບ, ຫໍ່ຫຸົ້ມຢູ່ ມີເກສອນເພດຜູ້ 10 ອັນ, ເພດແມ່ 1 ອັນ, ມີເຕົ້າໄຂ່ 5 ຫ້ອງ, ຢູ່ສ່ວນລຸ່ມຂອງເກສອນ. ໝາກເປັນຮູບກົມຍາວແບບທົງກະບອກ ຫຼື ຮູບຫຼອດ ຍາວ 2-3 ຊມ, ມີເສັ້ນຜ່າສູນກາງປະມານ 3 ມມ, ພາຍໃນໝາກມີແກ່ນຈໍານວນຫຼາຍ ແກ່ນເປັນສີດໍາ ຫຼື ສີນໍ້າຕານ.

ບັນຍາຍການນຳໃຊ້

ຍອດອ່ອນ ໃບອ່ອນ ແລະ ລໍາຕົ້ນອ່ອນຂອງຜັກຂີ້ຄວາຍ ນໍາໃຊ້ລວກໃຫ້ສຸກ ແລ້ວນໍາມາກິນກັບແຈ່ວ ຫຼື ປຸງແຕ່ງເປັນອາຫານ ເຊັ່ນ: ແກງ ມີຄຸນຄ່າທາງໂພສະນາການຂອງສ່ວນທີ່ກິນໄດ້ ຕໍ່ 100 ກະກຼາມ. ປະກອບໄປດ້ວຍພະລັງງານ 38 ແຄລີ, ນໍ້າ 87%, ໂປຕີນ 3.3 ກະກຼາມ, ໄຂມັນ 4.8 ກະກຼາມ, ທາດອາຫານເສັ້ນໄຍ 3.3 ກະກຼາມ. ຂີ້ເທົາ 1 ກະກຼາມ, ວິຕາມິນເອ 9,875 mg, ວິຕາມິນບີ 20.01 mg, ວິຕາມິນບີ 32.8 mg, ວິຕາມິນຊີ 3 mg, ແຄຊຽມ 57 mg, ຟົດສະຟໍ 300 mg, ທາດເຫຼັກ 1.3 mg.

ການປະກອບສ່ວນ