ຫົວສາມພັນຮູ / Baboon’s Head
APA 6th ed. ຫົວສາມພັນຮູ / Baboon’s Head. (2019, April 3). Retrieved from https://www.phakhaolao.la/kb/0000337
MLA 8th ed. ຫົວສາມພັນຮູ / Baboon’s Head. Pha Khao Lao, 3 April 2019, https://www.phakhaolao.la/kb/0000337.
Chicago 17th ed. Pha Khao Lao. 2019. "ຫົວສາມພັນຮູ / Baboon’s Head." Published April 3, 2019. https://www.phakhaolao.la/kb/0000337.
Hydnophytum formicarum subsp. blumei Boerl.
Hydnophytum formicarum var. borneense (Becc.) Becc.
Hydnophytum formicarum var. borneense (Becc.) Becc.
Hydnophytum formicarum var. buxifolium Becc.
Hydnophytum formicarum var. cochincinense Becc.
Hydnophytum formicarum subsp. dubium (Becc.) Boerl.
Hydnophytum formicarum var. latifolium (Miq.) Becc.
Hydnophytum formicarum f. latifolium (Miq.) Becc.
Hydnophytum formicarum var. longifolium Becc.
Hydnophytum formicarum var. lucidum Becc.
Hydnophytum formicarum var. minor Becc.
Hydnophytum formicarum subsp. siamense (Becc.) Boerl.
Hydnophytum formicarum subsp. zollingeri (Becc.) Boerl.
ໄທ: ກຣະເຈົ້າພິມົດ, ດາລຸປຸຕາລິມາ, ປຸມເປົ້າ, ຣ້ອຍຣູ.
ວຽດນາມ: ໂອກ່ຽນ, ກີນາມກ່ຽນ.
ອັງກິດ: baboon’s head, ant plant.
ປົກກະຕິ ເປັນພືດພຸ່ມ ອາໄສຢູ່ເທິງພືດອື່ນ ແລະ ມີສ່ວນໜ້ອຍທີ່ເກີດຢູ່ນຳດິນທີ່ຂາດທາດອາຫານ ໃນເຂດສູງ. ມັນໃຫ້ຫົວໃຫຍ່ (ເສັ້ນຜ່າສູນກາງ 10-25 ຊມ). ຫົວຂອງມັນມີຫຼາຍໆຮູ ຊຶ່ງມົດມັກໃຊ້ ເປັນທີ່ຢູ່ອາໃສ. ມົດຈະເຈາະຫົວເປັນຮູ ແລະ ຊ່ວຍປົກປ້ອງພືດ ແລະ ດູດກິນນ໙ຢາງຫວານ ເພື່ອເປັນການແລກປ່ຽນ. ຫົວສາມພັນຮູ ເປັນສີນ໙ຕານມືດ ຫາສີເຖົ່າແກມສີເງິນ. ເຫງົ້າຮາກຜ່ອຍ ແລະ ມີງ່າເປັນຂໍ້ຈໍານວນໜ້ອຍນຶ່ງ ເກີດຢູ່ສ່ວນປາຍລໍາ. ໃບເປັນຮູບໄຂ່ 5-18 x 2.5-6 ຊມ. ດອກ ມີຂົນໜ້ອຍນຶ່ງ ຊຶ່ງມີຄວາມຍາວ 1 ຊມ ສີຂາວ ເກີດເປັນຈຸ້ມນ້ອຍໆຢູ່ຕາມງ່າມ ໃບ. ໝາກ ເປັນໄຍ ສີແດງປົນສົ້ມ, ຍາວ 0.8 ຊມ, ມີແກ່ນ 1-7 ແກ່ນ.
ຫົວນຳມາໃຊ້ເຮັດຢາ, ມີການນຳໃຊ້ທັ້ງສົດ ແລະ ແຫ້ງ ໂດຍການນຳເອົາຫົວມາຝາດເປັນປ່ຽງບາງໆແລ້ວນຳໄປຕົ້ມນ້ຳດື່ມເປັນຢາບຳລູງຫົວໃຈ, ການໜູນວຽນຂອງເລືອດ, ຂ້າພະຍາດໃນທ້ອງ, ເປັນຢາຮັກສາປະດົງ ແລະ ນອກນັ້ນຍັງໃຊ້ເປັນຢາຕ້ານມະເຮັງອິກດ້ວຍ. ແຕ່ຢູ່ປະເທດອາເມລິກາ ເພິ່ນນຳມາປູກເປັນພືດປະດັບ.