ຂີ້ເຫຼັກບ້ານ / Candle tree
APA 6th ed. ຂີ້ເຫຼັກບ້ານ / Candle tree. (2019, April 3). Retrieved from https://www.phakhaolao.la/kb/0000266
MLA 8th ed. ຂີ້ເຫຼັກບ້ານ / Candle tree. Pha Khao Lao, 3 April 2019, https://www.phakhaolao.la/kb/0000266.
Chicago 17th ed. Pha Khao Lao. 2019. "ຂີ້ເຫຼັກບ້ານ / Candle tree." Published April 3, 2019. https://www.phakhaolao.la/kb/0000266.
Cassia alata var. perennis Pamp.
Cassia alata var. rumphiana DC.
Cassia bracteata L.f.
Cassia herpetica Jacq.
Cassia rumphiana (DC.) Bojer
Herpetica alata (L.) Raf.
Herpetica alata O.F. Cook & G.N. Collins
Eng: emperor's candlesticks, candle bush, candelabra bush, Christmas candles, empress candle plant, ringworm shrub
ເປັນໄມ້ພຸ່ມ ສູງ 1-3 ມ, ກິ່ງແຜ່ອອກດ້ານຂ້າງ, ຍອດອ່ອນມີຂົນສັ້ນນຸ້ມ; ໃບເປັນໃບປະສົມແບບຂົນນົກປາຍຄູ່, ໃບຍ່ອຍມີ 8-20 ຄູ່, ກ້ານໃບຍາວ 30-60 ຊມ. ກ້ານໃບຍ່ອຍ ຍາວ 1 ຊມ. ຫູໃບເປັນຕິ່ງຮູບສາມຫຼ່ຽມ ຍາວ 6-8 ມມ, ຕິດທົນ, ໃບຍ່ອຍຮູບຮີ ຫຼື ຮູບຂອບຂະໜານ ກວ້າງ 4-6 ຊມ, ຍາວ 7-15 ຊມ, ປາຍໃບ ແລະ ຖານໃບມົນ, ຂອບໃບລຽບ, ແຜ່ນໃບກ້ຽງ, ເສັ້ນໃບຍ່ອຍມີ 10-12 ຄູ່, ດອກອອກເປັນຊໍ່ແບບຊໍ່ກະຈະແຄບ, ອອກຕາມຊອກໃບຍາວ 20-50 ຊມ. ໃບປະດັບຮູບຮີ ຍາວ 2-3 ຊມ, ຫຼົ່ນງ່າຍ, ກ້ານດອກຍ່ອຍຍາວ 2-4 ມມ. ກາບດອກ 5 ກາບ ລຽງຊ້ອນເລື່ອມກັນໃນຕາດອກຮູບຂອບຂະໜານຍາວບໍ່ເທົ່າກັນ ຍາວ 1-2 ຊມ, ກີບດອກ 5 ກີບ ສີເຫຼືອງສົດ ແຜ່ນກີບຮູບໄຂ່ເກືອບມົນຍາວປະມານ 2 ຊມ, ເກສອນເພດຜູ້ມີປະມານ 10 ອັນ 2 ອັນຍາວ, ຮັງໄຂ່ກ້ຽງ ມີເມັດໄຂ່ຈຳນວນຫຼາຍ; ໝາກເປັນຝັກຮູບແຖບກ້ຽງ ຍາວ 10-15 ຊມ, ມີປີກກ້ວາງປະມານ 5 ມມ. ຝັກມີຜະໜັງກັ້ນ. ແກ່ນມີ 50-60 ແກ່ນ.
ປິ່ນປົວພະຍາດ: ໃຊ້ປົວພະຍາດຜິວໜັງເຊັ່ນ: ຂີ້ກາກ ແລະ ເປືອກ ຮັກສາລິດສະດວງທະວານ, ໃບປົວລະດູຂາວ ແລະ ໜີ້ວ, ດອກ ແລະ ໃບອ່ອນເປັນຢາລະບາຍ ເຮັດໃຫ້ນອນຫຼັບດີ ແລະ ແກ້ຫືດ, ຮາກເປັນຢາແກ້ໄຂ້ຮ້ອນ. ສ່ວນທີ່ໃຊ້: ໃບ, ວິທີການນຳໃຊ້: ໃຊ້ໃບສົດທັບໂພະໃສ່ບໍລິເວນທີ່ເປັນ ຫຼື ໃຊ້ໃບໄປຕົ້ມນ້ຳອາບ.
ການປູກຂະຫຍາຍພັນ: ຂີ້ເຫຼັກບ້ານເປັນພືດທີ່ມີຄວາມທົນທານສາມາດເກີດໄດ້ເກືອບທຸກສະພາບດິນໃນທຳມະຊາດ ຂະຫຍາຍພັນດ້ວຍແກ່ນ ຫຼື ຕັດຊຳ, ເປັນພືດທີ່ປູກງ່າຍປະຈຸບັນຄົນທົ່ວໄປມັກນຳມາປູກເປັນໄມ້ປະດັບເພາະມີດອກ ແລະ ຊົງພຸ່ມທີ່ສວຍງາມ.