ຫຍ້າກົ້ນຂີ້ທັ່ງ / Sweet Broomweed

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Scoparia dulcis L. / Plantagigaceae
ຊື່ພ້ອງ
Scoparia dulcis var. tenuifolia Griseb.
Capraria dulcis (L.) Kuntze
Capraria dulcis var. albiflora Kuntze
Capraria dulcis var. coerulea Kuntze
ຊື່ອື່ນ
ລາວ: ຕົ້ນແຜ່ນດິນເຢັນ, ຫຍ້າຂັດແມນ, ຫຍ້າກົ້ນຂີ້ທັ່ງ, ຕົ້ນເຂົ້າປຽນ, ຕົ້ນຫັດປ່າ.
ໄທ: ກຣົດນ້ຳ, ຕົ້ນໄມ້ລັດ
ຈີນ: ປີງຖາງເສົ່າ, ເຢ່ການສ່ານ, ແຢ່ການສ່ານ, ເອີ່ຍກຳເຊົ່າ.
ບັນຍາຍລັກສະນະພືດສາດ

ຕົ້ນແຜ່ນດິນເຢັນຈັດເປັນພັນໄມ້ລົ້ມລຸກ ອາຍຸ 2 ປີ ລຳຕົ້ນຕັ້ງຊື່ມີຄວາມສູງໄດ້ປະມານ 30–80 ຊັງຕີແມັດ. ເປັນຟຸ່ມແຕກກີ່ງແຜ່ສາຂາຫຼາຍ, ລຳຕົ້ນມີລັກສະນະເປັນຫຼ໋ຽມບໍ່ມີຂົນ. ກີ່ງນ້ອຍຮຽວ, ຂະຫຍາຍພັນດ້ວຍວິທີກ້າເມັດ. ໃບ: ເປັນໃບດ່ຽວອອກເປັນວົງຮອບຂໍ້, ຂໍ້ລະ 3–4 ໃບ. ແຜ່ນໃບມີຂະໜາດນ້ອຍເປັນສີຂຽວລັກສະນະຂອງໃບເປັນຮູບຮຽວ, ຮູບໃບຫອກແກມຮູບໄຂ່ແກມຮູບສີ່ຫຼ່ຽມ, ປາຍໃບແຫຼມ. ສ່ວນຂອບໃບເປັນຢັກເປັນແຂ້ວເລື່ອຍ, ໃບມີຂະໜາດປະມານ 2–15 ມີນລີແມັດ ແລະ ຍາວປະມານ 5–35 ມີນລີແມັດ, ພື້ນໃບມີຕ່ອມ, ກ້ານໃບສັ້ນຫຼາຍ ຫຼື ແທບຈະບໍ່ມີ. ດອກ: ມີຂະໜາດນ້ອຍສີຂາວຢູ່ງ່າມໃບ, ກາບດອກ ແລະ ກີບດອກມີວົງ 4 ກີບ ໂຄນກີບດອກເຊື່ອມຕິດກັນປາຍແຍກອອກເປັນ 2 ປາກ, ກີບດອກເປັນສີຂາວ ສ່ວນກີບລ້ຽງດອກເປັນສີຂຽວ. ດອກມີເກສອນເພດຜູ້ 4 ອັນ ແລະ ເກສອນເພດແມ່ 1 ອັນ. ດອກມີຂະໜາດເສັ້ນຜ່າສູນກາງປະມານ 4–5 ມີນລີແມັດ, ຍາວປະມານ 2 ມີນລີແມັດ ໃນຕົ້ນໜື່ງຈະມີດອກຫຼາຍ. ໝາກ: ແມ່ນປະເພດໝາກແຫ້ງລັກສະນະເປັນຮູບກົມ, ມີຂະໜາດນ້ອຍປະມານ 2–3 ມີນລີແມັດ, ເວລາແກ່ຈະມີສີນ້ຳຕານ, ທາງໃນບັນຈຸແກ່ນຫຼາຍ.

ບັນຍາຍການນຳໃຊ້

ໝົດຕົ້ນມີຣົດຊຸ່ມຫວານ ຂົມເລັກນ້ອຍ ບໍ່ມີພິດ ເປັນຢາເຢັນ ອອກລິດຕໍ່ຕັບ, ກະເພາະ ແລະ ລຳໄສ້ໃຫຍ່ ມີສັບພະຄຸນເປັນຢາແກ້ຮ້ອນໃນ, ແກ້ພິດໄຂ້, ແກ້ໄອຮ້ອນ, ໄອຫວັດ, ແກ້ເດັກນ້ອຍເປັນອີສຸກອີໄສ ແລະ ຊ່ວຍຂັບຂີ້ກະເທີ່. ຫາກເດັກນ້ອຍເປັນໄຂ້ໃຊ້ລຳຕົ້ນສົດປະມານ 15 ກຼາມນຳມາຕົ້ມໃສ່ນ້ຳ ແລະ ນ້ຳຕານພໍໃຫ້ມີຣົດຊາດແລ້ວຕອງເອົາແຕ່ນ້ຳກິນ. ຕົ້ນ ແລະ ໃບເປັນຢາແກ້ໂຣກເບົາຫວານໂດຍໃຊ້ລຳຕົ້ນ ແລະ ໃບສົດ 1 ກຳມື ນຳມາຕົ້ມກັບນ້ຳ 3 ຈອກ ຂ້ຽວດົນ 30 ນາທີ ໃຊ້ແບ່ງນຳມາດື່ມກ່ອນອາຫານເຊົ້າ ແລະ ແລງ. ໃບສົດນຳມາຕຳຄັ້ນເອົານ້ຳທາ ຫຼື ໃຊ້ໂພະບໍລິເວນບາດແຜເປັນຢາຮັກສາແຜສົດ, ແຜລອກ ແລະ ຊ່ວຍຫ້າມເລືອດ, ຮາກໃຊ້ຕົ້ມກັບນ້ຳດື່ມເປັນຢາແກ້ເຈັບຄໍ, ສຽງແຫບ ຫຼື ຈະໃຊ້ຕົ້ນສົດປະມານ 120 ກຼາມນຳມາຕຳໃຫ້ລະອຽດແລ້ວຄັ້ນເອົາແຕ່ນ້ຳມາປະສົມກັບນ້ຳເຜີ້ງໃຊ້ຮັບປະທານເປັນຢາແກ້ເຈັບຄໍໄດ້.

ການປະກອບສ່ວນ